• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ຄວາມຍອດຍິ່ງ ຂອງເຄື່ອງປັ້ນດິນເຜົາ ຈູເດົ້າ

ຈູເດົ້າ ເປັນເຄື່ອງໝາຍການຄ້າ ທ່ີໄດ້ແຜ່ກະຈາຍ ແລະ ເຊື່ອມ ຕໍ່ ຄວາມຍອດຍິ່ງ ຂອງ ອາຊີບຜະລິດເຄື່ອງປັ້ນດິນເຜົາ, ນຳ ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາມູນເຊື້ອ ຫວຽດ ມາຍັງ ຊາວ ຫວຽດນາມ ແລະ ນັກທ່ອງທ່ຽວສາກົນ ອີກດ້ວຍ. 
ເຄື່ອງປັ້ນດິນເຜົາ ຈູເດົ້າ ແມ່ນປະເພດເຄື່ອງປັ້ນດິນເຜົາທີ່ເກົ່າແກ່ຂອງ ຫວຽດນາມ, ໄດ້ກຳເນີດເກີດຂຶ້ນແຕ່ສະຕະວັດທີ XII , ມີຄວາມຈະເລີນຮຸ່ງເຮືອງ ໃນສະຕະວັດທີ XIV, XV ແລະ ໄດ້ສູນຫາຍໄປໃນ ສະຕະວັດທີ XVII. ດ້ວຍປະຫວັດສາດ ເກືອບ 600 ປີ, ເຂົາເຈົ້າ ໄດ້ພົບເຫັນປະເພດເຄື່ອງປັ້ນ ດິນເຜົາ ດັ່ງກ່າວ ເມື່ອປີ 1980 ຂອງ ສະຕະວັດທີ່ XX ຈາກໂຖດອກໄມ້ ສີຟ້າ ໜ່ວຍໜຶ່ງ ທີ່ໄດ້ວາງສະແດງຢູ່ຫໍພິພິຕະພັນ Topaki Saray, ນະຄອນ Istanbul, ປະເທດຕວກກີ, ທີ່ນີ້ ຍັງຄົງຮັກ ສາລາຍເຊັນຂອງ ທ່ານນາງ ບຸ່ຍທິຮີ໋-ຜູ້ລີເລີ່ມອາຊີບຜະລິດ ເຄື່ອງປັ້ນດິນເຜົາ ຈູເດົ້າ (ສະຕະວັດທີ XV). 

ຮັບຮູ້ໄດ້ຄວາມໝາຍ ແລະ ຄຸນຄ່າຂອງເຄື່ອງປັ້ນດິນເຜົາ ຈູ ເດົ້າ, ປີ 2001, ສະຫະບໍລິສັດ ການຄ້າ ຮ່າໂນ້ຍ-ບໍລິສັດຫຸ້ນສ່ວນ Hapro (ສະມາຊິກຂອງກຸ່ມບໍລິສັດ BRG) ໄດ້ສ້າງຕັ້ງບໍລິສັດຫຸ້ນສ່ວນ ເຄື່ອງປັ້ນດິນເຜົາ ຈູເດົ້າ ໂດຍຈຸດປະສົງ ແມ່ນ ເພື່ອຟື້ນຟູປະເພດເຄື່ອງປັ້ນດິນເຜົາເກົ່າແກ່ ທີ່ຖືກສູນຫາຍໄປ ແລະ ສ້າງໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ຈູເດົ້າ, ຕາ ແສງ ຖາຍເຕິນ, ເມືອງ ນາມແຊກ, ແຂວງ ຫາຍເຢືອງ ໃຫ້ກາຍ ເປັນ ຈຸດທ່ອງທ່ຽວ ທີ່ປະທັບໃຈອີກດ້ວຍ. 

ໂຮງງານຜະລິດເຄື່ອງປັ້ນດິນເຜົາ ຂອງ ບໍລິສັດຫຸ້ນສ່ວນ ເຄື່ອງປັ້ນດິນເຜົາ ຈູເດົ້າ ໄດ້ຟື້ນຟູ ແລະ ພັດທະນາປະເພດ ເຄື່ອງປັ້ນດິນເຜົາ ຈູເດົ້າ ຊຶ່ງມີມາ ກວ່າ 600 ປີ. ພາບ: ຈິ້ງໂບ້/VNP


ນາຍຊ່າງບ້ານ ຈູເດົ້າ ພວມແຕ້ມລາຍດອກໃຫ້ແກ່ເຄື່ອງປັ້ນດິນເຜົາ. ພາບ: ເອກະສານ


ການປະດັບປະດາໃຫ້ແກ່ເຄື່ອງປັ້ນດິນເຜົາ. ພາບ: ຈິ້ງໂບ້/VNP


ການປະດັບປະດາໃຫ້ແກ່ຜະລິດຕະພັນ ຖ້ວຍ ຈູເດົ້າ. ພາບ: ຈິ້ງໂບ້/VNP


ບັນດາຜະລິດຕະພັນກວດນໍ້າ ແລະ ໂຖດອກໄມ້ ປັ້ນ ດ້ວຍດິນເຜົາ ໄດ້ກຳມະກອນນໍາໄປເຄືອບສີ. ພາບ: ຈິ້ງໂບ້/VNP


ບໍລິສັດຫຸ້ນສ່ວນເຄື່ອງປັ້ນດິນເຜົາ ຈູເດົ້າ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຊາວທ້ອງຖິ່ນ ກວ່າ 500 ຄົນ. ພາບ: ຈິ້ງໂບ້/VNP


ບັນດາລວດລາຍ, ລາຍດອກທີ່ໄດ້ແຕ້ມເທິງເຄື່ອງປັ້ນດິນເຜົາ ຈູເດົ້າ ສ່ວນຫຼາຍຖືວັດທະນະທຳ ຫວຽດ. ພາບ: ຈິ້ງໂບ້/VNP


ຮູບພາບປາໄນ ແຕ້ມເທິງໂຖດອກໄມ້ ປັ້ນດ້ວຍດິນເຜົາເປັນຫົວຂໍ້ ວັດທະນະທຳພື້ນເມືອງໜຶ່ງ ທີ່ຊິນເຄີຍ ຂອງ ເຄື່ອງປັ້ນດິນເຜົາ ຈູເດົ້າ. ພາບ: ຈິ້ງໂບ້/VNP


ຜະລິດຕະພັນເຄື່ອງປັ້ນດິນເຜົາຈຳນວນໜຶ່ງ ຈະໄດ້ເອົາໄປເຜົາ. ພາບ: ຈິ້ງໂບ້/VNP

ບໍລິສັດ ເຄື່ອງປັ້ນດິນເຜົ່າ ຈູເດົ້າ ໄດ້ຟື້ນຟູ ຫຼາຍພັນຕົວແບບເຄື່ອງປັ້ນດິນເຜົາເກົ່າແກ່ ດ້ວຍຫຼາຍຮູບຊົງ, ຫຼາຍຂະໜາດທີ່ແຕກຕ່າງກັນຄື: ເຄື່ອງປັ້ນດິນເຜົາ ດ້ານຈິດວິນຍານ, ໂຖດອກ ໄມ້, ເຄື່ອງປັ້ນດິນເຜົາປະດັບປະດາ, ເຄື່ອງປັ້ນດິນເຜົາ ໃຊ້ໃນ ຄອບຄົວ, ເຄື່ອງທີ່ລະລຶກ, ເຕົ້ານໍ້າຊາ ແລະ ອື່ນໆ. 

ບໍລິສັດຫຸ້ນສ່ວນ ເຄື່ອງປັ້ນດິນເຜົາ ຈູເດົ້າ:
ໂຮງງານ ຜະລິດ ແລະ ຫ້ອງວາງສະແດງຜະລິດຕະພັນ ຢູ່: ຕາແສງ ຖາຍເຕິນ, ເມືອງ ນາມແຊ໋ກ, ແຂວງ ຫາຍເຢືອງ.
ໂທລະສັບ: 02203541257
ອີເມວ: chudau@chudauceramic.vn.
ເວັບໄຊ: chudauceramic.vn
ດືອນ ພຶດສະພາ 2003, ບໍລິສັດເຄື່ອງປັ້ນດິນເຜົາ ຈູເດົ້າ ໄດ້ ສົ່ງຜະລິດຕະພັນຊຸດທຳອິດ ໄປສູ່ຕະຫຼາດ ແອັດສະປາຍ. ປັດ ຈຸບັນ ບໍລິສັດໄດ້ສ້າງວຽກເຮັດງານທຳໃຫ້ ຊາວທ້ອງ ຖິ່ນກວ່າ 500 ຄົນ ດ້ວຍລາຍຮັບສະເລ່ຍ 8.5 ລ້ານດົ່ງຕໍ່ເດືອນ, ບັນລຸ ລາຍຮັບໄດ້ປະມານ 400 ຕື້ດົ່ງຕໍ່ປີ ແລະ ໄດ້ ສົ່ງອອກຜະລິດ ຕະພັນໄປຍັງ 30 ປະເທດໃນໂລກ ຄື: ຍີ່ປຸ່ນ, ເຢຍລະມັນ, ແອັດສະປາຍ, ສ ອາເມລິກາ, ສ ຣັດເຊຍ, ສປ ຈີນ ແລະ ອື່ນໆ.

ປັດຈຸບັນ, ບໍລິສັດ ເຄື່ອງປັ້ນດິນເຜົາ ຈູເດົ້າ ປຽບເໝືອນ ສະ ຖານທີ່ ທ່ອງທ່ຽວ ແຫ່ງໜຶ່ງ ຊຶ່ງມີການວາງສະແດງຜະລິດຕະ ພັນ ເຄື່ອງປັ້ນດິນເຜົາ ກວ້າງ 1.000 m2 ໃນບໍລິເວນ ຮັບໃຊ້ ບໍລິການທ່ອງທ່ຽວ, ຊອກຮູ້ກ່ຽວກັບໂຮງງານຜະລິດເຄື່ອງປັ້ນ ດິນເຜົາ ກວ້າງ 33.250 m2. ແຕ່ລະປີ, ຈູເດົ້າ ໄດ້ຕ້ອນຮັບນັກ ທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມ ແລະ ຊື້ເຄື່ອງ ເປັນຈຳນວນຫຼາຍພັນເທື່ອຄົນ. ຈູເດົ້າ ໄດ້ກົມໃຫຍ່ ທ່ອງທ່ຽວ ຫວຽດນາມ ເລືອກເປັນສະຖານທີ່ ເພື່ອຈັດຕັ້ງການສະເຫຼີມສະຫຼອງວັນທ່ອງທ່ຽວສາກົນ. 

ເດືອນ ກັນຍາ 2019, ເຄື່ອງປັ້ນດິນເຜົາ ຈູເດົ້າ ໄດ້ຮັບການ ຢັ້ງ ຢືນ ຈາກອົງການ ສະຖິຕິໂລກ ໃຫ້ແກ່ຈານໜ່ວຍໜຶ່ງ ມີຕົວໜັງ ສື 1000 ໂຕ ເປັນສະຖິຕິໂລກ. ຈານ ໜ່ວຍນັ້ນ ບໍ່ພຽງແຕ່ ເຊີດ ຊູຄວາມສາມາດຂອງນາຍ ຊ່າງຜະລິດເຄື່ອງປັ້ນດິນເຜົາ ຈູເດົ້າ ເທົ່ານັ້ນ, ຫາກຍັງເຮັດໃຫ້ຊື່ສຽງ ຂອງອາຊີບຜະລິດ ເຄື່ອງປັ້ນ ດິນເຜົາ ຫວຽດນາມ ສົມກຽດ ກັບຄຳເວົ້າ 10 ຄຳ ທີ່ທ່ານນາ ຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບໝາຍໃຫ້: ເຄື່ອງປັ້ນ ດິນເຜົາ ຈູເດົ້າ, ເອກະລັກ ຫວຽດ, ສ້າງຊື່ສຽງໂດ່ງດັງໄປທົ່ວ 5 ທະວີບ. 

ຫ້ອງວາງສະແດງ ແລະ ຂາຍເຄື່ອງປັ້ນດິນເຜົາ ຈູເດົ້າ ດ້ວຍຜະລິດຕະພັນທ່ີຫຼາກຫຼາຍຊະນິດ. ພາບ: ຈິ້ງໂບ້/VNP


ຫວ່າງເວຫາ ວາງສະແດງຜະລິດຕະພັນເຄື່ອງປັ້ນດິນເຜົາ ຈູເດົ້າ ຄືຫໍພິພິຕະພັນແຫ່ງໜຶ່ງ ສະເພາະເຄື່ອງປັ້ນດິນເຜົາ ຈູເດົ້າ. ພາບ: ຈິ້ງໂບ້/VNP


ໂຖດອກໄມ້ ສຳເລັດຮູບ. ພາບ: ຈິ້ງໂບ້/VNP


ໂຖດອກໄມ້ ມີລວດລາຍຢ່າງປະນີດ. ພາບ: ຈິ້ງໂບ້/VNP

ປັດຈຸບັນ, ຫໍພິພິຕະພັນ 46 ແຫ່ງໃນໂລກ ພວມວາງສະແດງບັນດາວັດຖຸສິ່ງຂອງ ທີ່ເຮັດດ້ວຍເຄື່ອງປັ້ນດິນເຜົາ ຈູເດົ້າ. ໃນ ການປະມູນລາຄາ, ໂຖດອກໄມ້ ສີຟ້າ ເຮັດດ້ວຍ ເຄື່ອງປັ້ນ ດິນ ເຜົາ ຈູເດົ້າ, ສູງ 54 cm ທີ່ຫໍພິພິຕະພັນ Topakisaray ໄດ້ ຂາຍໃນລາຄາ ສູງເຖິງ 1 ລ້ານ ໂດລາສະຫະລັດ. 

ບົດ: ບິກເວິນ - ພາບ: ຈິ້ງໂບ້ ແລະ ເອກະສານ

Doveco Gia Lai-ວິສາຫະກິດປຸງແຕ່ງ ຜະລິດຕະພັນກະເສດສົ່ງອອກ ຊັ້ນນໍາຂອງ ໄຕງວຽນ

Doveco Gia Lai-ວິສາຫະກິດປຸງແຕ່ງ ຜະລິດຕະພັນກະເສດສົ່ງອອກ ຊັ້ນນໍາຂອງ ໄຕງວຽນ

Doveco ​ແມ່ນ​ວິ​ສາ​ຫະກິດ​ແຖວໜ້າໃນ​ຂົງ​ເຂດ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຢູ່ ຫວຽດນາມ. ດ້ວຍ​ການ​ກໍ່ສ້າງ​ໂຮງ ງານ​ປຸງ​ແຕ່ງ​ຂະໜາດ​ໃຫຍ່ ​ແລະ ທັນ​ສະໄໝ​ທີ່​ສຸດ​ ​ຫວຽດນາມ ຢູ່ ຢາລາຍ, Doveco ບໍ່​ພຽງ​ແຕ່​ມີ​ຄວາມ​ຫວັງ​ຈະ​ເປີດ​ກວ້າງ​ຕະຫຼາດ, ​ຍົກສູງວົງເງິນການ​ສົ່ງ​ອອກ​ເທົ່າ​ນັ້ນ, ແຕ່​ຍັງ​ສ້າງ​ວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງ​ໃຫ້​ແກ່​ຊາວ​ກະສິກອນ​ ນັບ​ໝື່ນ​ຄົນ​ຢູ່​ ໄຕງວຽນ ເມື່ອ​ເຂົ້າ​ຮ່ວມ​ລະບົບຕ່ອງໂສ້ ການຜະລິດ ແລະ ສະໜອງຜະລິດຕະພັນກະເສດ ໃຫ້ແກ່ ໂຮງງານ.

Top