• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ທ່ານນາງ ເອກອັກຄະລັດຖະທູດ ຫງວຽນງວຽດງາ: “ການທູດດ້ວຍຫົວໃຈ”

ເປັນຫົວໜ້າກົມ ຍິງ ຜູ້ທຳອິດຂອງກົມຮ່ວມມືເສດຖະກິດຫຼາຍຝ່າຍ ຂຶ້ນກັບກະຊວງການຕ່າງປະເທດ, ທ່ານນາງ ເອກອັກຄະ ລັດຖະທູດ ຫງວຽນງວຽດງາ ພ້ອມກັບກົມດັ່ງກ່າວ ໄດ້ສ້າງ ຂີດ ໝາຍຢ່າງບໍ່ນ້ອຍ ເມື່ອນຳໜ້າໃນພາລະກິດ ເຊື່ອມໂຍງ ກ່ຽວກັບ ນະໂຍບາຍ, ຊ່ວຍ ຫວຽດນາມ ເຂົ້າຮ່ວມ ASEAN, ASEM, APEC, WTO, TPP ແລະ ສັນຍາ ການຄ້າເສລີ ຈຳນວນໜຶ່ງ ຢ່າງສຳເລັດຜົນ. 
ທ່ານນາງ ຫງວຽນງວຽດງາ ຍັງຈື່ໄວ້ ປຽບຄືແສງສະຫວ່າງ ຂອງ ອາຊີບ ການທູດ ເຊິ່ງເພິ່ນໄດ້ເຫັນ. ນັ້ນແມ່ນຮູບພາບທ່ານ ນາງ ຫງວຽນທິບິ່ງ, ເວລານັ້ນ ຍັງເປັນຫົວໜ້າຄະນະເຈລະຈາ ສັນຍາປາຣີ ຂອງ ລັດຖະບານປະຕິວັດ ຊົ່ວຄາວພາກໃຕ້ ຫວຽດ ນາມ. “ທ່ານນາງ ບິ່ງ ເປັນຄົນມີສະຕິປັນຍາ, ຄົນມີຄຸນນະທໍາ ໜັກແໜ້ນ, ໃນ ຊຸດປະຈຳຊາດ, ເພິ່ນນັ່ງຢູ່ໂຕະ ເຈລະຈາ ເພື່ອ ຕັດສິນຊ່ວງ ເວລາ ແຫ່ງປະຫວັດສາດ ຂອງປະເທດຊາດ ເຮັດ ໃຫ້ຂ້າພະເຈົ້າຮູ້ສຶກ ເຄົາລົບນັບຖືຢ່າງຍິ່ງ”, ທ່ານນາງ ຫງວຽນ ຫງວຽດງາ ຫວນຄືນເຖິງ ແຮງຈູງໃຈ ເຮັດໃຫ້ເພິ່ນຕັດສິນໃຈ ທຳ ອາຊີບ ການທູດ.
ທ່ານນາງ ຫງວຽນງວຽດງາ ເປັນນັກການທູດທ່ີມີຄວາມສາມາດ ແລະ ປະສົບການ ມາກວ່າ 30 ປີ. ເພິ່ນໄດ້ຮັບການຍົກຍ້ອງ ວ່າ ເປັນ “ນັກການທູດ ຂອງ ເຈລະຈາ”, ດ້ວຍຫຼາຍບົດຮຽນໃນການ ພົວພັນດ້ານການທູດ ທ່ີເຄັ່ງຄັດ ແລະ ທ້າທາຍ. 

ທ່ານນາງ ຫງວຽນງວຽດງາ ໃຫ້ຮູ້ວ່າ ປັດຈຸບັນ, ໃນປະຫວັດສາດແຫ່ງ ການເຈລະຈາສັນຕິພາບ ຍຸກໃໝ່, ທ່ານນາງ ບິ່ງ ຍັງ ເປັນ ແມ່ຍິງຜູ້ ທຳອິດ ເປັນຫົວໜ້າຄະນະເຈລະຈາ. ໃນການຕີລາຄາ ກ່ຽວກັບ ສັນຕິພາບ, ຄວາມໝັ້ນຄົງໂລກ, ສະຫະປະຊາຊາດ ໄດ້ຕີລາຄາວ່າ ຫວຽດນາມ ເປັນປະເທດ  ນຳໜ້າ ກ່ຽວກັບບົດ ບາດ ຂອງ ແມ່ຍິງ ໃນການແກ້ໄຂສົງຄາມ ແລະ ສັນຕິພາບ. 

ເມື່ອເວົ້າເຖິງອະດີດລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນເກີແທກ, ຜູ້ທີ່ເປັນອາຈານ, ທັງເປັນພໍ່ ຂອງ ສາມີເພິ່ນ, ທ່ານນາງ ຫງວຽນງວຽດງາ ຍັງຈື່ ຄຳສອນຂອງເພິ່ນ: “ໃນອາຊີບ ເປັນນັກການທູດ ແລະ ໃນຊີວິດການເປັນຢູ່, ສິ່ງສຳຄັນ ກວ່າໝູ່ ແມ່ນ ບໍ່ໄດ້ເວົ້າຕົວະ”.


ທ່ານນາງ ຫງວຽນງວຽດງາ ຕິດຕາມ ທ່ານນາຍົກລັດຖະມົນ ຕີ ຫງວຽນຊວນຟຸກ, ທ່ານນາງປະທານ ສະພາແຫ່ງຊາດ ຫງວຽນ ທິກີມເງິນ ເຂົ້າຮ່ວມກອງປະຊຸມ ສຸດຍອດ ການນຳຍິງ ASEAN 2020. ພາບ: ເອກະສານ 


ທ່ານນາງ ຫງວຽນງວຽດງາ ໃນກອງປະຊຸມສໍານາສາກົນ: “ປະ ຊາຄົມ ASEAN ທີ່ສະໜິດຕິດພັນ ແລະ ເປັນເຈົ້າໃນການ ແກ້ ໃຫ້ ແທດເໝາະ: ຄິດຫງຳ 2020 ເພື່ອການເຄື່ອນ ໄຫວລວມ ຢ່າງ ແຂງແຂງ ກວ່າເກົ່າ” ເຊິ່ງໄດ້ຈັດຂຶ້ນໃນວັນທີ 17 ທັນວາ 2020 ທີ່ນະຄອນຫຼວງ ຮ່າໂນ້ຍ ເພື່ອເບິ່ງຄືນ ປີປະທານ ASEAN 2020 ຂອງ ຫວຽດນາມ.


ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢູງ, ອະດີດນາຍົກລັດຖະມົນຕີ ຫວູຄວານ, ທ່ານນາງ ຫງວຽນງວຽດ ງາ ພ້ອມກັບເພື່ອນມິດສາກົນ ໃນງານ ພົບປະສົນ ທະນາສາກົນ ກ່ຽວກັບການຕ່າງປະເທດ ຄັ້ງໜຶ່ງ. 


ທ່ານນາງ ຫງວຽນງວຽດງາ ຕ້ອນຮັບເລຂາທິການໃຫຍ່, ປະທານ ປະເທດ ສປ ຈີນ ສີຈິ້ນຜິງ ໃນງານພົບປະສົນທະນາຂັ້ນສູງ ຫວຽດ ນາມ-ຈີນ. 


ທ່ານນາງ ຫງວຽນງວຽດງາ ທີ່ກອງປະຊຸມ ສາກົນ ກ່ຽວກັບ ແມ່ ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ເຊິ່ງໄດ້ຈັດ ຂຶ້ນຕາມຮູບ ແບບທາງໄກ. 


ທ່ານນາງ ຫງວຽນງວຽດງາ ເຂົ້າຮ່ວມການ ສົນທະນາ ກ່ຽວກັບ “ບົດບາດການນຳພາຂອງແມ່ຍິງ” ໂດຍສະຖານທູດ ນິວຊີ ແລນ ແລະ UN Women ຮ່ວມກັນຈັດ.


ທ່ານນາງ ຫງວຽນງວຽດງາ ພ້ອມກັບເພື່ອນມິດສາກົນ ໃນ ເຫດ ການ ການທູດ ໂດຍກະຊວງການຕ່າງປະເທດ ຫວຽດນາມ ເປັນ ຜູ້ຈັດ.

ຈາກບັນດາໂອກາດທີ່ໄດ້ພົບປະ, ໄດ້ຢູ່ ແລະ ເຮັດວຽກກັບ ບັນດາ ອະດີດການນຳ ຂອງ ຂະແໜງການທູດ ຫວຽດນາມ ໄດ້ຊ່ວຍໃຫ້ ທ່ານນາງ ຫງວຽນງວຽດງາ ມີປະສົບການ ໃນອາຊີບທີ່ເປັນ ນັກ ການທູດ ຂອງຕົນ. 
ປັດຈຸບັນ, ທ່ານນາງ ຫງວຽນງວຽດງາ  ເປັນຮອງປະທານ ຄະ ນະກຳມະການແຫ່ງຊາດ ຫວຽດນາມ ກ່ຽວກັບການຮ່ວມມື ເສດ ຖະກິດ ປາຊີຟິກ; ທີ່ປຶກສາຂັ້ນສູງ, ກອງເລຂາແຫ່ງຊາດ ASEAN 2020. 

ໜຶ່ງໃນບັນດາສິ່ງທີ່ລະນຶກໃນການເດີນທາງເຊື່ອມໂຍງເສດຖະກິດ ຂອງ ຫວຽດນາມ ເຊິ່ງທ່ານນາງ ຫງວຽນງວຽດງາ ຍັງຈື່ໄດ້ ຄືປີ 2007, ເມື່ອ ຫວຽດນາມ ເຂົ້າເປັນສະມາຊິກ WTO ຢ່າງ ເປັນ ທາງການ, ບັນດາການນຳ ໄດ້ປຽບທຽບ ຫວຽດນາມ ຄື ແມ່ນຳ້ ສາຍນ້ອຍ ບືນຕົວອອກໄປສູ່ທະເລທີ່ກວ້າງໃຫຍ່ໄພສານ. ເວລາ ນັ້ນ, ໜຶ່ງໃນບັນດາວຽກງານທີ່ເຮັດໄດ້ຂອງກົມຮ່ວມ ມືເສດຖະ ກິດຫຼາຍຝ່າຍ ແມ່ນນຳບັນຫາທະເລ ຕາເວັນອອກ, ແມ່ຂອງ ເຂົ້າ ໃນເວທີປາໄສ ASEM, ຂົນຂວາຍສະມາຊິກ ກວ່າ 50 ປະເທດ ສະໜັບສະໜູນຈຸດຢືນ ຂອງ ຫວຽດນາມ. 
 

ປັດຈຸບັນ, ທ່ານນາງ ຫງວຽນງວຽດງາ ເປັນ ຮອງປະທານ ຄະ ນະກຳມະການແຫ່ງຊາດ ຫວຽດນາມ ກ່ຽວກັບການຮ່ວມມືເສດ ຖະກິດ ປາຊີຟິກ; ທີ່ປຶກສາຂັ້ນສູງ, ກອງເລຂາແຫ່ງຊາດ ASEAN 2020..


ທ່ານນາງ ຫງວຽນງວຽດງາ ພ້ອມກັບ ພັນລະຍາ ແລະ ສາມີ ຂອງ ລັດຖະມົນຕີກະຊວງການຕ່າງປະເທດບັນດາ ASEAN ຢ້ຽມຢາມ ທາດ ບ່າ Bonagar, ຍາຈາງ. ພາບ: ເອກະສານ 


ທ່ານນາງ ຫງວຽນງວຽດງາ ຕິດຕາມພັນລະຍາ ຂອງ ບັນດາ ຜູ້ ນຳທີ່ ເຂົ້າຮ່ວມກອງປະຊຸມ Ayeyawady - Chao Phraya - Mekong (ACMECS) ຢ້ຽມຢາມ ວັນມ໋ຽວ, ຮ່າໂນ້ຍ. ພາບ: ເອກະສານ


ທ່ານນາງ ຫງວຽນງວຽດງາ ແລະ ພັນລະຍາ ຂອງ ລັດຖະມົນ ຕີ ການຕ່າງປະເທດ ສ ອາເມລິກາ Susan Pompeo ຢ້ຽມຢາມ ຫໍ ຫງອກເຊີນ. ພາບ: ເອກະສານ


ທ່ານນາງ ຫງວຽນງວຽດງາ ແລະ ພັນລະຍາ ຂອງ ລັດຖະມົນຕີ ການຕ່າງປະເທດ ຟີລິບປີນ ໄປຢ້ຽມຢາມ ໂບດໃຫຍ່, ຮ່າໂນ້ຍ. 
ຕາມທັດສະນະຂອງທ່ານນາງ ຫງວຽນງວຽດງາ, ເພື່ອກາຍເປັນ ນັກການທູດ ດີເດັ່ນ, ກ່ອນອື່ນໝົດຕ້ອງເປັນຄົນມີເມດຕາຈິດ. ເພາະວ່າ ການທູດ ຄືການໄປຫາທຸກຄົນ, ເຊື່ອມຕໍ່ກັບທຸກຄົນ  ເພື່ອເພີ່ມມິດ, ເພີ່ມຄູ່ຮ່ວມມື. ຖ້າຕ້ອງການເພີ່ມເພື່ອນມິດ, ເຮົາ ຕ້ອງ ເຂົ້າເຖິງຈິດໃຈ ດ້ວຍຄວາມກະລຸນາ, ຄວາມຈິງໃຈ. 
ຫວຽດນາມ ສຳເລັດການສ້າງຕັ້ງ 14 ຄູ່ຮ່ວມມືຍຸດທະສາດ, 11 ຄູ່ ຮ່ວມມືຮອບດ້ານ ແລະ ເຂົ້າຮ່ວມປະຊາຄົມເສດຖະກິດ ASEAN … ເປັນຜົນງານທີ່ຍິ່ງໃຫຍ່ ດ້ວຍການປະກອບສ່ວນບໍ່ໜ້ອຍ ຂອງ ທ່ານນາງ ຫງວຽນງວຽດງາ ພ້ອມກັບກົມ ຮ່ວມມືເສດຖະກິດ ຫຼາຍ ຝ່າຍ. 

ຕາມທ່ານນາງ ຫງວຽນງວຽດງາ ແລ້ວ, ພົວພັນການທູດ ແມ່ນ ຈຸດສູງ ຂອງ ການພົວພັນທາງສັງຄົມ, ລະຫວ່າງຄົນກັບຄົນ. ແຕ່ ສູງ ກວ່ານັ້ນ ແມ່ນລະຫວ່າງບັນດາປະເທດ, ບັນດາເຊື້ອຊາດ. ດັ່ງນັ້ນການ ຈະນຳ ພັນທະມິດ ກັບປະເທດ, ນໍາເພື່ອນມິດກັບ ປະເທດ, ພວກເຮົາ ຕ້ອງສ້າງສາຍພົວພັນ ດ້ວຍຫົວໃຈ, ມີແຕ່ ຫົວ ໃຈ ຈຶ່ງສາມາດ ສໍາພັດຫົວໃຈໄດ້. 
 
ບົດ: ຖາວວີ - ພາບ: ຫວຽດເກື່ອງ ແລະ ເອກະສານ ໂດຍເຈົ້າຂອງສະໜອງ

ຖອດລະຫັດ ປະກົດການ ເວທີລະຄອນ ເລ້ຫງອກ

ຖອດລະຫັດ ປະກົດການ ເວທີລະຄອນ ເລ້ຫງອກ

ໃນຊຸມປີມໍ່ໆ ມານີ້, ມີເວທີລະຄອນໜຶ່ງ ຊຶ່ງຢູ່ທີ່ນັ້ນ, ທຸກໆ ຄັ້ງທີ່ມີ ບົດລະ ຄອນໃໝ່, ຜູ້ຊົມມາເຕັມ ຫ້ອງຜູ້ຊົມ, ຊຳ້ບໍ່ໜຳປີ້ຍັງຂາດຢູ່.  ນີ້ແມ່ນ “ປະ ກົດການ” ທີ່ຫາຍາກ ຕໍ່ຜະລິດຕະພັນ ວັດທະນະທຳ ພື້ນເມືອງໜຶ່ງ ທີ່ໄດ້ ສູນເສຍທີ່ຕັ້ງ ຢູ່ໃນໃຈຂອງຜູ້ຊົມ. ເວທີລະຄອນ ເລ້ຫງອກ (ສ້າງຕັ້ງໂດຍ ນັກສິລະປິນປະຊາຊົນ ເລ້ຫງອກ, ຢູ່ເຮືອນເລກ 2, ຖະໜົນ ຮວາລື, ບ້ານ ເລດ້າຍແຮ່ງ, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ), ເປັນເວທີລະຄອນ ຫັນເປັນສັງຄົມ ໜ່ວຍທຳອິດ ຢູ່ພາກເໜືອ, ໄດ້ກາຍເປັນຈຸດພົ້ນເດັ່ນ ຂອງຄວາມມຸ່ງຫວັງ ຟື້ນຟູ ຜະລິດຕະພັນ ວັດທະນະທຳພື້ນເມືອງໜຶ່ງ ທີ່ເຂັ້ມຂົ້ນໄປດ້ວຍ ສີສັນແຫ່ງຊາດ ຫວຽດນາມ.

Top