• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຕົ້ນໝາກແປ້ນປະດັບ ວີເຄ ດຶງດູດລູກຄ້າໃນຊ່ວງບຸນເຕັດ

ໃນໂອກາດບຸນເຕັດປະຈຳຊາດທີ່ໃກ້ຈະມາເຖິງ, ແມ່ນຊ່ວງເວລາທີ່ບັນດາສວນໝາກແປ້ນຢູ່ແຂວງ ນິງບິ່ງ  ມີຄວາມຄຶກຄື້ນທີ່ສຸດ. 

ໃນປີນີ້, ນອກຈາກໝາກແປ້ນແບບດັ້ງເດີມແລ້ວ, ເຈົ້າຂອງສວນຫຼາຍແຫ່ງຍັງໄດ້ສ້າງສັນຜົນງານໝາກແປ້ນປະດັບ ທີ່ໂດດເດັ່ນ, ສາມາດດຶງດູດລູກຄ້າ ແລະ ສ້າງລາຍຮັບສູງໃຫ້ແກ່ປະຊາຊົນ, ໂດຍມີລາຄາຕັ້ງແຕ່ 3 ຫາ 15 ລ້ານດົງຕໍ່ຕົ້ນ. ອາຊີບປູກດອກໄມ້ ແລະ ຕົ້ນໄມ້ປະດັບ ໄດ້ປະກອບສ່ວນຍົກສູງລາຍຮັບໃຫ້ແກ່ປະຊາຊົນ, ສະເລ່ຍເກືອບ 75 ລ້ານດົງຕໍ່ຄົນຕໍ່ປີ.

ຜົນງານໝາກແປ້ນປະດັບ ທີ່ວາງສະແດງໃນຊ່ວງບຸນເຕັດປະຈຳຊາດ. ພາບ: ຫງວຽນລັ່ງ – VNA

ຈຸດທີ່ແຕກຕ່າງຂອງໝາກແປ້ນປະດັບ ວີເຄ ໃນປີນີ້ແມ່ນການປະສົມປະສານຢ່າງປານີດ ລະຫວ່າງ ຮູບຊົງຂອງຕົ້ນໄມ້ເກົ່າແກ່ ແລະ ການຕົບແຕ່ງດ້ວຍພູເຂົາຈຳລອງ, ຮູບປັ້ນເຊລາມິກ, ສ້າງເປັນພາບທຳມະຊາດຈຳລອງທີ່ມີຄວາມໝາຍອັນເລິກເຊິ່ງ. ຕາມຄຳບອກເລົ່າຂອງບັນດານາຍຊ່າງທ້ອງຖິ່ນ, ເພື່ອໃຫ້ໄດ້ຜົນງານທີ່ເພິ່ງພໍໃຈ, ຜູ້ປູກຕ້ອງໃຊ້ເວລາແຕ່ 2 ຫາ 3 ປີ ໃນການບົວລະບັດຮັກສາ, ຕັດແຕ່ງ ແລະ ສ້າງຮູບຊົງຢ່າງພິຖີພິຖັນ. ການນຳຕົ້ນໝາກແປ້ນມາປູກໃນອ່າງ ປະສົມປະສານກັບໄຄຂຽວ ແລະ ຫີນປະດັບ ບໍ່ພຽງແຕ່ຍົກສູງມູນຄ່າທາງດ້ານຄວາມງາມເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ຕົ້ນໄມ້ມີຄວາມທົນທານຕະຫຼອດຊ່ວງບຸນເຕັດ.

ລູກຄ້າພວມເລືອກຊື້ໝາກແປ້ນ ເພື່ອໄປປະດັບໃນຊ່ວງບຸນເຕັດ. ພາບ: ຫງວຽນລັ່ງ – VNA
ການຕັດແຕ່ງ ແລະ ຕົບແຕ່ງຜົນງານໝາກແປ້ນປະດັບໃຫ້ສົມບູນ ຢູ່ ວີເຄ. ພາບ: ຫງວຽນລັ່ງ – VNA
ທ່ານ ເຈິ່ນນິງ, ເຈົ້າຂອງສວນ (ຕາແສງ ວີເຄ, ແຂວງ ນິງບິ່ງ) ພວມຕັດແຕ່ງໝາກແປ້ນປະດັບ. ພາບ: ຫງວຽນລັ່ງ – VNA

ນອກຈາກການປ່ຽນແປງຮູບແບບຜະລິດຕະພັນແລ້ວ, ເຈົ້າຂອງສວນຢູ່ ວີເຄ ຍັງໄດ້ຊຸກຍູ້ການໂຄສະນາຜ່ານສື່ດີຈີຕອນ ແລະ ຮັບການສັ່ງຈອງທາງອອນລາຍ. ຄວາມວ່ອງໄວຕໍ່ຕະຫຼາດ ບວກກັບຝີມືອັນຄ່ອງແຄ້ວຂອງຊາວນາ ໄດ້ຊ່ວຍໃຫ້ເຄື່ອງໝາຍການຄ້າດອກໄມ້ ແລະ ຕົ້ນໄມ້ປະດັບຂອງແຂວງ ນິງບິ່ງ ນັບມື້ນັບແຜ່ຂະຫຍາຍໄປໄກ. ບັນດາຖ້ຽວລົດທີ່ບັນທຸກໝາກແປ້ນປະດັບ ອັນເຕັມໄປດ້ວຍກິ່ນອາຍ ຂອງລະດູບານໃໝ່ ພວມມຸ່ງໜ້າໄປສູ່ບັນດາແຂວງ ແລະ ນະຄອນຕ່າງໆ, ນຳເອົາຄວາມຫວັງ ກ່ຽວກັບປີໃໝ່ທີ່ຮັ່ງມີ ແລະ ວັດທະນາຖາວອນ ມາໃຫ້ທັງຜູ້ປູກ ແລະ ຜູ້ຊື້.

ພາບ: ຫງວຽນລັ່ງ – VNA/VNP

ບັນ​ຍາ​ກາດ​ທີ່​ຄຶກ​ຄື້ນ​ຂອງການ​ເດີນ​ທະ​ເລ​ຫາ​ປາ ​ຍາມ​ທ້າຍ​ປີ

ບັນ​ຍາ​ກາດ​ທີ່​ຄຶກ​ຄື້ນ​ຂອງການ​ເດີນ​ທະ​ເລ​ຫາ​ປາ ​ຍາມ​ທ້າຍ​ປີ

ໃນຊຸມວັນໃກ້ຈະຮອດບຸນປີໃໝ່ປະຈຳຊາດຫວຽດນາມ, ຈັງຫວະການດຳລົງຊີວິດຂອງພໍ່ແມ່ປະຊາຊົນຊາວປະມົງ ກໍມີຄວາມຄຶກຄື້ນຕາມແຕ່ລະຖ້ຽວເຮືອອອກຝັ່ງໄປຫາປາ. ບັນດາທ້ອງກ່ຳປັ່ນທີ່ເຕັມໄປດ້ວຍປາໝັ້ນໝາຍວ່າພໍ່ແມ່ປະຊາຊົນຈະຕ້ອນຮັບບຸນເຕັດດ້ວຍຄວາມອົບອຸ່ນ, ອີ່ມໜຳສຳລານ, ສົມບູນພູນສຸກ.

Top