• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທີ່ກອງປະຊຸມ, ໜ່ວຍປະຕິບັດງານຄວາມໝັ້ນຄົງດ້ານພະລັງງານ ໄດ້ຍົກອອກແຜນການຮັກສາຄວາມເປັນປົກກະຕິ ແລະ ຄວບຄຸມສະພາບນ້ຳມັນໃນເດືອນ ມີນາ, ກະກຽມແຜນການໃຫ້ແກ່ຊຸມເດືອນຕໍ່ໄປ.
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: Dương Giang-TTXVN)   

ວັນທີ 10 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບໜ່ວຍຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ປຶກສາຫາລືບັນດາມາດຕະການແກ້ໄຂເພື່ອຮັບປະກັນແຫຼ່ງສະໜອງພະລັງງານ, ຮັກສາລາຄານ້ຳມັນໃຫ້ເປັນປົກກະຕິ.

ທີ່ກອງປະຊຸມ, ໜ່ວຍປະຕິບັດງານຄວາມໝັ້ນຄົງດ້ານພະລັງງານ ໄດ້ຍົກອອກແຜນການຮັກສາຄວາມເປັນປົກກະຕິ ແລະ ຄວບຄຸມສະພາບນ້ຳມັນໃນເດືອນ ມີນາ, ກະກຽມແຜນການໃຫ້ແກ່ຊຸມເດືອນຕໍ່ໄປ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ຫັນແຫຼ່ງສະໜອງນ້ຳມັນດິບເປັນຫຼາຍຮູບຫຼາຍແບບ; ຜັນຂະຫຍາຍໝາກຜົນການໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີບັນດາປະເທດເຂດອ່າວ ທີ່ຫາກໍ່ຜ່ານມາ ເພື່ອເພີ່ມແຫຼ່ງສະໜອງ, ຮັບປະກັນນ້ຳມັນຈາກແຫຼ່ງນຳເຂົ້າ 30%, ພ້ອມກັນນັ້ນ, ກໍ່ປຸກລະດົມຂະບວນການປະຢັດພະລັງງານ, ນຳໃຊ້ພະລັງງານສີຂຽວ, ຫຼຸດຜ່ອນການປ່ອຍອາຍພິດ.

“ປຸກລະດົມຂະບວນການປະຢັດພະລັງງງານ ແລະ ນຳໃຊ້ພະລັງງານສີຂຽວຫຼຸດຜ່ອນການປ່ອຍອາຍພິດ. ຍູ້ແຮງການໂຄສະນາໃຫ້ຊາວ ຫວຽດນາມ ນຳໃຊ້ສິນຄ້າ ຫວຽດນາມສົ່ງເສີມການຫັນໄປສູ່ການນຳໃຊ້ພາຫະນະຄົມມະນາຄົມໄຟຟ້າ ແລະ ເຊື້ອເພີງສະອາດ. ທັງແມ່ນຂະບວນການປະຢັດພະລັງງານ ແຕ່ກໍ່ທັງແມ່ນການຫັນປ່ຽນພະລັງງານສົ່ງເສີມການນຳໃຊ້ພາຫະນະຄົມມະນາຄົມສາທາລະນະ”.

(ແຫຼ່ງຄັດຈາກ VOV)

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ – VITM 2026 ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 12 ເມ​ສາ, ໂດຍ​ຮັບ​ຮູ້ຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ສືບ​ຕໍ່​ຢັ້ງ​ຢືນ​ຖາ​ນະ​ຕຳ​ແໜ່ງ​ແມ່ນ​ເຫດ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຂອງ ຫວຽດ​ນາມ

Top