• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄາດວ່າ, ການສົ່ງອອກຜັກ, ໝາກໄມ້ຂອງ ຫວຽດນາມ ໃນປີ 2023 ຈະບັນລຸລະດັບສະຖິຕິແມ່ນ 5,6 ຕື້ USD

ໃນ 11 ເດືອນຜ່ານມາ, ການສົ່ງອອກຜັກ, ໝາກໄມ້ ບັນລຸ 5,2 ຕື້ USD, ເພີ່ມຂຶ້ນ 70% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.
ໃນ 11 ເດືອນຜ່ານມາ, ການສົ່ງອອກຜັກ, ໝາກໄມ້ ບັນລຸ 5,2 ຕື້ USD (ພາບ: TTXVN)

ສະຫະສະມາຄົມຜັກ, ໝາກໄມ້ ຫວຽດນາມ ຄາດຄະເນວ່າ, ການສົ່ງອອກຜັກ, ໝາກໄມ້ໃນປີ 2023 ຈະບັນລຸປະມານແຕ່ 5,5 – 5,6 ຕື້ USD. ນີ້ແມ່ນລະດັບສະຖິຕິຂອງຂະແໜງນີ້ນັບແຕ່ກ່ອນມາຮອດປະຈຸບັນ.

ໃນ 11 ເດືອນຜ່ານມາ, ການສົ່ງອອກຜັກ, ໝາກໄມ້ ບັນລຸ 5,2 ຕື້ USD, ເພີ່ມຂຶ້ນ 70% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ຈີນ ຍັງແມ່ນຕະຫຼາດແຖວໜ້າໃນການນຳເຂົ້າຜັກ, ໝາກໄມ້ຂອງ ຫວຽດນາມ, ກວມເອົາອັດຕາສ່ວນ 66%, ຖັດຈາກນັ້ນແມ່ນ: ອາເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ…

ກົງກັນຂ້າມ, ພາຍຫຼັງ 11 ເດືອນ, ຫວຽດນາມ ໄດ້ນຳເຂົ້າຜັກ, ໝາກໄມ້ດ້ວຍມູນຄ່າ 1,77 ຕື້ USD, ຫຼຸດລົງ 5,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ສະນັ້ນ, ມູນຄ່າ ສົ່ງອອກເກີນດູນຜັກ, ໝາກໄມ້ໃນ 11 ເດືອນຜ່ານມາ ບັນລຸກວ່າ 3,4 ຕື້ USD.

ທ່ານ ດັ້ງຟູກງວຽນ, ເລຂານຸການໃຫຍ່ສະຫະສະມາຄົມ, ໝາກໄມ້ ຫວຽດນາມ, ໃຫ້ຮູ້ວ່າ, ໃນ 2 ເດືອນຜ່ານມາ ການສົ່ງອອກຜັກ, ໝາກໄມ້ມີທ່າອ່ຽງຫຼຸດລົງ ຍ້ອນລະດູໝາກທົ່ວລຽນໝົດແລ້ວ. ກ່ອນໜ້ານັ້ນ, ໃນ 10 ເດືອນ, ມູນຄ່າສົ່ງອອກໝາກຖົ່ວລຽນບັນລຸກວ່າ 2 ຕື້ USD, ກວມເອົາ 43% ຍອດວົງເງິນສົ່ງອອກຜັກ, ໝາກໄມ້ຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top