• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ອັງ​ໂກ​ລາ

ວັນທີ 08 ສິງຫາ, ຫວຽດນາມ ແລະ ອັງໂກລາ ໄດ້ອອກຖະແຫຼງການຮ່ວມ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ອັງໂກລາ ແຕ່ວັນທີ 06 – 08 ສິງຫາ 2025 ຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ພັນລະຍາ ຕາມຄຳເຊື້ອເຊີນຂອງທ່ານ João Manuel Gonçalves Lourenço ປະທານາທິບໍດີ ອັງໂກລາ ແລະ ພັນລະຍາ.
(ແຫຼ່ງຄັດຈາກ VOV)

ຖະແຫຼງການຮ່ວມໃຫ້ຮູ້ວ່າ ໃນການຢ້ຽມຢາມ, ທ່ານ ເລືອງເກືອງ ໄດ້ພົບປະກັບທ່ານ João Manuel Gonçalves Lourenço ປະທານາທິບໍດີ ອັງໂກລາ; ທ່ານນາງ Carolina Cerqueira ປະທານສະພາແຫ່ງຊາດ ແລະ ກ່າວຄຳປາໄສນະໂຍບາຍຢູ່ວາລະປະຊຸມຄົບຄະນະພິເສດຂອງສະພາແຫ່ງຊາດ ອັງໂກລາ. ທ່ານ ເລື່ອງເກື່ອງ ກໍໄດ້ວາງພວງມາລາຢູ່ເສັ້ນທາງຫຼວງ ໂຮ່ຈີມິນ ແລະ ອະນຸສາວະລີນັກຮົບນິລະນາມ ອັງໂກລາ; ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອັງໂກລາ; ຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານ ອັງໂກລາ ຢູ່ນະຄອນຫຼວງ Luanda.

        ຖະແຫຼງການຮ່ວມກໍໄດ້ຊີ້ແຈ້ງວ່າ ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການເຈລະຈາ, ມຸ່ງໄປເຖິງການລົງນາມໃນເອກະສານຮ່ວມມືສຳຄັນຫຼາຍສະບັບ; ສອງຝ່າຍແບ່ງປັນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເພີ່ມທະວີການສົມທົບ, ສະໜັບສະໜູນຫຼັກໝັ້ນຂອງກັນໃນບັນຫາພາກພື້ນ ແລະ ສາກົນ, ປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ແຕ່ລະພາກພື້ນ ແລະ ໃນໂລກ. ສອງຝ່າຍໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກເພື່ອໃຫ້ພົນລະເມືອງສອງປະເທດດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ປະເທດຂອງກັນ.

(ແຫຼ່ງຄັດຈາກ VOV)

ໃກ້​ຈະ​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ກອງ​ເສ​ນາ​ທິ​ການ​ໃຫຍ່ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ 80 ປີ ແຫ່ງວັນສ້າງຕັ້ງ, ຕໍ່​ສູ້ ແລະ ເຕີບ​ໃຫຍ່

ໃກ້​ຈະ​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ກອງ​ເສ​ນາ​ທິ​ການ​ໃຫຍ່ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ 80 ປີ ແຫ່ງວັນສ້າງຕັ້ງ, ຕໍ່​ສູ້ ແລະ ເຕີບ​ໃຫຍ່

ກອງປະຊຸມສຳມະນາຈະຈັດຂຶ້ນໃນວັນທີ 14 ສິງຫາ ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງບັນດາການນຳ, ອະດີດການນຳພັກ, ລັດ; ຜູ້ຕາງໜ້າການນຳບັນດາຄະນະ, ຂະແໜງການ, ໝູ່ຄະນະຢູ່ຂັ້ນສູນກາງ; ການນຳ, ອະດີດການນຳກະຊວງປ້ອງກັນປະເທດ, ກອງເສນາທິການໃຫຍ່, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ… ພ້ອມດ້ວຍບັນດານັກວິທະຍາສາດ, ຕົວພະຍານປະຫວັດສາດ.

Top