ວັນທີ 24 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສະພາແລ່ນ ແລະ ລານ ອາຊີ ຄັ້ງທີ 105 ແນ່ໃສ່ສະຫຼຸບການເຄື່ອນໄຫວ, ປຶກສາຫາລື ແລະ ຮັບຮອງເອົາຫຼາຍລັດຖະນະໂຍບາຍກ່ຽວກັບວຽກງານຈັດຕັ້ງການແຂ່ງຂັນຊີງລາງວັນໃນລະບົບການແຂ່ງຂັນຢ່າງເປັນທາງການຂອງ ອາຊີ ແລະ ສ້າງຍຸດທະສາດໃນໄລຍະຍາວໃຫ້ແກ່ຂະບວນແລ່ນ ແລະ ລານ ອາຊີ.
ທ່ານ ຫງວຽນແຢງຮວ່າງຫວຽດ ຫົວໜ້າກົມກິລາກາຍຍະກຳ ຫວຽດນາມ (ພາບ: tdtt.gov.vn)
ເມື່ອກ່າວຄຳເຫັນກອງປະຊຸມ, ທ່ານ ຫງວຽນແຢງຮວ່າງຫວຽດ ຫົວໜ້າກົມກິລາກາຍຍະກຳ ຫວຽດນາມ ຢັ້ງຢືນວ່າ ການພັດທະນາກິລາແລ່ນ ແລະ ລານ ບໍ່ພຽງແຕ່ແມ່ນການພັດທະນາກິລາປະເພດໜຶ່ງເທົ່ານັ້ນ, ຫາກຍັງແມ່ນການພັດທະນາແຫຼ່ງກຳລັງມະນຸດ, ສົ່ງແຮງບັນດານໃຈໃຫ້ແກ່ຄົນລຸ່ນໜຸ່ມ, ປະກອບສ່ວນເຂົ້າໃນການສ້າງສັງຄົມທີ່ຂະຫຍັນຂັນເຄື່ອນ, ເຂັ້ມແຂງ, ອະລິຍະທຳອີກດ້ວຍ. ເພາະສະນັ້ນ, ຫວຽດນາມ ຍາມໃດກໍກຽມພ້ອມເປີດກວ້າງໂອກາດຮ່ວມມືກັບບັນດາປະເທດໃນໂລກ ແລະ ຮ່ວມເດີນທາງພ້ອມກັບຂະແໜງແລ່ນ ແລະ ລານ ອາຊີໃນໂຄງການສຶກສາບຳລຸງສ້າງ, ບັນດາໂຄງການພັດທະນາວິຊາສະເພາະ, ກໍຄືໃນການສ້າງສະພາບແວດລ້ອມແຂ່ງຂັນຍຸຕິທຳ, ຈະແຈ້ງ.
ໃນກອງປະຊຸມ, ທ່ານ Dahlan Jumaan Al Hamad ປະທານສະຫະພັນແລ່ນ ແລະ ລານ ອາຊີ ຕີລາຕາສູງຂະບວນການແລ່ນ ແລະ ລານພວມພັດທະນາຢ່າງແຮງຂອງ ຫວຽດນາມ. ທ່ານຢັ້ງຢືນວ່າ ນີ້ແມ່ນແຫຼ່ງບັນດານໃຈໃຫ້ແກ່ທົ່ວທະວີບ, ຜ່ານນັ້ນ, ສະແດງຄວາມຫວັງອັນຍິ່ງໃຫຍ່ ແລະ ຄວາມປາດຖະໜາຢາກກິລາແລ່ນ ແລະ ລານ ຫວຽດນາມ ສືບຕໍ່ເສີມຂະຫຍາຍບັນດາຜົນງານນີ້ເພື່ອຢັ້ງຢືນທີ່ຕັ້ງຍືນຍົງຂອງຕົນຢູ່ບັນດາເວທີແຂ່ງຂັນສາກົນດ້ວຍຂອບຂະໜາດທີ່ໃຫຍ່ກວ່າ.
(ແຫຼ່ງຄັດຈາກ VOV)