ເພື່ອເປັນກຽດໃຫ້ແກ່ ອ໋າວຢ່າຍ (ເສື້ອຍາວ), ເມື່ອມໍ່ໆ ນີ້, ບັນດາ ນັກ ອອກແບບ ຂອງ ສະມາຄົມອອກແບບ ແຟຊັ່ນ ຮ່າໂນ້ຍ ໄດ້ນໍາສະເໜີ ຕໍ່ທ່ານຜູ້ຊົມ ບັນດາຊຸດສະສົມ ອ໋າວຢ່າຍ ກັບການອອກແບບ ທີ່ມີຫົວເລື່ອງ ກ່ຽວກັບ ຮ່າໂນ້ຍ.
ຊຸດສະສົມ “ສີສັນແຫ່ງຊີວິດ” ເປັນເລື່ອງລາວທີ່ໄດ້ປະດິດຄິດແຕ່ງ ຜ່ານ ບັນດາລາຍແຕ້ມທີ່ມີຄວາມສັນທັດ ແລະ ຝີມືດີ ຂອງ ນັກສິລະປິນ ຢາງດວ່ານ ເທິງຊຸດ ອ໋າວຢ່າຍ. ດ້້ວຍຄວາມຄິດເຖິງຄຸ້ມຖະໜົນເກົ່າ ໃນປາງກ່ອນ ກັບບັນດາຫຼັງເຮືອນທີ່ເຕັມແຕ່ໄຄນໍ້າ, ຕົ້ນຫູກວາງ ໃບແດງ, ກິ່ນຫອມ ຂອງ ຕົ້ນຕີນເປັດ, ນັກອອກແບບ ທັງເປັນນັກແຕ້ມ ຢາງດວ່ານ ໄດ້ສະແດງໃຫ້ເຫັນ ໂດຍຜ່ານບັນດາ ຊຸດ ອ໋າວຢ່າຍ ມູນເຊື້ອທີ່ ອ່ອນຊ້ອຍ, ນຸ້ມນວນ. ຊຸດສະສົມດັ່ງກ່າວ ບໍ່ພຽງແຕ່ເປັນການ ເລົ່າເລື່ອງທຳມະດາ ກ່ຽວກັບສີສັນ ຂອງ ມວນມາລາເທົ່ານັ້ນ, ແຕ່ຍັງ ເປັນ ການເລົ່າເລື່ອງສ່ອງແສງ ຄວາມຈິງ ຂອງ ນັກອອກແບບ ກ່ຽວກັບ ການ ເດີນທາງຂອງຕົນເອງ.

ລາຍການສະແດງແຟຊັ່ນ “ສີສັນລະດູໃບໄມ້ຫຼົ່ນ ຮ່າໂນ້ຍ” ໄດ້ຈັດຂຶ້ນ ຢູ່ ຖະໜົນຄົນຍ່າງ ຟຸ່ງຮຶງ, ຮ່າໂນ້ຍ.

ໄດ້ຮັບແຮງດານໃຈ ຈາກລະດູໃບໄມ້ຫຼົ່ນ ຂອງຮ່າໂນ້ຍ, ບັນດານັກອອກແບບ ໄດ້ສະເໜີສູ່ ສາຍຕາທ່ານຜູ້ຊົມ ບັນດາຊຸດສະສົມແຟຊັ່ນ ທີ່ທັນສະໄໝ ຂອງຍຸກໃໝ່,
ແຕ່ຍັງຮັກສາໄວ້ໄດ້ ຄວາມງາມດັ້ງເດີມ ຂອງ ຮ່າໂນ້ຍ ໃນປາງກ່ອນ.

ບັນດາຊຸດອອກແບບ ໃນລາຍການ ນໍາໃຊ້ວັດຖຸທາດ ທີ່ແຕກຕ່າງກັນ ເຊັ່ນ: ກຳມະຍີ່, ແພໄໝ, ແພລາຍດອກພື້ນເມືອງ...
ບັນດານັກອອກແບບ ປາກົດຕົວສູ່ ສາຍຕາທ່ານຜູ້ຊົມ ພ້ອມກັບບັນດາຊຸດສະສົມ ທີ່ໂດດເດັ່ນທີສຸດ. |
ໄດ້ແຮງບັນດານໃຈ ຈາກລົດຖີບ ທີ່ບັນທຸກ ດອກບົວ ໄປທົ່ວທຸກຫົນ ແຫ່ງຂອງ ຮ່າໂນ້ຍ ຊຶ່ງດຶງດູດສາຍຕາ ຂອງ ຜູ້ຊົມ, ນັກອອກແບບ ແຮ້ງຫງວຽນ ອີກຄັ້ງໜຶ່ງ ໄດ້ສະແດງໃຫ້ເຫັນຄວາມງາມ ຂອງ ດອກບົວ ຢູ່ ເທິງຊຸດອ໋າວຢ່າຍ ຫວຽດ. ດ້ວຍເຕັກນິກການປັກແສ່ວ ຢ່າງປາ ນີດ ແນບນຽນ, ນັກອອກແບບ ແຮ້ງຫງວຽນ ໄດ້ເຮັດໃຫ້ດອກບົວມີຊີວິດຊີວາຍິ່ງຂຶ້ນ ເໝືອນດັ່ງດອກບົວ ກຳລັງບານ ທ່າມກາງ ແສງແດດ, ສາຍລົມ, ກິ່ນຫອມ ແລະ ເຢືອກເຢັນ ຂອງ ໜອງບົວ.
ໂດຍໄດ້ຮັບແຮງບັນດານໃຈ ຈາກລະດູໃບໄມ້ຫຼົ່ນ ຮ່າໂນ້ຍ, ຍ່າງຕາມ ຖະໜົນ ເຕັມໄປດ້ວຍໃບໄມ້ສີເຫຼືອງ ທ່ີຫຼົ່ນລົງ, ນັກອອກແບບ ອ໋ຽນຟີ ໄດ້ເປີດຕົວຊຸດສະສົມ “ລະດູໃບໄມ້ຫຼົ່ນສີເຫຼືອງ”. ດ້ວຍການໃຊ້ສີເຫຼືອງ ໃບໄມ້ເປັນຕົ້ນຕໍ, ຈຸດເນັ້ນແມ່ນການອອກແບບ 3D, ນັກອອກແບບ ຟີອ໋ຽນ ໄດ້ພະຍາຍາມຄົ້ນຄວ້າ ຈົນສຳເລັດຜົນ, ໂດຍໃຫ້ຄວາມສໍາຄັນ ກັບຮູບຊົງ ຂອງ ສຸພາບສະຕີ ເມື່ອສວມໃສ່ ເບິ່ງສະບາຍ, ສະຫງ່າງາມ ຍິ່ງຂຶ້ນ. ວັດຖຸທາດ ທີ່ໃຊ້ໃນການອອກແບບປະກອບມີ: ກໍາມະຍີ່, ເສັ້ນໄໝ... ເມື່ອປະສົມປະສານ ວັດຖຸທາດ ເຫຼົ່ານີ້ເຂົ້າກັນ ຈະສ້າງຄວາມ ອ່ອນໂຍນ ແລະ ເຂັ້ມຂົ້ນໄປດ້ວຍຄຸນລັກສະນະ ຂອງ ສຸພາບສະຕີ ຍິ່ງຂຶ້ນ. ພ້ອມກັບເຕັກນິກ ປັກແສ່ວມູນເຊື້ອ, ການຕິດໝາກປັດ ໄດ້ນຳເຂົ້າສູ່ ການອອກແບບ ຊຶ່ງສ້າງຂຶ້ນຊຸດອ໋າວຢ່າຍທີ່ ມີຄວາມສວຍງາມສະເພາະແບບສູງສັກ ແລະ ສຸພາບຮຽບຮ້ອຍ.
ໜຶ່ງໃນຈຸດພົ້ນເດັ່ນ ໃນບັນດາຊຸດສະສົມ ຂອງ ບັນດານັກອອກແບບ ສະມາຄົມອອກແບບແຟຊັ່ນ ຮ່າໂນ້ຍ ນັ້ນແມ່ນຊຸດສະສົມ “ສະຫຼັບໃສ່ກັນ” ຂອງນັກອອກແບບ ຫງວຽນເຟືອງຖາວ. ການປະສົມປະສານລະຫວ່າງ ອ໋າວຢ່າຍ ແລະ ແພລາຍດອກພື້ນເມືອງ ໄດ້ສ້າງອອກຜະລິດຕະພັນໃໝ່ ທີ່ມີສີສັນພິເສດ. ເທິງແພກຳມະຍີ່ ແລະ ແພໄໝ, ແພລາຍດອກພື້ນເມືອງ ໄດ້ນຳໃຊ້ເພື່ອ ການຕົບແຕ່ງເທິງຊຸດ ອ໋າວຢ່າຍ ຢ່າງລະອຽດແນບນຽນທີ່ສຸດ.
 |
 |
ການປະສົມປະສານ ທ່ີສົມບູນແບບ ລະຫວ່າງອ໋າວຢ່າຍ ແລະ ຮູບແບບ ລາຍດອກພື້ນເມືອງ.
ດ້ວຍແນວຄວາມຄິດ ກ່ຽວກັບລະດູໃບໄມ້ຫຼົ່ນ ຮ່າໂນ້ຍ, ບັນດານັກ ອອກແບບ ໄດ້ເອົາສີເຫຼືອງ ເປັນຕົ້ນຕໍ ເພື່ອເປັນສັນຍາລັກໃຫ້ ລະດູ ໃບໄມ້ຫຼົ່ນ.
ບັນດາລວດລາຍ ທ່ີເປັນເອກະລັກ ເທິງຊຸດອ໋າວຢ່າຍ ຕ່າງກໍໄດ້ ບັນດາ ນັກອອກແບບ ທ່ີຕິດພັນ ກັບຄຸນຄ່າປະຫວັດສາດ, ວັດທະນະທຳ ຂອງ ຊາວ ຮ່າໂນ້ຍ.
ບັນດາລວດລາຍ ໃບໄມ້ສີເຫຼືອງ ທ່ີໂດດເດັ່ນ ຢູ່ເທິງຊຸດອ໋າວຢ່າຍ ສີດຳ.
ນັກອອກແບບ ແຮ້ງຫງວຽນ ສະແດງໃຫ້ເຫັນຄວາມງາມຂອງ ດອກບົວ ຢູ່ເທິງຊຸດອ໋າວຢ່າຍ.
ການປະສົມປະສານຂອງອ໋າວຢ່າຍ ສະໄໝກ່ອນ ແລະ ຍຸກປັດຈຸບັນ ນຳມາເຊິ່ງຄວາມງາມແບບສຸພາບຮຽບຮ້ອຍ ໃຫ້ສຸພາບສະຕີ.
ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ