• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່ປຸ່ນ, ສ.ເກົາຫຼີ ເຊື່ອມຕໍ່ການໂອ້ລົມສົນທະນາດ້ານເສດຖະກິດຂັ້ນສູງ ພາຍຫຼັງ 8 ປີຖືກຢຸດສະງັກ

ເລື່ອງ ໂຕກຽວ ແລະ ເຊີອຸ່ນ ເຊື່ອມຕໍ່ບັນດາການທາບທາມຄວາມເຫັນດ້ານເສດຖະກິດຂັ້ນສູງ 2 ຝ່າຍແມ່ນເຫດການຫຼ້າສຸດ ໃນການເຄື່ອນໄຫວປັບປຸງການພົວພັນລະຫວ່າງ 2 ປະເທດ
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol (ພາບ: Kyodo/TTXVN)

ຍີ່ປຸ່ນ ແລະ ສ.ເກົາຫຼີ ແລະ ເຊື່ອມຕໍ່ບັນດາການໂອ້ລົມສົນທະນາດ້ານເສດຖະກິດຂັ້ນສູງໃນທ້າຍປີ 2023, ພາຍຫຼັງຖືກຢຸດສະງັກເປັນເວລາເກືອບ 8 ປີ ທີ່ກ່ຽວຂ້ອງເຖິງຫຼາຍບັນຫາ. ວັນທີ 3 ທັນວາ, ສຳນັກຂ່າວສານ Yonnhap ໄດ້ຄັດສະເໜີແຫຼ່ງຂ່າວທາງການທູດໂດຍໃຫ້ຮູ້ວ່າ, 2 ປະເທດໄດ້ເຫັນດີດຳເນີນການພົບປະຢູ່ ເຊີອຸ່ນ ໃນທ້າຍເດືອນ ທັນວາ ນີ້.

ເລື່ອງ ໂຕກຽວ ແລະ ເຊີອຸ່ນ ເຊື່ອມຕໍ່ບັນດາການທາບທາມຄວາມເຫັນດ້ານເສດຖະກິດຂັ້ນສູງ 2 ຝ່າຍແມ່ນເຫດການຫຼ້າສຸດ ໃນການເຄື່ອນໄຫວປັບປຸງການພົວພັນລະຫວ່າງ 2 ປະເທດ ພາຍຫຼັງການໂຕ້ຖຽງກັນກ່ຽວຂ້ອງເຖິງບັນຫາແຮງງານຖືກບັງຄັບໃນໄລຍະສົງຄາມ. ທີ່ກອງປະຊຸມສຸດຍອດ ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ຈັດຂຶ້ນໃນເດືອນ ກໍລະກົດ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໄດ້ເຫັນດີເຊື່ອມຕໍ່ການໂອ້ລົມສົນທະນາດ້ານເສດຖະກິດ ແລະ 2 ຝ່າຍກໍ່ຢືນຢັນຄຳໝັ້ນສັນຍາຈະດຳເນີນບັນດາເຫດການນີ້ໃນບັນດາການພົບປະຂັ້ນສຸດຍອດຕໍ່ໄປ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top