• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເດີນທາງໄປ ມາເລເຊຍ ເຂົ້າຮ່ວມກອງປະຊຸມ ອາຊຽນ 47

ຄາດວ່າ, ໃນ 3 ວັນຢູ່ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ບັນດາກອງປະຊຸມໃນຂອບເຂດກອງປະຊຸມຂັ້ນສູງ ອາຊຽນ 47.
 

ຕອນຄ່ຳວັນທີ 25 ຕຸລາ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ໄປຍັງ ມາເລເຊຍ ເຂົ້າຮ່ວມກອງປະຊຸມ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ແຕ່ວັນທີ 25 – 28 ຕຸລາ ຕາມຄຳເຊີນຂອງ ທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ - ປະເທດປະທານ ອາຊຽນ 2025. ຮຸ່ງເຊົ້າວັນທີ 26 ຕຸລາ, ຄະນະຜູ້ແທນໄດ້ເດີນທາງໄປຮອດນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ.

ຄາດວ່າ, ໃນ 3 ວັນຢູ່ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ບັນດາກອງປະຊຸມໃນຂອບເຂດກອງປະຊຸມຂັ້ນສູງ ອາຊຽນ 47; ເຂົ້າຮ່ວມພິທີມອບລາງວັນ ອາຊຽນ ແລະ ພິທີລົງນາມຖະແຫຼງການຮັບ Timor- Leste ເຂົ້າເປັນສະມາຊິກ ອາຊຽນ; ເຂົ້າຮ່ວມບັນດາກອງປະຊຸມຂັ້ນສູງ ອາຊຽນ ກັບບັນດາຄູ່ຮ່ວມມື ອາເມລິກາ, ຈີນ, ອິນເດຍ, ນິວຊີແລນ, ສະຫະປະຊາຊາດ…

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກໍ່ຈະພົບປະ 2 ຝ່າຍກັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ໄປເຂົ້າຮ່ວມກອງປະຊຸມ ແລະ ເຂົ້າຮ່ວມການເຄື່ອນໄຫວສຳຄັນອື່ນໆ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດທີ່ມາເຂົ້າຮ່ວມພິທີລົງນາມສົນທິສັນຍາ ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດທີ່ມາເຂົ້າຮ່ວມພິທີລົງນາມສົນທິສັນຍາ ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ການເຂົ້າຮ່ວມຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນທີ່ເຫດການມີລັກສະນະທົ່ວໂລກນີ້ແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີສາກົນ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍລວມຂອງມວນມະນຸດ.

Top