• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສ້າງ​ຂີດ​ໝາຍ​ປະ​ຫວັດ​ສາດ​ສຳ​ຄັນຫຼາຍ​ຢ່າງ

ຕອນທ່ຽງວັນທີ 08 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ມົງໂກນ, ອຽກລັງ, ເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງ ໂກໂຟນີ ຄັ້ງທີ 19 ແລະ ຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການ ແຕ່ວັນທີ (30 ກັນຍາ ຫາວັນທີ 7 ຕຸລາ).
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກັບປະມຸກລັດ 3 ປະເທດ ມົງໂກນ, ອຽກລັງ, ຝລັ່ງ ແລະ ເລຂາທິການໃຫຍ່ອົງການ ຝລັ່ງໂກໂພນີ (ພາບ: TTXVN)

ເມື່ອໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນການຢ້ຽມຢາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ ດ້ວຍເກືອບ 80 ກິດຈະກຳທີ່ມີເນື້ອໃນອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ ທັງໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ, ການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງນີ້ ໄດ້ປະສົບຜົນສຳເລັດ ແລະ ສ້າງຫຼາຍຂີດໝາຍປະຫວັດສາດສຳຄັນ. ກ່ອນອື່ນໝົດ, ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງການນຳຂັ້ນສູງ ຫວຽດນາມ ເມື່ອເດີນທາງໄປຍັງ ມົງໂກນ ພາຍຫຼັງໄລຍະເວລາ 16 ປີ, ເດີນທາງໄປຢ້ຽມຢາມ ອຽກລັງ ພາຍຫຼັງໄລຍະເວລາເກືອບ 30 ປີ ສ້າງຕັ້ງການພົວພັນທາງການທູດ, ເດີນທາງໄປ ຝລັ່ງ ພາຍຫຼັງເວລາ 22 ປີ ແລະ ກໍເປັນຄັ້ງທຳອິດທີ່ທ່ານເລຂາທິການໃຫຍ່, ປະທານປະເທດເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ.

ການເຄື່ອນໄຫວຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສ້າງຫຼາຍຂີດໝາຍປະຫວັດສາດສຳຄັນ ໃນການພົວພັນກັບ 3 ປະເທດ, ດ້ວຍຖະແຫຼງການຮ່ວມ 3 ສະບັບກ່ຽວກັບການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມົງໂກນ, ຄູ່ຮ່ວມມືຍຸດທະສາດໃນຂົງເຂດການສຶກສາຂັ້ນມະຫາວິທະຍາໄລ ລະຫວ່າງ ຫວຽດນາມ - ອຽກລັງ;  ຍົກລະດັບການພົວພັນ ຫວຽດນາມ - ຝລັ່ງ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ເຊັນເອກະສານເກືອບ 20 ສະບັບ ກັບບັນດາຄູ່ຮ່ວມມືໃນເກືອບທຸກຂົງເຂດ. ສິ່ງທີ່ໜ້າສົນໃຈແມ່ນ, ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດໄດ້ປະກາດເປີດສະຖານທູດ ຫວຽດນາມ ປະຈຳ ອຽກລັງ ພາຍຫຼັງສ້າງຕັ້ງສາຍພົວພັນທາງການທູດມາເປັນເວລາ 30 ປີ ຈະເປີດໄລຍະພັດທະນາໃໝ່ ໃຫ້ແກ່ການພົວພັນສອງຝ່າຍ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ອຽກລັງ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ

ຕອນເຊົ້າວັນທີ 9 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ ຂອງລາວ, ພາຍໃຕ້ການເປັນເຈົ້າພາບຂອງ ລາວ, ປະເທດປະທານ ອາຊຽນ 2024, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 – 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ດ້ວຍຫົວຂໍ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” ໄດ້ໄຂຂຶ້ນຢ່າງເປັນທາງການ.

Top