ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ເລມິນຮຶງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ Hun Manet ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ ຈະເດີນທາງໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 3, ແຕ່ວັນທີ 8 – 9 ມິຖຸນາ 2026.
ທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູທ (ພາບ: VOV)
ການປະຕິບັດງານຖືກດຳເນີນໃນສະພາບການພົວພັນຮ່ວມມືສອງຝ່າຍໄດ້ຮັບການປັບປຸງໃນທຸກດ້ານຢ່າງບໍ່ຢຸດຢັ້ງ, ນັບແຕ່ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງທີ່ເລິກເຊິ່ງ ຕະຫຼອດຮອດບັນດາບຸກທະລຸທີ່ໜ້າປະທັບໃຈໃນຂົງເຂດເສດຖະກິດ, ການຄ້າ ດ້ວຍເປົ້າໝາຍມຸ່ງໄປເຖິງ 20 ຕື້ USD.
ຈຸດເດັ່ນທີ່ພິເສດໃນການປະຕິບັດງານຄັ້ງນີ້ແມ່ນ ທ່ານນາຍົກລັດຖະມົນຕີ Hun Manet ຈະເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 3 ຢູ່ ຮ່າໂນ້ຍ ເປັນຄັ້ງທຳອິດ, ຕາມທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ແລ້ວ, ຫວຽດນາມ ຖືເປັນສຳຄັນການເຂົ້າຮ່ວມ ແລະ ຄຳເຫັນປະກອບຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ ໃນເວທີປາໄສທີ່ສຸດ, ຜ່ານນັ້ນ ສະແດງໃຫ້ເຫັນການສະໜັບສະໜູນເຊິ່ງກັນ ແລະ ກັນຂອງສອງປະເທດໃນຂອບເຂດການຮ່ວມມືຫຼາຍຝ່າຍ. ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ຄຳເຫັນປະກອບຂອງທ່ານນາຍົກລັດຖະມົນຕີ Hun Manet ຈະນຳມາເຊິ່ງມູມມອງການເບິ່ງຕົວຈິງຂອງ ກຳປູເຈຍ ກ່ຽວກັບບັນດາບັນຫາທີ່ຮ້ອນເຮັ່ງທີ່ພວມແກ້ໄຂໃນປັດຈຸບັນ.
(ແຫຼ່ງຄັດຈາກ VOV)