ສອງຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ເພີ່ມທະວີບັນດາການເຄື່ອນໄຫວພົບປະ, ແລກປ່ຽນທຸກຂັ້ນ, ເສີມຂະຫຍາຍຂອບຂະໜາດການຮ່ວມມື “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ” ຢ່າງມີປະສິດທິຜົນ.
ທ່ານຮອງປະທານສະພາແຫ່ງຊາດ ຫວູຮົ່ງແທັງ ພົບປະ ທ່ານຮອງປະທານສະພາສູງ (ສະພາແຫ່ງຊາດບັນດາແຂວງ) ອາບຟຼິກກາໃຕ້ ນາງ Refilwe Mtshweni-Tsipane (ພາບ: TTXVN)
ໃນຂອບເຂດການຢ້ຽມຢາມ ອາບຟຼິກກາໃຕ້ຢ່າງເປັນທາງການໃນລະຫວ່າງວັນທີ 13 – 16 ກໍລະກົດ, ວັນທີ 16 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ ອາບຟຼິກກາໃຕ້ຢູ່ນະຄອນ Cape Town, ທ່ານຮອງປະທານສະພາແຫ່ງຊາດ ຫວູຮົ່ງແທັງ ໄດ້ພົບປະກັບທ່ານຮອງປະທານສະພາສູງ (ສະພາແຫ່ງຊາດບັນດາແຂວງ) ອາບຟຼິກກາໃຕ້ ນາງ Refilwe Mtshweni-Tsipane. ກ່ອນໜ້ານັ້ນ, ໃນວັນທີ 15 ກໍລະກົດ, ທ່ານຮອງປະທານສະພາແຫ່ງຊາດ ຫວູຮົ່ງແທັງ ກໍ່ໄດ້ພົບປະເຈລະຈາກັບທ່ານຮອງປະທານສະພາແຫ່ງຊາດ ອາບຟຼິກກາໃຕ້ Annelie Lotriet.
ໃນບັນດາການພົບປະເຈລະຈາ, , ສອງຝ່າຍໄດ້ເຫັນດີເປັນເອກະພາບນຳການຮວມມືໃນຊ່ອງທາງລັດຖະສະພາກາຍເປັນໜຶ່ງໃນບັນດາເສົາຄ້ຳໃນການຮ່ວມມືສອງຝ່າຍຜ່ານການຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາກຳມາທິການວິຊາການຂອງສະພາແຫ່ງຊາດ ແລະ ການພົບປະແລກປ່ຽນສະມາຊິກລັດຖະສະພາ… ເຫັນດີເປັນເອກະພາບເຈລະຈາ, ເຊັ່ນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ສະພາແຫ່ງຊາດສອງປະເທດ.
ສອງຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ເພີ່ມທະວີບັນດາການເຄື່ອນໄຫວພົບປະ, ແລກປ່ຽນທຸກຂັ້ນ, ເສີມຂະຫຍາຍຂອບຂະໜາດການຮ່ວມມື “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ” ຢ່າງມີປະສິດທິຜົນ. ໃນຂົງເຂດເສດຖະກິດ, ສອງຝ່າຍເຫັນດີເປັນເອກະພາບບັນຊີລາຍຊື່ ສິນຄ້າສົ່ງອອກ 50 ປະເພດທີ່ມີຄວາມສາມາດບົ່ມຊ້ອນໄປຍັງຕະຫຼາດຂອງແຕ່ລະຝ່າຍ, ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດສອງປະເທດມາລົງທຶນເຂົ້າບັນດາຂົງເຂດຄືລົດໂອໂຕໄຟຟ້າ, ປຸງແຕ່ງບໍ່ແຮ່…; ເພີ່ມທະວີການແບ່ງປັນຂໍ້ມູນຕະຫຼາດ, ກາລະໂອກາດ, ບຸລິມະສິດກ່ຽວກັບການລົງທຶນ, ຈັດຕັ້ງບັນດາຄະນະສົ່ງເສີມ, ເວທີປາໄສ/ໂອ້ລົມສົນທະນາກ່ຽວກັບການລົງທຶນ.
(ແຫຼ່ງຄັດຈາກ VOV)