ໃນວັນທີ 31 ສິງຫາ, ກຳລັງສືບຕໍ່ພົບເຫັນຫຼາຍອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ມີວັດຖຸຕິດພ້ອມ.
ບັນດາກຳລັງໄດ້ຍາດແຍ່ງເວລາເປີດກວ້າງຂອບເຂດຊອກຫາ, ສູ້ຊົນນຳເອົາ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບເມືອຄອບຄົວ (ພາບ: VNA)
ໄລ່ຮອດວັນທີ 31 ສິງຫາ, ພາຍຫຼັງດຳເນີນການຊອກຫາເປັນເວລາ 2 ເດືອນ, ບັນດາກຳລັງສາມາດພົບເຫັນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 553 ອັດຖິ ຢູ່ສວນສາທາລະນະ ເລທິຣຽງ (ຕາແສງ ຮວ່າຮຶງ, ນະຄອນ ໂຮ່ຈີມິນ), ໃນນັ້ນມີ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 262 ອັດຖິມີວັດຖຸພັນຕິດພ້ອມ.
ທ່ານພັນຕີ ເລງອັກຮ່າ, ຫົວໜ້າກອງ K74 (ກອງບັນຊາການນະຄອນ ໂຮ່ຈີມິນ), ໃຫ້ຮູ້ວ່າ ໃນຊ່ວງວັນພັກສະເຫຼີມສະຫຼອງວັນຊາດທີ 2 ກັນຍາ, ກຳລັງຊອກຫາຍັງຄົງຮີບເຮັງຍູ້ໄວຄວາມຄືບໜ້າໃນການທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ບັນດາກຳລັງໄດ້ຍາດແຍ່ງເວລາເປີດກວ້າງຂອບເຂດຊອກຫາ, ສູ້ຊົນນຳເອົາ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບເມືອຄອບຄົວ, ປະກອບສ່ວນປະຕິບັດວຽກງານຕອບບຸນແທນຄຸນໃຫ້ເປັນຢ່າງດີ.
ໃນວັນທີ 31 ສິງຫາ, ກຳລັງສືບຕໍ່ພົບເຫັນຫຼາຍອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ມີວັດຖຸຕິດພ້ອມ. ພາຍຫຼັງໄດ້ພົນເຫັນ, ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ບັນດາວັດຖຸນັ້ນໄດ້ສົ່ງໄປຍັງເຂດເກັບເອົາຕົວຢາງ, ຮັກສາຕົວຢາງເພື່ອທຳຄວາມສະອາດ, ໄຈ້ແຍກ ແລະ ແກ້ໄຂຕາມຂັ້ນຕອນ.
(ແຫຼ່ງຄັດຈາກ VOV)