• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມ​ເຊື່ອ​ໝັ້ນ​ຕໍ່​ກົງ​ຈັດ​ລັດຊຸດ​ໃໝ່

ຕອນ​ເຊົ້າ​ວັນ​ທີ 08 ເມສາ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ການ​ແຕ່ງ​ຕັ້ງຜູ້​ພິ​ພາກ​ສາ​ສານ​ປະ​ຊາ​ຊົນ​ສູງ​ສຸດ; ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ໂຄງ​ປະ​ກອບ​ຈຳ​ນວນ​ສະ​ມາ​ຊິກ​ຄະ​ນະ​ລັດ​ຖະ​ບານ; ຮັບ​ຮອງ​ເອົາ​ບັນ​ດາ​ມະ​ຕິ​ກ່ຽວ​ກັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ການ​ແຕ່ງ​ຕັ້ງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ ແລະ ບັນ​ດາ​ສະ​ມາ​ຊິກ​ອື່ນໆ​ຂອງ​ລັດ​ຖະ​ບານ.
  ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຮອງ​ປະ​ທານ​ ແລະ ບັນ​ດາ​ກຳ​ມະ​ການ​ສະ​ພາ​ປ້ອງ​ກັນ​ຊາດ ແລະ ປ້ອ​ງ​ກັນ​ຄວາມ​ສະ​ຫງົບ​ດ້ວຍ​ລະ​ບົບ​ການ​ລົງ​ຄະ​ແນນ​ສຽງ​ແບບ​ເອ​ເລັກ​ໂຕ​ນິກ (ພາບປະ​ກອບ: qdnd.vn)  

ໂດຍ​ສືບ​ຕໍ່​ລາຍ​ການ​ເຮັດ​ວຽກ​ຂອງກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ຕອນ​ເຊົ້າ​ວັນ​ທີ 08 ເມສາ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ການ​ແຕ່ງ​ຕັ້ງຜູ້​ພິ​ພາກ​ສາ​ສານ​ປະ​ຊາ​ຊົນ​ສູງ​ສຸດ; ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ໂຄງ​ປະ​ກອບ​ຈຳ​ນວນ​ສະ​ມາ​ຊິກ​ຄະ​ນະ​ລັດ​ຖະ​ບານ; ຮັບ​ຮອງ​ເອົາ​ບັນ​ດາ​ມະ​ຕິ​ກ່ຽວ​ກັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ການ​ແຕ່ງ​ຕັ້ງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ ແລະ ບັນ​ດາ​ສະ​ມາ​ຊິກ​ອື່ນໆ​ຂອງ​ລັດ​ຖະ​ບານ. ກໍ​ໃນ​ຕອນເຊົ້າ​ຂອງວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຮອງ​ປະ​ທານ​ ແລະ ບັນ​ດາ​ກຳ​ມະ​ການ​ສະ​ພາ​ປ້ອງ​ກັນ​ຊາດ ແລະ ປ້ອ​ງ​ກັນ​ຄວາມ​ສະ​ຫງົບ​ດ້ວຍ​ລະ​ບົບ​ການ​ລົງ​ຄະ​ແນນ​ສຽງ​ແບບ​ເອ​ເລັກ​ໂຕ​ນິກ.

ເລື່ອງ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ໄດ້​ບັນ​ດາ​ຕຳ​ແໜ່ງ​ການ​ນຳຫຼັກ​ແຫຼ່ງ​ຂອງ​ລັດ ແລະ ລັດ​ຖະ​ບານ ໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຈາກ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ, ພ້ອມ​ທັງ​ເປີດ​ອອກ​ບັນ​ດາ​ຄວາມ​ຫວັງ​ໃໝ່​ຕໍ່​ກົງ​ຈັກ​ລັດ​ຊຸດໃໝ່​ທີ່​ກະ​ທັດ​ລັດ, ມີ​ປະ​ສິ​ດ​ທິ​ພາບ, ປະ​ສິດ​ທິ​ຜົນ ແລະ ຮັບ​ໃຊ້​ຜົນ​ປະ​ໂຫຍດ​ລວມ​ຂອງ​ປະ​ເທດ​ຊາດ​ໄດ້​ເປັນ​ຢ່າງ​ດີກວ່າ.

“ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ໃນ​ຖາ​ນະ​ປະ​ທານ​ປະ​ເທດ, ທ່ານ ໂຕ​ເລິມ ຈະ​ມີ​ບັນ​ດາ​ບາດ​ກ້າ​ບຸກ​ທະ​ລຸ​ຢ່າງ​ແຮງ​ໃນ​ການ​ຊີ້​ນຳ​ບໍ​ລິ​ຫານ​ເພື່ອ​ໃຫ້​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ເຕີບ​ໂຕ​ສອງ​ຕົວ​ເລກ​ຢ່າງ​ຕໍ່​ເນື່ອງ, ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ເພື່ອ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ຮັ່ງ​ມີກວ່າ, ມີ​ລາຍ​ຮັບ​ສູງ, ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ ຫວຽດ​ນາມ ນັບ​ມື້​ນັບ​ສູງ​ໃນ​ເວ​ທີ​ສາ​ກົນ”.

“ພວກ​ຂ້າ​ພະ​ເຈົ້າ​ຫວັງ​ຢ່າງ​ຍິງວ່າ ບັນ​ດາ​ຜູ້​ນຳ​ຕ້ອງ​ເຮັດເພື່ອ​ປະ​ເທດ​ຊາດ ເພື່ອ​ປະ​ຊາ​ຊົນ, ຕິດແທດກັບປະຊາຊົນ, ໃກ້​ຊິດ​ກັບ​ປະ​ຊາ​ຊົນ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ​ໄດ້​ເປັນ​ຢ່າງ​ດີກວ່າ”.

(ແຫ່ງຄັດຈາກ VOV)

ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຕ້ອ​ນ​ຮັບ​ບຸນປີ​ໃໝ໋​ປະ​ຈຳ​ຊາດ​ຢ່າງ​ອົບ​ອຸ່ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຕ້ອ​ນ​ຮັບ​ບຸນປີ​ໃໝ໋​ປະ​ຈຳ​ຊາດ​ຢ່າງ​ອົບ​ອຸ່ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ຕອນ​ຄ່ຳ​ວັນ​ທີ 13 ເມ​ສາ, ນະ​ຄອ​ນ​ໂຮ່​ຈີ​ມິນ ໄດ້​ຈັດ​ລາຍ​ການ​ພົບ​ປະ​ກັບ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ທີ່​ນີ້ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ (ລາວ) ແລະ ບຸນ Chol Chnam Thmey ກຳ​ປູ​ເຈຍ​ປີ 2026.

Top