• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳລັງກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ເດີນທາງໄປ ມຽນມາ

ໃນຕອນຄ່ຳວັນດຽວກັນ, ຄະນະຜູ້ແທນຈະແລກປ່ຽນກັບປະເທດເພື່ອນ ແລະ ແລກປ່ຽນໜ້າທີ່ສາກົນ ເພື່ອເປັນເອກະພາບໜ້າທີ່, ກຳນົດແຜນການຮັບມື.
ກຳລັງກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ໄປ Yangoon, ປະເທດ ມຽນມາ (ພາບ: qdnd.vn)

ຕອນບ່າຍວັນທີ 30 ມີນາ, ເຮືອບິນນຳສົ່ງກຳລັງກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ໄປ Yangoon, ປະເທດ ມຽນມາ ໄດ້ເລິ່ມບິນໃນເວລາ 15 ໂມງ 30 ນາທີ. ໃນຕອນຄ່ຳວັນດຽວກັນ, ຄະນະຜູ້ແທນຈະແລກປ່ຽນກັບປະເທດເພື່ອນ ແລະ ແລກປ່ຽນໜ້າທີ່ສາກົນ ເພື່ອເປັນເອກະພາບໜ້າທີ່, ກຳນົດແຜນການຮັບມື. ຄາດວ່າ, ວັນທີ 31 ມີນາ, ກຳລັງກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ຈະເລີ່ມປະຕິບັດໜ້າທີ່.

   ກ່ອນໜ້ານັ້ນ, ໃນຕອນບ່າຍວັນດຽວກັນ, ທີ່ກອງປະຊຸມມອບໜ້າທີ່ໃຫ້ແກ່ກຳລັງທີ່ເຂົ້າຮ່ວມການແກ້ໄຂຜົນຮ້າຍຈາກເຫດແຜ່ນດິນໄຫວຢູ່ ມຽນມາ, ຈັດຂຶ້ນຢູ່ ຮ່າໂນ້ຍ, ທ່ານພົນເອກ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮຽກຮ້ອງໃຫ້ບັນດາສະມາຊິກເປັນເຈົ້າການ, ປະຕິບັດສຳເລັດທຸກໜ້າທີ່ເຊິ່ງພັກ, ລັດ, ກອງທັບມີຄວາມເຊື່ອໝັ້ນມອບໝາຍໃຫ້.

(ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບທາງ​ລັດ​ຖະ​ກິດ​ກະ​ສັດ​ລາ​ຊະ​ອາ​ນາ​ຈັກ​ ແບນ​ຊິກ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບທາງ​ລັດ​ຖະ​ກິດ​ກະ​ສັດ​ລາ​ຊະ​ອາ​ນາ​ຈັກ​ ແບນ​ຊິກ

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ, ກະສັດລາຊະອານາຈັກ ແບນຊິກ Philippe ແລະ ພະມະເຫສີ Mathilde ໄດ້ໄດ້ເດີນທາງມາຮອດນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 31 ມີນາ ຫາວັນທີ 04 ເມສາ. ຕອນເຊົ້າວັນທີ 01 ເມສາ, ຢູ່ທໍານຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບກະສັດ Philippe ແລະ ພະມະຫາເຫສີ Mathilde.

Top