ທີ່ການເຮັດວຽກກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ນັກລົງທຶນ, ຜູ້ຮັບເໝົາ ກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໂຄງການທ່າອາກາດສະຍານສາກົນລອງແທັງ ແມ່ນໂຄງການທີ່ມີຄວາມໝາຍສຳຄັນທີ່ສຸດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງກວດກາສະພາບການກໍ່ສ້າງໂຄງການທ່າອາກາດສະຍານສາກົນ ລອງແທັງ (ພາບ: TTXVN)
ໃນໂຄງການປະຕິບັດງານຢູ່ບັນດາແຂວງທາງທິດໃຕ້, ຕອນບ່າຍວັນທີ 20 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງກວດກາສະພາບການ, ຊຸກຍູ້ການຜັນຂະຫຍາຍໂຄງການທ່າອາກາດສະຍານສາກົນ ລອງແທັງ ແລະ ບັນດາເສັ້ນທາງຄົມມະນາຄົມເຊື່ອມຕໍ່ກັບທ່າອາກາດສະຍານສາກົນ ລອງແທັງ. ທີ່ການເຮັດວຽກກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ນັກລົງທຶນ, ຜູ້ຮັບເໝົາ ກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໂຄງການທ່າອາກາດສະຍານສາກົນລອງແທັງ ແມ່ນໂຄງການທີ່ມີຄວາມໝາຍສຳຄັນທີ່ສຸດ. ມາຮອດປັດຈຸບັນ, ພາບພົດຂອງທ່າອາກາດສະຍານທີ່ທັນສະໄໝໄດ້ປະກົດຕົວຂຶ້ນແລ້ວ. ເຖິງຢ່າງໃດກໍຕາມ, ໃນວິວັດການກໍ່ສ້າງຍັງປະສົບກັບຂໍ້ຕິດຂັດ, ຄວາມຫຍຸ້ງຍາກຈຳນວນໜຶ່ງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຕ້ອງສູ້ຊົນຮອດວັນທີ 31 ທັນວາ 2025 ກໍ່ສ້າງສຳເລັດໂຄງການໂດຍພື້ນຖານເພື່ອຕ້ອນຮັບຖ້ຽວບິນທຳອິດ. ບັນດາກະຊວງ, ຂະແໜງການ, ອົງການ, ຫົວໜ່ວຍ, ທ້ອງຖິ່ນ, ຜູ້ຮັບເໝົາລ້ວນແຕ່ຕ້ອງມານະພະຍາຍາມ, ສຸມໃສ່ຊຸກຍູ້ການກໍ່ສ້າງ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີແຂວງດົ່ງນາຍໜູນຊ່ວຍບັນດານັກລົງທຶນ, ຜູ້ຮັບເໝົາ, ນັກຂຸດຄົ້ນບໍ່ແຮ່ວັດຖຸດິບສະໜອງໃຫ້ແກ່ໂຄງການກໍ່ສ້າງທ່າອາກາດສະຍານສາກົນລອງແທັງ.
(ແຫຼ່ງຄັດຈາກ VOV)