ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ BRICS ຄັ້ງທີ 18 ຢູ່ ນິວເດລີ (ອິນເດຍ), ວັນທີ 13 ກັນຍາ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີບັນດາການພົບປະ, ແລກປ່ຽນກັບການນຳປະເທດ, ອົງການຈັດຕັ້ງສາກົນຈຳນວນໜຶ່ງ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ພົບປະກັບທ່ານ Vladimir Putin, ປະທານາທິບໍດີສະຫະພັນ ລັດເຊຍ (ພາບ: VNA)
ທີ່ການພົບປະກັບທ່ານ Vladimir Putin, ປະທານາທິບໍດີສະຫະພັນ ລັດເຊຍ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢືນຢັນວ່າ ລັດຖະບານ ຫວຽດນາມ ຈະຊີ້ນຳບັນດາກະຊວງ, ຂະແໜງການຕ່າງໆ ຜັນຂະຫຍາຍບັນດາໝາກຜົນສຳຄັນ ທີ່ບັນລຸໄດ້ໃນການຢ້ຽມຢາມທາງລັດຖະກິດ ລັດເຊຍ ຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ຢ່າງຮີບດ່ວນ, ຫັນບັນດາໝາກຜົນເຫຼົ່ານັ້ນໃຫ້ກາຍເປັນ ບັນດາໂຄງການຮ່ວມມືລະອຽດ, ແທດຈິງໂດຍໄວ. ສ່ວນທ່ານປະທານາທິບໍດີ Vladimir Putin ສະແດງຄວາມເຊື່ອໝັ້ນວ່າ ບັນດາຂໍ້ຕົກລົງດັ່ງກ່າວຈະໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພັດທະນາການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລັດເຊຍ ໃຫ້ນັບມື້ ນັບພັດທະນາຍິ່ງໆຂຶ້ນ.
ທີ່ການພົບປະກັບປະທານາທິບໍດີ ອິນໂດເນເຊຍ, ປະທານາທິບໍດີ ຟີລິບປິນ, ນາຍົກລັດຖະມົນຕີ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຫັນດີຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງປີ ອາຊຽນ 2026 ໂດຍ ຟີລິບປິນ ເປັນປະທານ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຍັງໄດ້ພົບປະກັບປະທານາທິບໍດີ ບູຣຸນດີ ແລະ ເລຂາທິການໃຫຍ່ສະຫະປະຊາຊາດ ອີກດ້ວຍ.
(ແຫຼ່ງຄັດຈາກ VOV)