• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບຜູ້ກໍ່ຕັ້ງ ທັງເປັນປະທານເວທີປາໄສເສດຖະກິດໂລກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ WEF ຕັ້ງໜ້າຮ່ວມເດີນທາງ, ຮ່ວມມືກັບ ຫວຽດນາມ ເພື່ອນຳສູນປະຕິວັດອຸດສາຫະກຳ 4.0 (C4IR) ຢູ່ນະຄອນ ໂຮ່ຈີມິນ ໃຫ້ກາຍເປັນໜຶ່ງໃນບັນດາແບບຢ່າງຂອງເຄືອຂ່າຍ WEF
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານສາດສະດາຈານ Klaus Schwab (ພາບ: TTXVN)

ວັນທີ 07 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງ ທັງເປັນປະທານເວທີປາໄສເສດຖະກິດໂລກ (WEF), ທີ່ພວມມີການຢ້ຽມຢາມ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ WEF ຕັ້ງໜ້າຮ່ວມເດີນທາງ, ຮ່ວມມືກັບ ຫວຽດນາມ ເພື່ອນຳສູນປະຕິວັດອຸດສາຫະກຳ 4.0 (C4IR) ຢູ່ນະຄອນ ໂຮ່ຈີມິນ ໃຫ້ກາຍເປັນໜຶ່ງໃນບັນດາແບບຢ່າງຂອງເຄືອຂ່າຍ WEF, ກຳລັງໜູນຊຸກຍູ້ການນຳໃຊ້ເຕັກໂນໂລຊີກ້າວໜ້າເຂົ້າໃນບັນດາຂົງເຂດຫຼັກແຫຼ່ງຂອງພື້ນຖານເສດຖະກິດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ທ່ານ Klaus Schwab ແລະ WEF ສືບຕໍ່ເຊື່ອມຕໍ່ ຫວຽດນາມ ກັບບັນດາກຸ່ມບໍລິສັດ, ກອງທຶນທົ່ວໂລກ, ໜູນຊ່ວຍການດຶງດູດການລົງທຶນທີ່ມີຄຸນນະພາບສູງໃນບັນດາຂົງເຂດບຸລິມະສິດ, ຄື: ເຕັກໂນໂລຊີສູງ, ການຫັນປ່ຽນພະລັງງານ, ເສດຖະກິດສີຂຽວ…

ສ່ວນທ່ານສາດສະດາຈານ Klaus Schwab ຢືນຢັນວ່າ, ດ້ວຍແງ່ຫວັງ ພ້ອມກັບບັນດາຜົນງານດ້ານເສດຖະກິດ - ສັງຄົມທີ່ພົ້ນເດັ່ນ, ຫວຽດນາມ ອາດຈະກາຍເປັນພື້ນຖານເສດຖະກິດ 2.000 ຕື້ USD ໃນປີ 2050.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ

ຕອນເຊົ້າວັນທີ 9 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ ຂອງລາວ, ພາຍໃຕ້ການເປັນເຈົ້າພາບຂອງ ລາວ, ປະເທດປະທານ ອາຊຽນ 2024, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 – 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ດ້ວຍຫົວຂໍ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” ໄດ້ໄຂຂຶ້ນຢ່າງເປັນທາງການ.

Top