ໄຊຊະນະວັນທີ 30 ເມສາ 1975 ແມ່ນບົດເພງອະມະຕະກ່ຽວກັບການຕໍ່ສູ້ປົດປ່ອຍຊາດພາຍໃຕ້ການຊີ້ນຳນຳພາຂອງພັກຄອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ, ແມ່ນແຫຼ່ງລະດົມກຳລັງໃຈໃຫ້ແກ່ການປົດປ່ອຍທົ່ວໂລກ.
ລົດຖັງຂອງກອງພົນນ້ອຍລົດຖົງ - ລົດຫຸ້ມເກາະ 203, ບຸກເຂົ້າທຳນຽບເອກະລາດ ໃນຕອນບ່າຍວັນທີ 30 ເມສາ 1975 (ພາບ: TTXVN)
ນີ້ແມ່ນຂໍ້ສັງເກດຂອງທ່ານ Miguel Mejía, ເລຂາທິການໃຫຍ່ພັກຂະບວນການຝ່າຍຂວາເອກະພາບ (MIU), ສາທາລະນະລັດ ໂດມີນີກາ, ໃນການແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ອາເມລິກາ ລາຕິງ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2025).
ໃນຊຸມວັນເດືອນ ເມສາ 1975, ເມື່ອໄດ້ຮັບຂ່າວໄຊຊະນະຂອງ ຫວຽດນາມ ທີ່ລາຊາຜາກົດໄປທົ່ວໂລກ, ທ່ານ Miguel Mejia ເຊິ່ງພວມເປັນການນຳນັກສຶກສາຂອງຂະບວນການປະຊາຊົນສາທາລະນະລັດ ໂດມີນີກາ (MPD). ໃນທ່າມກາງສະພາບການນັ້ນ, ໄຊຊະນະວັນທີ 30 ເມສາ ຂອງ ຫວຽດນາມ ເໝືອນດັ່ງກະແສລົມໃໝ່ ປຸກລຸກແປວໄຟປະຕິວັດໃນລຸ້ນໄວໜຸ່ມສາທາລະນະລັດ ໂດມີນາກາ . ຕາມທ່ານແລ້ວ, ໄຊຊະນະນັ້ນ ບໍ່ພຽງແຕ່ແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງເທົ່ານັ້ນ ຫາກຍັງກາຍເປັນແປວໄຟເຍືອງທາງໃຫ້ແກ່ບັນດາປະຊາຊາດທີ່ພວມຕໍ່ສູ້ເພື່ອຍາດເອົາເອກະລາດ, ເສລີພາບ. ໄລ່ມາຮອດທຸກວັນນີ້, ພາຍຫຼັງເຄິ່ງສະຕະວັດ, ບົດຮຽນກ່ຽວກັບຄວາມອົງອາດກ້າຫານ ແລະ ຄວາມຄາດຫວັງມີສັນຕິພາບຂອງ ຫວຽດນາມ ຍັງຮັກສາຄຸນຄ່າໄວ້ເໝືອນເດີມ.
(ແຫຼ່ງຄັດຈາກ VOV)