ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປົກປັກຮັກສາຂໍ້ມູນສ່ວນຕົວ ແລະ ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍທີ່ເປັນເອກະລັກກ່ຽວກັບການພັດທະນາເຮືອນຢູ່ສັງຄົມ.
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn)
ໂດຍສືບຕໍ່ລາຍການກອງປະຊຸມຄັ້ງທີ 9, ຕອນເຊົ້າວັນທີ 24 ພຶດສະພາ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປົກປັກຮັກສາຂໍ້ມູນສ່ວນຕົວ ແລະ ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍທີ່ເປັນເອກະລັກກ່ຽວກັບການພັດທະນາເຮືອນຢູ່ສັງຄົມ. ໜຶ່ງໃນບັນດາເນື້ອໃນສຳຄັນຂອງຮ່າງກົດໝາຍວ່າດ້ວຍການປົກປັກຮັກສາຂໍ້ມູນສ່ວນຕົວ ຍື່ນສະເໜີຕໍ່ສະພາແຫ່ງຊາດຄັ້ງນີ້ ເຊິ່ງດຶງດູດຄວາມສົນໃຈຂອງຜູ້ມີສິດເລືອກຕັ້ງນັ້ນແມ່ນ ເລື່ອງສະກັດກັ້ນການເຜີຍຄວາມລັບດ້ານຂໍ້ມູນສ່ວນຕົວ ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ.
ເລື່ອງສ້າງຮ່າງກົດໝາຍວ່າດ້ວຍການປົກປັກຮັກສາຂໍ້ມູນສ່ວນຕົວ ເພື່ອແນໃສ່ຫັນຂໍ້ກຳນົດຂອງລັດຖະທຳມະນູນກ່ຽວກັບສິດທິມະນຸດ, ສິດພົນລະເຮືອນ, ສິດສ່ວນຕົວຂອງສ່ວນບຸກຄົນ, ຄວາມບໍ່ອາດລ່ວງລ້ຳດ້ານຮ່າງກາຍ, ເຮືອນຢູ່, ຈົດໝາຍ, ສິດຮັກສາຄວາມລັບສ່ວນຕົວ, ໃນນັ້ນ ມີຂໍ້ມູນກ່ຽວກັບຊີວິດສ່ວນຕົວ, ຄວາມລັບສ່ວນບຸກຄົນ, ຄວາມລັບຄອບຄົວໃຫ້ເປັນລະບອບລະບຽບການ. ຮ່າງກົດໝາຍກໍເພື່ອແນໃສ່ຫັນບັນດານະໂຍບາຍ, ກົດໝາຍຂອງພັກ, ລັດ ກ່ຽວກັບສິດທິມະນຸດ, ສິດພົນລະເຮືອນ ເປັນລະອຽດ.
(ແຫຼ່ງຄັດຈາກ VOV)