• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕ້ອງ​ມີ​ບັນ​ດານະ​ໂຍ​ບາຍ​ຊີ້​ຂາດ​ຢ່າງ​ທັນ​ການ ເພື່ອ​ຟື້ນ​ຟູ ພ​ື້ນ​ຖານ​ເສດ​ຖະ​ກິດ

ໃນຊຸມເດືອນທ້າຍປີ 2022 ແລະ ຕົ້ນປີ 2023 ແມ່ນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດສຳລັບປະເທດຊາດ. ສະມາຊິກສະພາແຫ່ງຊາດຫຼາຍທ່ານຖືວ່າ ເພື່ອບັນລຸໄດ້ເປົ້າໝາຍພັດທະນາໃນໄລຍະຈະມາເຖິງ, ຕ້ອງມີຄວາມຕັດສິນໃຈຢ່າງສູງ, ສຸມໃສ່ຕິດຕາມສະພາບການເສດຖະກິພາຍໃນປະເທດ ແລະ ໃນໂລກຢ່າງໃກ້ຊິດ ເພື່ອມີມາດຕະການ, ນະໂຍບາຍຢ່າງເປັນເຈົ້າການ ແລະ ທັນການ.
ທ່ານ ຮວ່າງດຶກຖັງ, ສະມາຊິກສະພາແຫ່ງຊາດ ແຂວງກວ໋າງຈິ ກ່າວຄຳເຫັນທີ່ວາລະປຶກສາຫາລື

ໃນການປຶກສາຫາລືບົດລາຍງານຂອງລັດຖະບານກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ຂອງວາລະປະຊຸມຕອນບ່າຍວັນທີ 31 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ໄດ້ໃຫ້ຂໍ້ສັງເກດວ່າ ໃນຊຸມເດືອນທ້າຍປີ 2022 ແລະ ຕົ້ນປີ 2023 ແມ່ນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດສຳລັບປະເທດຊາດ. ສະມາຊິກສະພາແຫ່ງຊາດຫຼາຍທ່ານຖືວ່າ ເພື່ອບັນລຸໄດ້ເປົ້າໝາຍພັດທະນາໃນໄລຍະຈະມາເຖິງ, ຕ້ອງມີຄວາມຕັດສິນໃຈຢ່າງສູງ, ສຸມໃສ່ຕິດຕາມສະພາບການເສດຖະກິພາຍໃນປະເທດ ແລະ ໃນໂລກຢ່າງໃກ້ຊິດ ເພື່ອມີມາດຕະການ, ນະໂຍບາຍຢ່າງເປັນເຈົ້າການ ແລະ ທັນການ. ພິເສດ, ເອົາໃຈໃສ່ເປັນພິເສດເຖິງການປັບປຸງ, ເພີ່ມທະວີພື້ນຖານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້. ພ້ອມດຽວກັນນັ້ນ, ສືບຕໍ່ຍົກສູງກຳລັງຄວາມສາມາດ, ລັກສະນະເປັນເຈົ້າພື້ນຖານເສດຖະກິດ, ຊ້ຳບໍ່ໜຳ ຕ້ອງມີບັນດາມາດຕະການທີ່ຮີບດ່ວນ, ແບບບໍ່ເຄີຍມີມາກ່ອນ ເພື່ອໜູນຊ່ວຍລະບົບວິສາຫະກິດ… ທ່ານ ຮວ່າງດຶກຖັງ, ສະມາຊິກສະພາແຫ່ງຊາດ ແຂວງກວ໋າງຈິ ຖືວ່າ:

        “ວິສາຫະກິດ ໄດ້ຮັບຖືວ່າເປັນກະດູກສັນຫຼັງຂອງພື້ນຖານເສດຖະກິດ. ວິສາຫະກິດພັດທະນາ, ປະເທດຈຶ່ງຈະເລີນຮຸ່ງເຮືອງ. ດັ່ງນັ້ນ, ໃນໄລຍະຈະມາເຖິງ, ສະເໜີໃຫ້ ລັດຖະບານ ຈົ່ງສຸມທຸກແຫຼ່ງກຳລັງ, ພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ສ້າງສະພາບແວດລ້ອມ, ເງື່ອນໄຂດີທີ່ສຸດເພື່ອຟື້ນຟູ, ພັດທະນາເສດຖະກິດ. ກ່ອນອື່ນໝົດ, ຕ້ອງສຳຫຼວດກວດຄືນ, ແກ້ໄຂບັນດາສິ່ງກີດຂວາງກ່ຽວກັບລະບອບລະບຽບການ. ໄປຄຽງຄູ່ກັນນັ້ນ ແມ່ນເຮັດໃຫ້ກະແສເງິນສິນເຊື່ອເຄື່ອນໄຫວຢ່າງລຸລ່ວງ, ປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມລົງທຶນດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດຢ່າງສຸດຂີດ”.

 

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top