• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດັດ​ຊະ​ນີກ​ານ​ປະ​ຕິ​ຮູ​ບ​ການ​ບໍ​ລິ​ຫານ​ປີ 2025 ຂອງ​ຮ່າ​ໂນ້ຍໄດ້​ປັບ​ປຸງ​ຢ່າງ​ຈະ​ແຈ້ງ

ຕາມການຕີລາຄາຂອງສະພາຕີລາຄາດັດຊະນີການປະຕິຮູບການບໍລິຫານ ນະຄອນ ຮ່າໂນ້ຍ, ປີ 2025, ດັດຊະນີປະຕິຮູບບໍລິຫານຂອງທັງສອງກຸ່ມ (ພະແນກຂະແໜງການ ແລະ ຕາແສງ) ລ້ວນແຕ່ມີການປັບປຸງດີຂຶ້ນຢ່າງຈະແຈ້ງ.
  ທ່ານ ຫວູດ້າຍທັງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ (ພາບ: VOV1)  

ຕອນເຊົ້າວັນທີ 31 ມີນາ, ນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມປະກາດໝາກຜົນ ດັດຊະນີກປະຕິຮູບການບໍລິຫານປີ 2025, ດັດຊະນີຄວາມເພິ່ງພໍໃຈຂອງປະຊາຊົນກ່ຽວກັບການຮັບໃຊ້ການບໍລິຫານຂອງບັນດາພະແນກ, ອົງການທຽບເທົ່າພະແນກ ແບະ ຄະນະກຳມະການປະຊາຊົນ ບັນດາຕາແສງ.

ຕາມການຕີລາຄາຂອງສະພາຕີລາຄາດັດຊະນີການປະຕິຮູບການບໍລິຫານ ນະຄອນ ຮ່າໂນ້ຍ, ປີ 2025, ດັດຊະນີປະຕິຮູບບໍລິຫານຂອງທັງສອງກຸ່ມ (ພະແນກຂະແໜງການ ແລະ ຕາແສງ) ລ້ວນແຕ່ມີການປັບປຸງດີຂຶ້ນຢ່າງຈະແຈ້ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຫວູດ້າຍທັ້ງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຢັ້ງຢືນວ່າ ວຽກງານປະຕິຮູບການບໍລິຫານຂອງບັນດາພະແນກ, ອົງການທຽບເທົ່າພະແນກ, ບັນດາຕາແສງ ມີການຜັນປ່ຽນຢ່າງຕັ້ງໜ້າ ໂດຍປະຊາຊົນ, ອົງການຈັດຕັ້ງ ແລະ ວິສາຫະກິດຮັບຮູ້ເທົ່າລະກ້າວ, ປະກອບສ່ວນສຳຄັນເຂົ້າໃຈການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງນະຄອນ. ທ່ານໃຫ້ຮູ້ວ່າ:

ບັນດາອົງການ, ຫົວໜ່ວຍຕ້ອງສຸມໃສ່ປະຕິຮູບຢ່າງແທ້ຈິງບົນເສົາຄ້ຳຫຼັກ. ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການປະຕິຮູບລະບອບລະບຽບການ, ການປະຕິບັດລະບຽບການບໍລິຫານ… ສືບຕໍ່ເຮັດໃຫ້ອົງການ, ກົນຈັກບໍລິຫານກະທັດລັດລົງ, ຍົກສູງລະດັບຄວາມຮູ້ຂອງພະນັກງານ, ລັດຖະກອນ, ປ່ຽນແປງໃໝ່ລະບົບວຽກງານພາກລັດ ຕາມທິດຕີລາຄາຕາມໝາກຜົນ, ຍູ້ແຮງການຫັນເປັນດີຈີຕອນ, ສ້າງອຳນາດການປົກຄອງດີຈີຕອນ ແລະ ທຸກໜ້າທີ່ກຳນົດຜະລິດຕະພັນສົ້ນອອກມີດັດຊະນີ, ເວລາປະຕິບັດສຳເລັດຢ່າງຈະແຈ້ງ.

່(ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ: ການ​ປະ​ທະ​ກັນ​ສືບ​ຕໍ່​ດຳ​ເນີນ​ຢ່າງ​ຮຸນ​ແຮງ

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ: ການ​ປະ​ທະ​ກັນ​ສືບ​ຕໍ່​ດຳ​ເນີນ​ຢ່າງ​ຮຸນ​ແຮງ

ສຳລັບຝ່າຍອີຣານ, ກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ປະກາດວ່າໄດ້ປຸກລະດົມບັນດາກະແສບຸກໂຈມຕີໃໝ່ໃນບັ້ນບຸກໂຈມຕີ “”ຄຳໝັ້ນສັນຍາທີ່ແທ້ຈິງ 4” ເລັ່ງໃສ່ບັນດາເປົ້າໝາຍຍຸດທະສາດຢູ່ ອິດສະລາແອັນ ແລະ ບັນດາຮາກຖານຂອງອາເມລິກາ ໃນພາກພື້ນ.

Top