• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂີດ​ໝາຍ ຫວຽດ​ນາມ ຢູ່​ງານ​ຕະຫຼາດ​ນັດ​ວັດ​ທະ​ນະ​ທຳ - ອາ​ຫານ​ການ​ກິນ ສ​ປ​ຊ ປີ 2026

ວັນ​ທີ 03 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ ສ​ປ​ຊ ຕັ້ງ​ຢູ່ ນິວຢອກ, ອາ​ເມ​ລິ​ກາ, ງານ​ຕະຫຼາດ​ນັດ ວັ​ດ​ທະ​ນະ​ທຳ - ອາ​ຫານ​ການ​ກິນ ສາ​ກົນ ສ​ປ​ຊ (UN International Bazaar) ປີ 2026 ໄດ້​ດໍ​າ​ເນີນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຮ້ານ​ວາງ​ສະ​ແດງ 60 ຮ້ານ ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ.
  ທ່ານ​ເອກ​ອັກ​ຄະ​ລັ​ດ​ຖະ​ທູດ ໂດ້​ຮຸ່ງ​ຫວຽດ ແລະ ພັນ​ລະ​ຍາ ແນະ​ນຳ​ບັນ​ດາ​ເຍື່ອງ​ອາ​ຫານ ຫວຽດ​ນາມ (ພາບ: ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ)  

ເຫດ​ການ​ດັ່ງ​ກ່າວ ໂດຍ​ສະ​ມາ​ຄົມ​ພັນ​ລະ​ຍາ, ສາ​ມີ ສ​ປ​ຊ ຈັດ​ຂຶ້ນ ແນ​ໃສ່​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ​ບັນ​ດາ​ຊົນ​ຊ​າດ ແລະ ສ້າງກອງ​ທຶນ​ຮັບ​ໃຊ້​ບັນ​ດາ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ​ສາ​ກົນ.

ໃນ​ເຫດ​ການ, ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປຊ ພ້ອມ​ດ້ວຍ​ສະ​ມາ​ຄົມ​ພັນ​ລະ​ຍາ, ສາ​ມີ ຫວຽດ​ນາມ ຢູ່ ນິວຢອກ ໄດ້​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ ດ້ວຍ​ 2 ຮ້ານ​ວາງ​ສະ​ແດງ ແນະ​ນຳ​ກ່ຽວ​ກັບ​ເຄື່ອງ​ຫັດ​ຖະ​ກຳ ແລະ ອ​າ​ຫານ ຫວຽດ​ນາມ. ບັນ​ດາ​ຜະ​ລິດ​ຕະ​ພັນ​ຫັດ​ຖະ​ກຳ​ທີ່​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ເຊັ່ນ: ເຄື່ອງ​ປັ້ນ​ດິນ​ເຜົາ, ພາບ​ສີ​ຂັດ​ມັນ, ແພ​ໄໝ, ເຄື່ອງ​ຕ່ຳ​ຫູກ​ແຜ່ນ​ແພ​ພື້ນ​ເມືອງ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ຫັດ​ຖະ​ກຳ​ທີ່​ເປັນ​ມູນ​ເຊື້ອ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ແຂກ​ຄົນ​ມາ​ຢ້ຽມ​ຊົມ​ເປັນ​ຈຳ​ນວນຫຼາຍ. ​

ບັນ​ດາ​ເຍື່ອງ​ອາ​ຫານ ແລະ ເຄື່ອງ​ດື່ມ ທີ່​ຮູ້​ຈັກ​ກັນ​ດີ​ຄື: ເຂົ້າ​ຈີ່ ຫວຽດ​ນາມ, ພັນ​ຢໍ່​ຂາວ, ຊີ້ນ​ປີ້ງ, ນ້ຳ​​ຊາໝາກ​ນາວ ແລະ ກາ​ເຟ​ນົມ​ເຢັນ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈຢ່າງ​ເລິກ​ເຊິ່ງ​ຕໍ່​ເພື່ອນ​ມິດ​ສາ​ກົນ. ສິ້ນ​ສຸດ​ງານ​ຕະຫຼາດ​ນັດ, ຫວຽດ​ນາມ ສືບ​ຕໍ່​ນອນ​ໃນ​ກຸ່ມ​ບັນ​ດາ​ປະ​ເທດ​ທີ່​ມີ​ການ​ປະ​ກອບ​ລາຍ​ຮັບ​ສູງ​ໃຫ້​ແກ່ກອງ​ທຶນ​ການ​ກຸ​ສົນ​ຂອງ​ຄະ​ນ​ະ​ຈັດ​ຕັ້ງ.

(ແຫຼ່ງຄັດຈາກ VOV)

ອິດ​ສະ​ຣາ​ແອັນ ຂຶ້ນ​ແຜນ​ການ​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ

ອິດ​ສະ​ຣາ​ແອັນ ຂຶ້ນ​ແຜນ​ການ​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ

ຕາມ​ຖະ​ແຫຼງ​ການ​ຂອງ​ທ່ານ Bezalel Smotrich ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ອິດ​ສະ​ຣາ​ແອັນ ໃນ​ວັນ​ທີ 03 ມິ​ຖຸ​ນາ, ບັນ​ດາ​ເຮືອ​ນຫຼັງ​ໃໝ່​ຈະ​ປັບ​ປຸງ​ສິ​ດ​ຄວບ​ຄຸມ​ຂອງ ອິດ​ສະ​ຣາ​ແອັນ ສຳ​ລັບ​ເຂດ​ດິນ​ແດນ​ນີ້, ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ຂອງ ອິ​ດ​ສະ​ຣາ​ແອັນ ແນ​ໃສ່​ສະ​ກັດ​ກັ້ນ​ການ​ສ້າງ​ຕັ້ງ​ລັດ​ກໍ່​ການ​ຮ້າຍ​ຢູ່​ໃຈກາງ​ປະ​ເທດ​ນີ້.

Top