• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມສາມັກຄີທົ່ວປວງຊົນທັງຊາດ ເພື່ອຮັບໃຊ້ເປົ້າໝາຍພັດທະນາ

ກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ X ອາຍຸການ 2024 – 2029 ໄດ້ໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 17 ຕຸລາ ຢູ່ ຮ່າໂນ້ຍ. ເຫດການນີ້ ມີຄວາມໝາຍສຳຄັນພິເສດໃນສະພາບທີ່ ຫວຽດນາມ ພວມມານະພະຍາຍາມສຳເລັດຫລາຍເປົ້າໝາຍເພື່ອກ້າວເຂົ້າສູ່ສັງກາດບຸກບືນຂອງຊາດ. ຈິດໃຈມະຫາສາມັກຄີ ໂດຍໄດ້ປຸກລຸກຢ່າງແຮງ, ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໄດ້ຮັບການຮັກສາຢ່າງໝັ້ນຄົງ ແມ່ນປັດໄຈສຳຄັນ ເພື່ອໃຫ້ ຫວຽດນາມປະຕິບັດສຳເລັດທຸກຄາດໝາຍທີ່ໄດ້ວາງອອກ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ X ໄດ້ຂຶ້ນຢ່າງສົມກຽດໃນຄອນເຊົ້າວັນທີ 17 ຕຸລາ ຢູ່ ຮ່າໂນ້ຍ

ຫວຽດນາມ ໄດ້ຜ່ານ 2/3 ໄລຍະທາງແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໃນສະພາບການໂລກ ແລະ ພາກພື້ນ ຜັນແປສັບສົນ, ວ່ອງໄວ, ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງ. ຫນ້າທີ່ວາງອອກແມ່ນຫລາຍປະການ, ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມຢ່າງກະໂດດຂັ້ນ, ຄວາມສາມັກຄີທົ່ວປວງຊົນທັງຊາດ, ຮ່ວມແຮງຮ່ວມໃຈ ເປັນຈິດຫນຶ່ງໃຈດຽວຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນເພື່ອປະຕິບັດບັນດາຄາດໝາຍຢ່າງມີໄຊ.

ຄວາມເອົາໃຈໃສ່ເປັນພິເສດຂອງພັກ ສຳລັບ ບົດບາດຂອງປະຊາຊົນ

ໃນຄາວຍັງມີຊີວິດຢູ່, ທ່ານປະທານ ໂຮ່ຈີມິນ ຍາມໃດກໍ່ຢືນຢັນ: ມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນບັນຫາມີຄວາມໝາຍຍຸດທະສາດ, ຕັດສິນຊີ້ຂາດຜົນສຳເລັດຂອງການປະຕິວັດ. ແນວໂຮມປະເທດຊາດຫວຽດນາມ ມີບົດບາດເຕົ້າໂຮມກຳລັງມະຫາຊົນ, ມີການປະກອບສ່ວນອັນໃຫຍ່ຫລວງຫລາຍຢ່າງເຂົ້າໃນພາລະກິດສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ກ່ອນນີ້ 11 ປີ  ຄືປີ 2013, ເປັນຄັ້ງທຳອິດໃນປະຫວັດສາດ, ບົດບາດເປັນຕົວແທນໃຫ້ແກ່ຜົນປະໂຫຍດອັນຊອບທຳ, ຖືກກັບກົດໝາຍຂອງປະຊາຊົນ ຂອງ ແນວໂຮມປະເທດຊາດ ຫວຽດນາມ ໄດ້ລະບຸໄວ້ຢ່າງຈະແຈ້ງໃນລັດຖະທຳມະນູນ.

ຫລັງຈາກນັ້ນ 10  ປີ ຄືປີ 2023, ກົມການເມືອງໄດ້ປະກາດໃຊ້ຂໍ້ຕົກລົງຍົກຄວາມສຳຄັນຂອງຄະນະພັກ ແນວໂຮມປະເທດຊາດ ຫວຽດນາມຂຶ້ນລະດັບສູງໃຫມ່. ສິ່ງນັ້ນ ເປັນການສະແດງໃຫ້ເຫັນບົດບາດ, ພາລະກຳຂອງ ແນວໂຮມປະເທດຊາດ ຫວຽດນາມຊື່ງໄດ້ຕັ້ງໃນລະດັບໃຫມ່,ໃນໄລຍະການປະຕິວັດປະຈຸບັນ.ແລະກໍ່ໃນປີ 2023, ຄະນະບໍລິຫານງານສູນກາງພັກ ໄດ້ປະກາດໃຊ້ມະຕິເລກທີ 43 ລົງວັນທີ 24 ພະຈິກ ກ່ຽວກັບການສືບຕໍ່ເສີມຂະຫຍາຍມູນເຊື້ອ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສາປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ສັນຕິສຸກ, ໃນນັ້ນ ແນວໂຮມປະເທດຊາດ ຫວຽດນາມ ແລະບັນດາອົງການການເມືອງ ສັງຄົມເປັນຫລັກແຫລ່ງແກ່ນສານດ້ານການເມືອງ, ເຕົ້າໂຮມປະຊາຊົນທຸກຊັ້ນວັນນະຢ່າງກວ້າງຂວາງ, ຮ່ວມແຮງ, ຮ່ວມໃຈຫັນຄວາມຄາດຫວັງສ້າງສາແລະ ພັດທະນາປະເທດຊາດ ໃຫ້ມີຄວາມໝັ້ນຄົງເຂັ້ມແຂງ ຈະເລີນກ້າວຫນ້າ, ປະຊາຊົນມີຊີວິດອີ່ມໜຳສຳລານສົມບູນພູນສຸກ. ທ່ານ ຮວິ່ງດ໋າມ, ອະດີດ ປະທານແນວໂຮມປະເທດຊາດ ຫວຽດນາມ ຖືວ່າ:      

“ນັບແຕ່ຫົວທີ, ພັກກອມມູນິດ ຫວຽດນາມໄດ້ກຳນົດ ຢາກໃຫ້ພາລະກິດແຫ່ງການປະຕິວັດປະສົບຜົນສຳເລັດ ຕ້ອງມີຄວາມເຊື່ອໝັ້ນ, ອີງໃສ່ ແລະເສີມຂະຫຍາຍກຳລັງແຮງຂອງທົ່ວປວງຊົນທັງຊາດ, ຕ້ອງຢັ້ງຢືນຖືປະຊາຊົນເປັນກົກ. ບັນດາທັດສະນະນີ້ແມ່ນສືບທອດ, ເສີມຂະຫຍາຍຍົກສູງຂຶ້ນ, ນັບມື້ນັບປັບປຸງໃຫ້ສົມບູນແບບ. ມະຫາສາມັກຄີ ແມ່ນປັດໄຈຕັດສິນຊີ້ຂາດໄຊຊະນະຍືນຍົງຂອງພາລະກິດແຫ່ງການປະຕິວັດ ຫວຽດນາມ”.

ຊຸກຍູ້ຄວາມສາມັກຄີໃນສັງກາດບຸກບືນ

ປະຫວັດສາດ ຫວຽດນາມ ໄດ້ເຫັນປະຈັກຕາຫລາຍຂີດໝາຍອັນຮຸ່ງເຮືອງເຫລືອງເຫລື້ອມໃນການປົກປັກຮັກສາ, ສ້າງສາປະເທດຊາດ. ນັ້ນແມ່ນສັງກາດເອກະລາດ, ເສລີພາບ ຊື່ງໄດ້ສ້າງຂຶ້ນແຕ່ປີ 1945. ຕໍ່ຈາກນັ້ນ ແມ່ນສັງກາດຂອງການປ່ຽນແປງໃຫມ່ ແລະ ພັດທະນາ. ມາຮອດປະຈຸບັນ ພາຍຫລັງ ເກືອບ 40 ປີແຫ່ງການປ່ຽນແປງໃຫມ່, ຫວຽດນາມ ໄດ້ກາຍເປັນ 1 ໃນ 40 ພື້ນຖານເສດຖະກິດ ມີຂອບຂະຫນາດ GDP ແຖວຫນ້າໂລກ, ຊື່ງແມ່ນຫນຶ່ງໃນ 20 ຕະຫລາດການຄ້າຕ່າງປະເທດໃຫຍ່ສຸດທົ່ວໂລກ, ປະເທດແຖວຫນ້າກ່ຽວກັບດັດຊະນີການພັດທະນາມະນຸດ HDI ກ່ຽວກັບນະວັດຕະກຳ.. ໃນໝວດບັນດາປະເທດມີລະດັບການພັດທະນາເຊັ່ນດຽວກັນ.

ຜົນງານທີ່ມີຂອບຂະຫນາດຍຸກສະໄຫມ ຂອງສັງກາດເອກະລາດ, ເສລີພາບ ແລະບັນດາຜົນງານຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດຂອງສັງກາດປ່ຽນແປງໃຫມ່ ແລະ ພັດທະນາ ໄດ້ສ້າງປະຖົມປັດໄຈອັນໝັ້ນແກ່ນໃຫ້ແກ່ ຫວຽດນາມ ກ້າວເຂົ້າສູ່ສັງກາດໃຫມ່, ສັງກາດບຸກບືນຂອງຊາດ.

ເພື່ອໃຫ້ການບຸກບືນປະສົບຜົນສຳເລັດ, ຕ້ອງມີຄວາມມານະພະຍາຍາມໃນການກະທຳຂອງທົ່ວພັກ, ທົ່ວປວງຊົນ. ກ່າວຄຳເຫັນທີ່ການຖະແຫລງຂ່າວໃນວັນທີ 3 ສິງຫາ ຢູ່ ຮ່າໂນ້ຍ, ພາຍຫລັງກອງປະຊຸມ ຄະນະບໍລິຫານງານສູນກາງພັກຊຸດທີ XIII ເລືອກຕັ້ງ ຮັບດຳລົງຕຳແຫນ່ງເລຂາທິການໃຫຍ່, ທ່ານປະທານປະເທດ ຫວຽດນາມ ໂຕເລີມ ໄດ້ຢືນຢັນວ່າ:

“ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໂດຍຢືດໝັ້ນທັດສະນະ, ຫລັກໝັ້ນ ແລະ ປະຕິບັດ “ປະຊາຊົນເປັນກົກ”, ປະຊາຊົນແມ່ນອົງການຫລັກ, ເປັນສູນກາງຂອງພາລະກິດແຫ່ງການປ່ຽນແປງໃຫມ່, ຮັບປະກັນໃຫ້ປະຊາຊົນທຸກຄົນ ລ້ວນແຕ່ໄດ້ຊົມໃຊ້ບັນດາໝາກຜົນຂອງການປ່ຽນແປງໃຫມ່, ພັດທະນາ, ໄດ້ດຳລົງຊີວິດຢ່າງຜາສຸກໃນສະພາບແວດລ້ອມຄວາມໝັ້ນຄົງ, ປອດໄພ, ບໍ່ມີໃຜຖືກປະໄວ້ຢູ່ທາງຫລັງ”

          ທີ່ກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ Xອາຍຸການ 2024 – 2029, ແນວໂຮມປະເທດຊາດ ຈະສົ່ງສານ ແລະ ຄຳຮຽກຮ້ອງປະຊາຊົນ ຍົກສູງຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະດິດຄິດສ້າງ, ຖືເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ”. ເລື່ອງເສີມຂະຫຍາຍກຳລັງແຮງມະຫາສາມັກຄີ, ຮ່ວມແຮງຮ່ວມໃຈເປັນຈິດຫນຶ່ງໃຈດຽວ ຈະນຳປະເທດຊາດກ້າວເຂົ້າສັງກາດບຸກບືນຂອງຊາດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

Top