• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອດ​ບ້ານ ຫວຽດ​ນາມ ໄທ​ໃຫ້​ນັບ​ມື້​ນັບ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຮັກ​ສາ​ການ​ພົບ​ປະ​ຂັ້ນ​ສູງ ແລະ ທຸກ​ຂັ້ນ, ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ສຳ​ຄັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ
  ການ​ພົບ​ປະ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 6 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ທີ​ການ​ພົບ​ປະ​ກັບ​ທ່ານ​ໂສ​ພົ​ນ ຊາ​ຣຳ ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາ​ຊະ​ອາ​ນາ​ຈັກ ໄທ ທີ່​ພວມ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງການ, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຢັ້ງ​ຢືນ​ການ​ຢ້ຽມ​ຢາມ​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ​ເມື່ອ​ໄດ້​ດຳ​ເນີນ​ກົງ​ກັບ​ໂອ​ກາດ ​ສະ​ເຫຼີມ​ສະຫຼອງ50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ໄທ (6/8/1976 - 6/8/2026), ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ສະ​ພາ​ແຫ່ງ​ຊາດ ກໍ່​ຄື​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ໄທ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ, ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຮັກ​ສາ​ການ​ພົບ​ປະ​ຂັ້ນ​ສູງ ແລະ ທຸກ​ຂັ້ນ, ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ສຳ​ຄັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເປັນ​ຕົ້ນ​ແມ່ນ​ກົນ​ໄກ​ປະ​ຊຸມລັດ​ຖະ​ບານ​ລວມ ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ປະ​ເທດ​ຮ່ວມ​ເປັນ​ປະ​ທານ, ປະ​ສາ​ນ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ໂຄງ​ການ​ກະ​ທຳ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ໄທ​ໃນ​ໄລ​ຍະ 2026 – 2031 ຢ່າງ​ມີ​ປະ​ສິດ​ທິ​ຜົນ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອນ, ອຸດ​ສາ​ຫະ​ກຳ​ດ້ານ​ປ້ອງ​ກັນ​ຊາດ - ກູ້​ໄພ​ກູ້​ຊີ​ບຢ່າງ​ມີ​ປະ​ສິດ​ທິ​ຜົນ; ຍູ້​ແຮງ​ການ​ປະ​ສານ​ສົມ​ທົບ​ກັນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ບໍ່​ປະ​ໃຫ້​ບໍ່​ວ່າ​ສ່ວນ​ບຸກ​ຄົນ​ໃດ, ອົງ​ການ​ໃດ​ນຳ​ໃຊ້​ຜ​ືນ​ແຜ່ນ​ດິນ​ຂອງ​ປະ​ເທດ​ນີ້​ເພື່ອ​ຕ້ານ​ປະ​ເທດ​ອື່ນ.

(ແຫຼ່ງຄັດຈາກ VOV)

ຊຸກຍູ້ການຮ່ວມມືຮອບດ້ານ ຫວຽດນາມ ແລະ ໄທ

ຊຸກຍູ້ການຮ່ວມມືຮອບດ້ານ ຫວຽດນາມ ແລະ ໄທ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ປາດ​ຖະ​ໜາ​ວ່າ ໄທ​ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຄົມ​ວ​ິ​ສາ​ຫະ​ກິດ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ໄທ ຮ່ຳ​ຮຽນ, ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ໄທ.

Top