• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົມ 16 (ກົມ​ໃຫຍ່ 2) ຈັດ​ພິ​ທີ​ຮັບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ

ພັກ, ລັດ ໄດ້​ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ຄັ້ງ​ທີ 2 ໃຫ່​ແກ່​ກົມ 16 ແມ່ນ​ຄວາມ​ເປັນ​ກຽດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຢ່າງ​ໃຫຍ່ຫຼວງ, ແຕ່​ພ້ອມດຽວ​ກັນ​ນັ້ນ​ກໍ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ທີ່​ໜັກ​ໜ່ວງ​ທີ່​ສຸດ​ຂອງ​ພະ​ນັກ​ງານ, ນັກ​ຮົບ​ຂອງ​ກົມ 16 ເວົ້າ​ສະ​ເພາະ ແລະ ກົມ​ໃຫຍ່ 2 ເວົ້າ​ລວມ ຕ້ອງ​ກຳ​ນົດ​ຢ່າງ​ຈະ​ແຈ້ງ ແລະ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້​ດີກວ່າ​ອີກ.
  ທ່ານ​ພົນ​ເອກ ຟານ​ວັນ​ຢາງ ໄດ້​ມອບ​ນາມ​ມະ​ຍົດ​ກຳ​ລັງ​ປະ​ກອ​ບ​ອາ​ວຸດ​ປະ​ຊາ​ຊົນ​ໃຫ້​ແກ່​ກົມ 16. (ພ​າບ: VGP)  

ຕອນ​ບ່າຍ​ວັນ​ທີ 9 ພຶ​ດ​ສ​ະ​ພາ, ຢູ່​ຮ່າ​ໂນ້ຍ, ກົມ 16 (ກົມ​ໃຫຍ່ 2, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ) ໄດ້​ຈັດພິ​ທີຮັບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ. ທ່ານ ພົນ​ເອກ ຟານ​ວັນ​ຢາງ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ຊີ້​ນຳ​ພິ​ທີ.

ເມື່ອ​ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່​ພິ​ທີ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ ເນັ້ນ​ໜັກ​ວ່າ: ພັກ, ລັດ ໄດ້​ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ຄັ້ງ​ທີ 2 ໃຫ່​ແກ່​ກົມ 16 ແມ່ນ​ຄວາມ​ເປັນ​ກຽດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຢ່າງ​ໃຫຍ່ຫຼວງ, ແຕ່​ພ້ອມດຽວ​ກັນ​ນັ້ນ​ກໍ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ທີ່​ໜັກ​ໜ່ວງ​ທີ່​ສຸດ​ຂອງ​ພະ​ນັກ​ງານ, ນັກ​ຮົບ​ຂອງ​ກົມ 16 ເວົ້າ​ສະ​ເພາະ ແລະ ກົມ​ໃຫຍ່ 2 ເວົ້າ​ລວມ ຕ້ອງ​ກຳ​ນົດ​ຢ່າງ​ຈະ​ແຈ້ງ ແລະ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້​ດີກວ່າ​ອີກ.

  ທ່ານ​ພົນ​ເອກ ຟານ​ວັນ​ຢາງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພ​າບ: VGP)  

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ, ການ​ຊີ້​ນຳ​ໂດຍ​ກົງ, ເປັນ​ປະ​ຈຳ​ຈາກ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ຄະ​ນະ​ປະ​ຈຳ​ພັກ, ກອງ​ບັນ​ຊາ​ການ​ກົມ​ໃຫຍ່ 2; ພ້ອມ​ດ້ວຍ​ກຳ​ລັງ​ບົ່ມ​ຊ້ອນ, ທ່າ​ແຮງໃນ​ປັດ​ຈຸ​ບັນ ແລະ ປະ​ຫວັດ​ສາດ​ທີ່​ເປັນ​ມູນ​ເຊື້ອ​ອັນ​ສະ​ຫງ່າ​ຂອງຂະ​ແໜງ​ສືບ​ແນ​ມ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ ຫວຽດ​ນາມ, ກົມ​ 16 ເວົ້າ​ສະ​ເພາະ ແລະ ກົມ​ໃຫຍ່​ 2 ເວົ້າ​ລວມ ຈະ​ສຳ​ເລັດ​ທຸກ​ໜ້າ​ທີ່​ທີ່​ໄດ້​ຮັບ​ການມອບ​ໝາຍ, ສ້າງໜ້າ​ປະ​ຫວັດ​ສາດ​ທີ່​ສະ​ຫງ່າ​ອົງ​ອາດ​ອັນ​ເປັນ​ມູນ​ເຊ​ື້ອ, ສົມ​ກັບ​ຄວາມ​ເຊື່ອ​ໝັ້ນ​ຂອງ​ພັກ, ລັດ, ກອງ​ທັບ​ ແລະ ປະ​ຊາ​ຊົນ.

ທີ່​ພິ​ທີ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ ໄດ້​ມອບ​ນາມ​ມະ​ຍົດ​ກຳ​ລັງ​ປະ​ກອ​ບ​ອາ​ວຸດ​ປະ​ຊາ​ຊົນ​ໃຫ້​ແກ່​ກົມ 16.

(ແຫຼ່ງຄັດຈາກ VOV)

ວັນ​ທີ 11 ພຶດ​ສະ​ພາ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 2 ເພື່ອ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI

ວັນ​ທີ 11 ພຶດ​ສະ​ພາ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 2 ເພື່ອ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI

ກອງ​ປະ​ຊມ​ຄັ້ງ​ທີ 2 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ໄດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ພຶດ​ສະ​ພາ 2026, ຢູ່​ຫ້ອງ​ປະ​ຊຸມ ເຕິນ​ຈ່າວ, ຫໍ​ສະ​ພາ​ແຫ່ງ​ຊາດ. ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກ່າວ​ໄຂ​ກອງ​ປ​ະ​ຊຸມ.

Top