ນັກທຸລະກິດໜຸ່ມ ຫວຽດນາມ ຕ້ອງເສີມຂະຫຍາຍກຳລັງຂອງລຸ້ນໜຸ່ມ, ມີຄວາມຈຸດຈິດສຸດໃຈ, ນ້ຳໃຈຮັກສາ, ມູນເຊື້ອຂອງຊາດ ແລະ ນຳໜ້າໃນສັງກາດໃໝ່.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)
ຕອນເຊົ້າວັນທີ 27 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຄັ້ງທີ 8 ສະໄໝ 2025 – 2030.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ: ນັກທຸລະກິດໜຸ່ມ ຫວຽດນາມ ຕ້ອງເສີມຂະຫຍາຍກຳລັງຂອງລຸ້ນໜຸ່ມ, ມີຄວາມສຸດຈິດສຸດໃຈ, ນ້ຳໃຈຮັກສາ, ມູນເຊື້ອຂອງຊາດ ແລະ ນຳໜ້າໃນສັງກາດໃໝ່.
“ພວກເຮົາຕ້ອງເປີດກວ້າງຂົງເຂດພັດທະນາປະເທດຊາດຂຶ້ນອາວະກາດ, ອອກສູ່ທະເລ ແລະ ເຂົ້າເລິກໃນພື້ນດິນ. ທຸກສິ່ງດັ່ງກ່າວຮຽກຮ້ອງໃຫ້ພວກເຮົາຕ້ອງມີພູມປັນຍາ, ມີວິທະຍາສາດ, ນະວັດຕະກຳ ແລະ ກ້າຄິດກ້າທຳ, ຖືຄວາມຮູ້ເປັນສຳຄັນ, ປະຢັດເວລາ ແລະ ມີການຕັດສິນໃຈທີ່ຖືກຈຸດ, ຖືກເວລາ”.
ກ່ຽວກັບທິດທາງໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ນັກທຸລະກິດໜຸ່ມ ນຳໜ້າໃນການ startup, ນະວັດຕະກຳ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ນຳໃຊ້ປັນຍາປະດິດ… ເຂົ້າໃນການຜະລິດ, ດຳເນີນທຸລະກິດ.
(ແຫຼ່ງຄັດຈາກ VOV)