• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບການນຳຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ລິດເວຍ Gintautas Paluckas, ການນຳ 2 ທ່ານໄດ້ເຫັນດີຈະສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ໃນທຸກຊ່ອງທາງ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ລິດເວຍ Gintautas Paluckas)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ (WEF) Davos ຄັ້ງທີ 55 ແລະ ການເຄື່ອນໄຫວ 2 ຝ່າຍຢູ່ ສະວິດ, ວັນທີ 21 ມັງກອນ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບການນຳຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ.

        ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ລິດເວຍ Gintautas Paluckas, ການນຳ 2 ທ່ານໄດ້ເຫັນດີຈະສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ໃນທຸກຊ່ອງທາງ. ທ່ານນາຍົກລັດຖະມົນຕີ ລິດເວຍ ປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ, ພະລັງງານກັບ ຫວຽດນາມ ແລະ ເປີດກວ້າງການຮ່ວມມືອອກສູ່ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ.

ທີ່ການພົບປະອັນສັັ້ນໆກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ 2 ຝ່າຍຮັກສາ ແລະ ຊຸກຍູ້ການຮ່ວມມື 2 ຝ່າຍ ແລະ ຟື້ນຟູການແລກປ່ຽນການຄ້າລະຫວ່າງ 2 ປະເທດ, ເຊື່ອມຕໍ່ບັນດາການເຄື່ອນໄຫວຂອງຄະນະກຳມະການຮ່ວມມືທະວີພາຄີກ່ຽວກັບ ດ້ານເສດຖະກິດ - ການຄ້າໂດຍໄວ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງຫຼັກໝັ້ນດຸ່ນດ່ຽງ, ພາວະວິໄສ, ສະເໜີຕົ້ນສະເໝີປາຍຂອງ ຫວຽດນາມ ໃນບັນຫາການປະທະກັນ ລັດເຊຍ - ຢູແກຼນ, ນັ້ນແມ່ນທຸກການຂັດແຍ້ງກັນຕ້ອງໄດ້ແກ້ໄຂໂດຍສັນຕິວິທີ, ສອດຄ່ອງກັບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.

        ທີ່ການຕ້ອນຮັບທ່ານປະທານາທິບໍດີ ປານາມາ José Raúl Mulino Quintero, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນຄວາມໃກ້ຊິດສະໜິດສະໜົມລະຫວ່າງປະຊາຊົນ 2 ປະເທດ ຈະແມ່ນເງື່ອນໄຂສະດວກເພື່ອເພີ່ມທະວີການພົວພັນ 2 ຝ່າຍ, ໂດຍສະເພາະແມ່ນດ້ານການເມືອງ - ການທູດ, ເສດຖະກິດ - ການຄ້າ.

        ທີ່ການຕ້ອນຮັບຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາ (WIPO) Daren Tang, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ຫວຽດນາມ ຈະລົງທຶນຢ່າງແຮງເຂົ້າຂົງເຂດນະວັດຕະກຳ, ວິທະຍາສາດເຕັກໂນໂລຊີ, ການຫັນເປັນດີຈີຕອນ ແລະ ປາດຖະໜາວ່າ WIPO ຈະຮ່ວມເດີນທາງ, ໜູນຊ່ວຍເພື່ອໃຫ້ ຫວຽດນາມ ສືບຕໍ່ໄດ້ຍົກຂັ້ນໃນບົດລາຍການດັດຊະນີນະວັດຕະກຳທົ່ວໂລກ.

        ຕອນຄ່ຳວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ “ນຳໃຊ້ AI ເຂົ້າໃນການຜະລິດອັດສະລິຍະ ແລະ ພັດທະນາສູນກາງເງິນສາກົນຢູ່ນະຄອນ ໂຮ່ຈີມິນ”.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top