• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະ​ແໜງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ​ສ້າງ​ພື້ນ​ຖານ​ຂໍ້​ມູນ​ດີ​ຈີ​ຕອນ​ໃຫ​້​ຄົບ​ຊຸດ

ການ​ເຊື່ອມ​ຕໍ່ພື້ນ​ຖານ​ຂໍ້​ມູນ​ໃຫ້​ສົມ​ບູນ​ແບບ​ ພ້ອມ​ກັບ​ການ​ຜັນ​ຂະ​ຫຍາຍແຜນ​ການ​ຊອກ​ຫາ​ແຫຼ່ງ​ກຳ​ເນີດ​ຜະ​ລ​ິດ​ຕະ​ພັນ​ກະ​ເສດ ໄດ້​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​.
  ພາບ: ມິງ​ລອງ  

ຕອນ​ບ່າຍ​ວັນ​ທີ 6 ເມ​ສາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ສົມ​ທົບ​ກັບ​ກະ​ຊວງ​ຕຳ​ຫຼວດ ຫວຽດ​ນາມ ຈັດ​ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ແລະ ກົດ​ປຸ່ມ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ຂໍ້​ມູນ​ຂອງກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ກັບ​ພື້ນ​ຖານ​ຂໍ້​ມູນ​ສັງ​ລວມ​ແຫ່ງ​ຊາດ-ກະ​ຊວງ​​ຕຳ​ຫຼວດ.

ກ່າວ​ຄຳ​ເຫັນ​ທິ່​ພິ​ທີ, ທ່ານ​ເຈິ່ນ​ດຶກ​ທັງ, ລັດ​ຖະ​ມົນ​ຕີ ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ເນັ້ນ​ໜັກ​ວ່າ:

ການ​ເຊື່ອມ​ຕໍ່ພື້ນ​ຖານ​ຂໍ້​ມູນ​ໃຫ້​ສົມ​ບູນ​ແບບ​ ພ້ອມ​ກັບ​ການ​ຜັນ​ຂະ​ຫຍາຍແຜນ​ການ​ຊອກ​ຫາ​ແຫຼ່ງ​ກຳ​ເນີດ​ຜະ​ລ​ິດ​ຕະ​ພັນ​ກະ​ເສດ ໄດ້​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ສຳ​ລັບ​ວຽກ​ງານ​ຄຸ້ມ​ຄອງ​ແຫ່ງ​ລັດ ​ໃນ​ຂົງ​ເຂດກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມຢູ່​ສູນ​ກາງ ແລະ ທ້ອງ​ຖິ່ນ. ພ້ອມ​ທັງ​ໄດ້​ປະ​ກອບ​ສ່ວນ​ຮັບ​ໃຊ້​ເປັນ​ຢ່າງ​ດີ​ກ່​ວາ, ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ອັນ​ແທດ​ຈິງ​ໃຫ້​ແກ່ ປ​ຊ​ຊ, ວິ​ສາ​ຫະ​ກິດ​ໃນ​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ ກໍ່​ຄື​ບັນ​ດາ​ການ​ບໍ​ລິ​ການ​ພາກ​ລັດ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຂົງ​ເຂດ​ຮ່ວມ​ມືຈຳນວນໜຶ່ງ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ລະ​ຫວ່າງ ​ລາວ ແລະ ຫວຽດ​ນາມ

ຊຸກ​ຍູ້​ຂົງ​ເຂດ​ຮ່ວມ​ມືຈຳນວນໜຶ່ງ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ລະ​ຫວ່າງ ​ລາວ ແລະ ຫວຽດ​ນາມ

ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ສ​ປ​ປ.ລາວ ຂອງ ​ທ່ານ ເຈິ່ນ​ເກີມ​ຕູ ຜູ້​ປ​ະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຈະ​ດຳ​ເນີນໃນ​ວັນ​ທີ 09 ເມ​ສາ 2026, ນັກ​ຂ່າ​ວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ໄດ້​ສຳ​ພາດ ​ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ.ລາວ ປະ​ຈຳ ຫວຽດ​ນາມ ກ່​ຽວ​ກັບ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຢ້ຽມ​ຢາມ.

Top