• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ຄວາມມະຫັດສະຈັນ ຂອງ ຕົ້ນຢາສະໝຸນໄພ

ເມື່ອເຂົ້າໄປຍັງ ຕາແສງ ຢາຊິງ, ເມືອງ ຢາວ໊ຽນ, ແຂວງ ນິງບິ່ງ, ພວກຂ້າພະເຈົ້າ ໄດ້ພົບເຫັນ ບັນດາຕົ້ນຢາສະໝຸນໄພ ພື້ນເມືອງ ຢູ່ ລຽບຕາມເສັ້ນທາງ ໃນໜູ່ບ້້ານ, ໃນສວນ ຂອງ ບັນດາຄົວເຮືອນ. ດ້ວຍຄວາມດຸໝັ່ນຂະຫຍັນພຽນ ແລະ ຄວາມຮູ້ ຂອງ ບັນດາຊາວ ໜຸ່ມ ໄດ້ສ້າງຕັ້ງ ສະຫະກອນ ຊິງເຢືອກ, ໄດ້ຜະລິດ ບັນດາຜະລິດ ຕະພັນ ດູແລສຸຂະພາບ ໃຫ້ທຸກຄົນ ແລະ ພັດທະນາ ເຂດປູກ ຕົ້ນ ຢາສະໝຸນໄພ ທີ່ມີຄ່າ ຂອງທ້ອງຖິ່ນ. ສະຫະກອນ ຊິງເຢືອກ ໄດ້ ເຊີດຊູໃຫ້ ເປັນສະຫະກອນ ແບບຢ່າງ ຂອງ ຫວຽດນາມ ໃນກອງ ປະຊຸມສຸດຍອດ ຊາວໜຸ່ມ ສະຫະກອນໂລກ 2018 ຊ່ຶງ ໄດ້ຈັດຂຶ້ນ ຢູ່ປະເທດ ຟີລິບປິນ.  
ຊິງເຢືອກ ເປັນບ້ານບູຮານ ຕັ້ງຢູ່ໃຕ້ຕີນພູ ບ໋າຍດິ໋ງ ຂອງ ແຂວງ ນິງ ບິ່ງ, ເປັນບ່ອນ ທີ່ມີຕົ້ນຢາສະໝຸນໄພ ທີ່ມີຄ່າ ເກີດທຳມະຊາດເປັນ ຈຳນວນຫຼວງຫຼາຍ ຢູ່ທົ່ວທຸກບ່ອນ. ຕາມເລື່ອງລາວ ຂອງ ຊາວບ້ານ ເລົ່າສູ່ຟັງວ່າ ໝໍຢາ ທີ່ມີຊ່ືສຽງ ຫງວຽນມິງໂຄງ (1073 - 1141) ໃນ ເວລາໄປຊອກຫາ ຢາປິ່ນປົວ ພະຍາດ ໃຫ້ແກ່ເຈົ້າຊີວິດ ຫຼີເທີ່ນຕົງ ໄດ້ພົບເຫັນ ຢາສະໝຸນໄພ ທີ່ມີຄ່າຫາຍາກນີ້. ເພິ່ນຕັ້ງຊື່ໃຫ້ເຂດ ນີ້ ວ່າ ຊິງເຢືອກ (ມີຄວາມໝາຍວ່າ ບ່ອນຕົ້ນຢາສະໝຸນໄພເກີດ ແລະ ແຜ່ຂະຫຍາຍ). ສະຫະກອນ ຊິງເຢືອກ ໄດ້ຮັບການສ້າງຕັ້ງເມື່ອປີ 2014  ຈາກການຮ່ວມມື ແລະ ຄວາມກະຕືລືລົ້ນ ຂອງ ຊາວກະສິ ກອນ ໃນພື້ນທີ່ ດ້ວຍຄວາມຫວັງ ນຳເອົາບັນດາຄຸນປະໂຫຍດ ຂອງ ຕົ້ນຢາສະໝຸນໄພ ຜະລິດເປັນ ບັນດາຜະລິດຕະພັນ ດູແລສຸຂະ ພາບ ໃຫ້ແກ່ຊຸມຊົນ ຕາມປະສົບການມູນເຊື້ອ.

ທ່ານ ຫວູເຟືອງ, ນັກຮົບເກົ່າ ຢູ່ຕາແສງ ຢາຊິງ, ທັງເປັນສະມາຊິກ ຜູ້ທຳອິດ ສ້າງຕັ້ງ ສະຫະກອນ ຊິງເຢືອກໃຫ້ຮູ້ວ່າ ເມື່ອສ້າງຕັ້ງ ສະ ຫະກອນໃໝ່ໆ ມີສະມາຊິກ ພຽງ 7 ຄົນ ພ້ອມຕົ້ນທຶນ 200 ລ້ານດົ່ງ ແລະ ຜະລິດຕະພັນ 2 ປະເພດຄື: ເກືອສະໝຸນໄພ ແຊ່ຕີນ ແລະ ຢາ ສະຜົມ ເທົ່່ານັ້ນ. ປີ 2015, ທ່ານ ຫວູຈຸງດຶກ, ອະດີດນັກສຶກສາ ພາກວິຊາເຄມີສາດ ການຢາ-ມະຫາວິທະຍາໄລສັບພະວິຊາ ຮ່າ ໂນ້ຍ ໄດ້ກັບຄືນ ບ້ານເກີດ ເລີ່ມຕົ້ນທຸລະກິດ ແລະ ເປີດກວ້າງ ສະ ຫະກອນ ຊິງເຢືອກ ເປັນກຸ່ມຜະລິດ ບັນດາຜະລິດຕະພັນ ສະໝຸນ ໄພ ສົມທົບກັບບໍລິການທ່ອງທ່ຽວ ຊີວະພາບ. 


Vເຂດປູກ ສະໝຸນໄພ ຂອງ ສະຫະກອນ ຊິງເຢືອກ ກວ້າງ 5 ເຮັກຕາ ຕັ້ງຢູ່ໃຕ້ຕີນພູ ຮວ່າງແທງ, ຕາແສງ ຢາຊິງ, ເມືອງ ຢາວ໊ຽນ, ແຂວງ ນິງບິ່ງ. 


ຊາວກະສິກອນ ຂອງ ສະຫະກອນ ຊິງເຢືອກ ເກັບກູ້ຕົ້ນ ກາລະບູນ ຊຶ່ງເປັນວັດຖຸດິບ ເພື່ອສະກັດນ້ຳມັນຫອມ ເຮັດສະບູ ສະໝຸນໄພ. 


ທ່ານ ຫວູເຟືອງ, ນັກຮົບເກົ່າ ຂອງໝູ່ບ້ານ ຢາຊິງ ເປັນຄົນ ສ້າງ ສະ ຫະກອນ ຊິງເຢືອກ ກຳລັງແລກປ່ຽນກັບ ສະມາຊິກ ຄົນໜຶ່ງ ຂອງ ສະຫະກອນ
ກ່ຽວກັບ ບັນດາປະເພດແນວປູກໃໝ່ ທີ່ກຳລັງ ກ້າເບ້ຍ ແລະ ປູກ ຢູ່ເຂດວັດຖຸດິບ. 



ບົວລະບັດຮັກສາ ແນວພັນຕົ້ນ ສະໝຸນໄພ. 


ບັນດາປະເພດ ສະໝຸນໄພ ໄດ້ຮັບການເກັບກູ້ ຈາກຊາວກະສິກອນ ຊິງເຢືອກ. 


ບັນດາປະເພດ ສະໝຸນໄພ ໄດ້ອົບແຫ້ງ ດ້ວຍເຕົາອົບ ເພື່ອຮັບ ປະ ກັນການຂ້າເຊື້ອໄດ້ດີທີສຸດ. 


ຕັດ ສະບູ ສະໝຸນໄພ ເປັນແຕ່ລະກ້ອນ. 


ບັນດາປະເພດສະບູ ສະໝຸນໄພ ຂອງ ສະຫະກອນ ຊິງເຢືອກ ໄດ້ ຕິດສະແຕມ ແລະ ໃສ່ກັບ. 


ສະຫະກອນ ຊິງເຢືອກ ສ້າງວຽກເຮັດງານທຳ ໃຫ້ແຮງງານ ນັບຫຼາຍ ຮ້ອຍຄົນ.

ປັດຈຸບັນ, ສະຫະກອນ ຊິງເຢືອກ ມີແຮງງານ 40 ຄົນ, ໂຮງງານຜະ ລິດ ຫັດຖະກຳ 2 ແຫ່ງ, ມີເນື້ອທ່ີປູກສະໝຸນໄພ ກວ້າງ 6 ເຮັກຕາ ຢູ່ຕີນພູ ຮວ່າງແທງ ແລະ ເຂດທ່ອງທ່ຽວ ຊີວະພາບ ກວ້າງ 5 ເຮັກ ຕາ ເພື່ອບໍລິການ ນັກທ່ອງທ່ຽວ ຜ່ານປະສົບການຕົວຈິງ ກັບ ບັນດາ ຜະລິດຕະພັນສະໝຸນໄພ. ນີ້ແມ່ນ ສະຫະກອນ ໜຶ່ງດຽວ ຢູ່ແຂວງ ນິງບິ່ງ ໝູນໃຊ້ໃບບິນ ເອເລັກໂຕຣນິກ 100% ແຕ່ປີ 2017  ແລະ ລະຫັດ QR code ໃຫ້ 100% ບັນດາຜະລິດຕະພັນສະບູ ສະໝຸນ ໄພ ມູນເຊື້ອ, ບັນດາ ຜະລິດຕະພັນ ຂອງ ຊິງເຢືອກເຊັ່ນ: ສະບູ, ນໍ້າຢາຂ້າເຊື້ອ, ເກືອສະໝຸນໄພ, ແຊມພູອາບນໍ້າ  ແລະ ບັນດາຜະ ລິດຕະພັນ ດູແລເສັ້ນຜົມ, ຜີວໜັງ ຊຶ່ງໄດ້ເຮັດດ້ວຍມື ຈາກບັນດາ ປະເພດຕົ້ນໄມ້ ປູກຢູ່ ທ້ອງຖິ່ນເຊັ່ນ: Lonicera japonica, Physalis angulata, Pluchea indica, Pogostemoncablin, ຫົວສີໄຄ, Wedelia calendulacea, Perilla frutescens...

ປັດຈຸບັນ, ສະຫະກອນ ຊິງເຢືອກໄດ້ປູກ ສະໝຸນໄພ ຫຼາຍປະເພດ ເຊັ່ນ: ດອກ Lonicera japonica, ຕົ້ນພູ, ຜັກກະເພົາ... ວຽກງານ ໃນປະຈຳວັນ ຂອງ ບັນດາສະມາຊິກ ສະຫະກອນ ແມ່ນ ບົວລະບັດ ແລະ ເກັບກູ້ ສະໝຸນໄພ ມາໂຮງງານແລ້ວ ຕັດເປັນ ສ່ວນນ້ອຍໆ, ຕາກໃຫ້ແຫ້ງ ແລ້ວນໍາເຂົ້າເຕົາອົບ. ຜ່ານຫຼາຍຂັ້ນຕອນເຮັດດ້ວຍ ມື, ຊິງເຢືອກ ມີ 16 ປະເພດຜະລິດຕະພັນ ທີ່ມີແຫຼ່ງວັດຖຸດິບ ລ້ວນ ແຕ່ຖືກ ສະກັດ ຈາກສະໝຸນໄພ. ສະບູ ຊິງເຢືອກ ມີຫຼາຍກິ່ນຫອມ ທີ່ແຕກຕ່າງກັນ ເຊັ່ນ: ກິ່ນນຳ້ເຜີ້ງ, ກິ່ນໝາກບວບຂົມ, ກິ່ນສົ້ມປ່ອຍ , ກິ່ນມັງໂຕນ, 
ກິ່ນຫົວສີໄຄ-ໝາກນາວ, ກິ່ນຊີໂຊະ. ລາຍຮັບ ຈາກການຂາຍຍ່ອຍ ບັນດາຜະລິດຕະພັນ ຂອງ ຊິງເຢືອກ ກວ່າ 1 ຕື້ດົ່ງ/ເດືອນ ແລະ ກຳລັງມີການ ຂະຫຍາຍຕົວຢ່າງແຂງແຮງ.


ດ້ວຍຮູບການຫຸ້ມຫໍ່ທີ່ງ່າຍດາຍ ແຕ່ມີຄວາມເປັນທຳມະຊາດ ເປັນ ຈຸດສະເພາະພິເສດ ຂອງ ບັນດາຜະລິດຕະພັນ ທີ່ຜະລິດຈາກ ສະ ຫະກອນ ຊິງເຢືອກ. 


ເກືອແຊ່ຕີນ, ເກືອສະໝຸນໄພ ເປັນຜະລິດຕະພັນ ທີ່ໄດ້ຮັບຄວາມນິ ຍົມຈາກຜູ້ບໍລິໂພກ.


ຊາ ອານຖ໋າຍ ເປັນຜະລິດຕະພັນ ໄດ້ຜະລິດ ຈາກດອກ Lonicera japonica. 


ເກືອ ອາບນຳ້ສຳລັບເດັກນ້ອຍ ເປັນໜຶ່ງ ໃນບັນດາຜະລິດຕະພັນ ມີ ລັກສະນະທຳມະຊາດ ແລະ ດີໃນການດູແລສຸຂະພາບ ສຳລັບ ເດັກ ນ້ອຍ. 


ຜະລິດຕະພັນ ນໍ້າມັນຫອມ ທຳມະຊາດ. 


ນໍ້າຢາບ້ວນປາກ ຂອງ ຊິງເຢືອກ ໄດ້ສະກັດຈາກໃບພູ ມີລັກສະນະ ຕ້ານເຊື້ອແບັກທີເຣຍ ສູງ, ດີຕໍ່ສຸຂະພາບ, ເປັນຜະລິດຕະພັນ ຂາຍ ດີ
ໃນການຕ້ານ ແລະ ກະກັດກັ້ນ ການແຜ່ລະບາດໂຄວິດ-19 ຢູ່ ຫວຽດນາມ.



ຜະລິດຕະພັນ ຢາໝ່ອງ ຊິງເຢືອກ.


ຜະລິດຕະພັນບຳລຸງຜີວ ຈາກດອກ Lonicera japonica. 

ຜະລິດຕະພັນ ຈຳນວນໜຶ່ງ ຂອງ ຊິງເຢືອກເຊັ່ນ: ສະບູຫົວສີໄຄ, ສະບູແຄ. 

ທ່ານ ຫວູຈຸງດຶກ, ປະທານສະພາຄຸ້ມຄອງ ສະຫະກອນ ຊິງເຢືອກ ໃຫ້ຮູ້ວ່່າ ສະຫະກອນ ຊິງເຢືອກ ມີທ່າໄດ້ປຽບ ແມ່ນໝູນໃຊ້ຈົນສຸດ ຄວາມສາມາດ ແຫຼ່ງກຳລັງແຮງ ຂອງ ຊາວກະສິກອນ ແລະ ຄວາມ ຮັບຮູ້ ກ່ຽວກັບສະໝຸນໄພ ຂອງ ທ້ອງຖິ່ນ ເພື່ອສ້າງເຄື່ອງໝາຍການ ຄ້າ ຖາວເຢືອກ ທຳມະຊາດ, ສະມາຊິກແຕ່ລະຄົນ ຂອງ ສະຫະ ກອນ ເປັນຜູ້ນຳທ່ຽວ ຢູ່ເຂດສວນຂອງຕົນ. ພິເສດ, ຕົວແບບຜະ ລິດ ຂອງ ຊິງເຢືອກ ແມ່ນຕົວແບບທີ່ພົ້ນເດັ່ນ ຂອງ ສະຫະກອນ ຫວຽດນາມ ໄດ້ຖ່າຍທອດແຮງບັນດານໃຈ ເຖິງ ສະຫະກອນ ຈຳ ນວນໜ່ຶງ ທີ່ຫາກໍໄດ້ ຮັບການສ້າງຕັ້ງໃໝ່, ໃນນັ້ນມີ 1 ສະຫະກອນ ກ່ຽວກັບການທ່ອງທ່ຽວ; 1 ສະຫະກອນ ກ່ຽວກັບ ເຄື່ອງຕໍ່າແພພື້ນ ເມືອງ, ທ່ອງທ່ຽວ ແລະ ສະໝຸນໄພ; 2 ສະຫະກອນ ສະໝຸນໄພ ຢູ່ ແຂວງ ນິງບິ່ງ, ລາວກາຍ ແລະ ກວ່າງຈີ໊ ໂດຍຊາວ ຊົນ ເຜົ່າສ່ວນ ນ້ອຍ ເປັນຜູ້ສ້າງຕັ້ງ ແລະ ເຄື່ອນໄຫວ. ພ້ອມກັນນັ້ນ ມີກຸ່ມສະຫະ ກອນ ຜະລິດ ຢາສະໝຸນໄພໃໝ່ 5 ແຫ່ງ ຢູ່ແຂວງ ນິງບິ່ງ, ເງ້ະ ອານ, ກວ໊າງບິ່ງ, ຮ່າຕິ໊ງ ແລະ ກວ໊າງຈີ້ ກໍໄດ້ຮັບການສ້າງຕັ້ງ.

ໃນຍຸດທະສາດ ພັດທະນາເຖິງປີ 2022, ສະຫະກອນ ຈະເຮັດໃຫ້ ສົມບູນແບບ ລະບົບນິເວດ ຊິງເຢືອກ ຕິດພັນກັບ ການທ່ອງທ່ຽວ-ໜຶ່ງຈຸດນັດໝາຍ ຂອງ ເຄື່ອງໝາຍການຄ້າ ສະໝຸນໄພ ທ້ອງຖິ່ນ.


ບົດ: ເຈິ່ນເວິນ-ພາບ: ແທງຢາງ, ກົງດາດ

Doveco Gia Lai-ວິສາຫະກິດປຸງແຕ່ງ ຜະລິດຕະພັນກະເສດສົ່ງອອກ ຊັ້ນນໍາຂອງ ໄຕງວຽນ

Doveco Gia Lai-ວິສາຫະກິດປຸງແຕ່ງ ຜະລິດຕະພັນກະເສດສົ່ງອອກ ຊັ້ນນໍາຂອງ ໄຕງວຽນ

Doveco ​ແມ່ນ​ວິ​ສາ​ຫະກິດ​ແຖວໜ້າໃນ​ຂົງ​ເຂດ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຢູ່ ຫວຽດນາມ. ດ້ວຍ​ການ​ກໍ່ສ້າງ​ໂຮງ ງານ​ປຸງ​ແຕ່ງ​ຂະໜາດ​ໃຫຍ່ ​ແລະ ທັນ​ສະໄໝ​ທີ່​ສຸດ​ ​ຫວຽດນາມ ຢູ່ ຢາລາຍ, Doveco ບໍ່​ພຽງ​ແຕ່​ມີ​ຄວາມ​ຫວັງ​ຈະ​ເປີດ​ກວ້າງ​ຕະຫຼາດ, ​ຍົກສູງວົງເງິນການ​ສົ່ງ​ອອກ​ເທົ່າ​ນັ້ນ, ແຕ່​ຍັງ​ສ້າງ​ວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງ​ໃຫ້​ແກ່​ຊາວ​ກະສິກອນ​ ນັບ​ໝື່ນ​ຄົນ​ຢູ່​ ໄຕງວຽນ ເມື່ອ​ເຂົ້າ​ຮ່ວມ​ລະບົບຕ່ອງໂສ້ ການຜະລິດ ແລະ ສະໜອງຜະລິດຕະພັນກະເສດ ໃຫ້ແກ່ ໂຮງງານ.

Top