ແຂວງ ວິງ ວິງຟຸກ ມີບົດບາດສຳຄັນໃນຍຸດທະສາດພັດທະນາເສດຖະກິດເຂດ ແລະ ລະດັບຊາດ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ)
ໃນການໄປຢ້ຽມຢາມ, ເຮັດວຽກຢູ່ແຂວງ ວິງຟຸກ, ຕອນບ່າຍວັນທີ 16 ມີນາ, ທ່ານນາຍົກລັດຖະມົນຄີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ວິງຝູກ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ແລະ ແກ້ໄຂບັນດາຂໍ້ສະເໜີແນະ ເພື່ອໃຫ້ແຂວງ ວິງຟຸກ ພັດທະນາຢ່າງໄວ ແລະ ຍືນຍົງ.
ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ແຂວງ ວິງ ວິງຟຸກ ມີບົດບາດສຳຄັນໃນຍຸດທະສາດພັດທະນາເສດຖະກິດເຂດ ແລະ ລະດັບຊາດ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ແຂວງ ວິງຟຸກ ແກ້ໄຂບັນດາຂໍ້ຈຳກັດ, ພ້ອມກັນນັ້ນ ກໍ່ຫັນປ່ຽນໂຄງປະກອບເສດຖະກິດໃຫ້ສອດຄ່ອງກວ່າ; ຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່, ຄື: ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ, ຊິບ ເຄິ່ງຊັກນຳໄຟຟ້າ, AI…
ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ແຂວງ ວິງຟຸກ ຕ້ອງຍູ້ແຮງການພັດທະນາເຮືອນຢູ່ສັງຄົມຢ່າງແຮງກວ່າ; ເສີມຂະຫຍາຍບັນດາກຳລັງໃຫ້ແກ່ການພັດທະນາຢ່າງສູງສຸດ, ໂດຍສະເພາະແມ່ນພື້ນຖານໂຄງລ່າງຄົມມະນາຄົມ, ພື້ນຖານໂຄງລ່າງເຕັກໂນໂລຊີ, ພື້ນຖານໂຄງລ່າງວັດທະນະທຳ, ການສຶກສາ, ສາທາລະນະສຸກ.
(ແຫຼ່ງຄັດຈາກ VOV)