• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ການ​ສົ່ງ​ອອກ​ປີ 2026 ມຸ່ງ​ໄປ​ເຖິງ​ລະ​ດັບ​ການ​ເຕີບ​ໂຕ​ໃໝ່

ການສົ່ງອອກປີ 2026 ພວມເລີ່ມຕົ້ນການເດີນທາງໃໝ່, ທັງເພີ່ມວົງເງິນການຄ້າ, ທັງສ້າງໂຄງປະກອບພື້ນຖານການເຕີບໂຕຄືນໃໝ່. ເມື່ອລັດຖະບານວາງເປົ້າໝາຍສົ່ງອອກໃຫ້ບັນລຸລະດັບເຕີບໂຕແຕ່ 15 – 16% ໃນປີ 2026, ເທົ່າກັບ 546 – 550 ຕື້ USD ນັ້ນ, ສິ່ງທ້າທາຍບໍ່ພຽງແຕ່ແມ່ນບັນຫາການຕະຫຼາດເທົ່ານັ້ນ, ຫາກຍັງແມ່ນບັນຫາ ຄຸນນະພາບ, ຄວາມເປັນເຈົ້າຕົນເອງ ແລະ ຄວາມສາມາດທົນທານຂອງພື້ນຖານເສດຖະກິດອີກດ້ວຍ.

ການສົ່ງອອກຂອງຫວຽດນາມ ໄດ້ເຕີບໂຕເກີນດຸນໃນ 10 ປີຢ່າງລຽນຕິດ (ນັບແຕ່ປີ 2016). ຈຳນວນຕະຫຼາດບັນລຸວົງເງິນການຄ້າກວ່າ 1 ຕື້ USD ໄດ້ເພີ່ມຂຶ້ນຢ່າງແຮງ. ບັນດາສັນຍາການຄ້າເສລີ (FTA) ສືບຕໍ່ເສີມຂະຫຍາຍບົດບາດເປັນ “ໄມ້ງັດ”, ພິເສດແມ່ນບັນດາສັນຍາ FTA ລຸ້ນໃໝ່, ເຊັ່ນ: CPTPP, EVFTA, RCEP, ເຊິ່ງໄດ້ເປີດອອກຕະຫຼາດທີ່ມີຄຸນນະພາບສູງ ແລະ ມາດຕະຖານສູງ.  

ການສົ່ງອອກປີ 2026 ພວມເລີ່ມຕົ້ນການເດີນທາງໃໝ່ (ພາບ: TTXVN)
ການສົ່ງອອກປີ 2026 ພວມເລີ່ມຕົ້ນການເດີນທາງໃໝ່ (ພາບ: TTXVN)

ເຖິງຢ່າງໃດກໍຕາມ, ສ່ວນເກີນການຄ້າແກ່ຍາວ ບໍ່ໝາຍຄວາມວ່າກຳລັງແຮງພາຍໃນເຂັ້ມແຂງ. ອັດຕາມູນຄ່າເພີ່ມພາຍໃນໃນຫຼາຍຂະແໜງສົ່ງອອກຫຼັກຍັງຈຳກັດຢູ່; ຍັງຂຶ້ນກັບການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ການນຳເຂົ້າວັດຖຸດິບເປັນສ່ວນໃຫຍ່ ເຮັດໃຫ້ພື້ນຖານເສດຖະກິດຖືກສ່ຽງໄພໄດ້ງ່າຍເມື່ອລະບົບຕ່ອງໂສ້ການສະໜອງທົ່ວໂລກຖືກແຕກຂາດ. ດັ່ງນັ້ນ, “ລະດັບການເຕີບໂຕໃໝ່”ໃນ ປີ 2026 ແມ່ນຂີດໝາຍຂອງການຫັນປ່ຽນໂຄງປະກອບ. ລະອຽດແມ່ນເພີ່ມປະລິມານເຕັກໂນໂລຢີ, ຍົກອັດຕານຳໃຊ້ວັດຖຸດິບພາຍໃນປະເທດຂຶ້ນ ແລະ ປັບປຸງວິສາຫະກິດພາຍໃນປະເທດ, ພິເສດແມ່ນສືບຕໍ່ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ. ທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມນຳເຂົ້າສົ່ງອອກ (ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ) ຢັ້ງຢືນວ່າ:  

“ການຫັນຕະຫຼາດນຳເຂົ້າສົ່ງອອກເປັນຫຼາຍຮູບຫຼາຍແບບແມ່ນແຜນນະໂຍບາຍໜຶ່ງເພື່ອຫຼຸດຜ່ອນຄວາມສ່ຽງເມື່ອຂຶ້ນກັບຕະຫຼາດສົ່ງອອກ ຫຼື ຕະຫຼາດນຳເຂົ້າຫຼາຍເກີນໄປ. ເມື່ອມີຕະຫຼາດແລ້ວ ຂັ້ນຕອນຕໍ່ໄປແມ່ນວຽກງານສົ່ງເສີມການຄ້າ, ໃນນັ້ນ ມີການສ້າງເຄື່ອງໝາຍການຄ້າ ແລະ ນຳໃຊ້ບັນດາມາດຕະການ ເຊັ່ນ: ກວດຫາຕົ້ນກຳເນີດ… ບັນດາມາດຕະການນີ້ຊ່ວຍໃຫ້ວຽກງານສົ່ງເສີມການຄ້າຂອງພວກເຮົາຈະບັນລຸໄດ້ປະສິດທິຜົນດີກວ່າ…”.

ການສົ່ງອອກປີ 2026 ພວມເລີ່ມຕົ້ນການເດີນທາງໃໝ່ (ພາບ: TTXVN)
ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ບຸລິມະສິດເລັ່ງລັດການຈັດຕັ້ງປະຕິບັດຍຸດທະສາດການຂົນສົ່ງແຫ່ງຊາດ 2025-2035 ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງ ແລະສາງສິນຄ້າ ແລະ ຍົກສູງຄວາມສາມາດໃນການແຂ່ງຂັນ. (ພາບ: ຮົ່ງດາດ/TTXVN)
ເຖິງຢ່າງໃດກໍຕາມ, ໃນສະພາບການລັດທິອາລັກຂາເພີ່ມຂຶ້ນ, ການຫັນເປັນຫຼາຍຮູບຫຼາຍແບບ ບໍ່ພຽງແຕ່ແມ່ນການເປີດກວ້າງຕະຫຼາດຕື່ມອີກເທົ່ານັ້ນ, ຫາກຍັງເພີ່ມຄຸນນະພາບສິນຄ້າເພື່ອຕອບສະໜອງໄດ້ຫຼາຍມາດຕະຖານອີກດ້ວຍ.

ບັນດາຄຳຮຽກຮ້ອງກ່ຽວກັບການກວດຕົ້ນກຳເນີດ, ມາດຕະຖານການອອກແຮງງານ, ສິ່ງແວດລ້ອມ, ພິເສດແມ່ນບັນດາກົນໄກດັບປັບ ກາກບອນ ຂ້າມຊາຍແດນ, ພວມສ້າງເປັນ “ຮົ້ວກີດຂວາງດ້ານເຕັກນິກ” ໃໝ່. ຖ້າວິສາຫະກິດບໍ່ຫັນເປັນສີຂຽວຢ່າງທັນການ, ທ່າໄດ້ປຽບກ່ຽວກັບລາຍຈ່າຍຕ່ຳ ຈະຖືກເສຍໄປຢ່າງວ່ອງໄວ. ທ່ານ ເລຊວັນຫວີ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນການລົງທຶນການຄ້າ TNG, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າພວມສຸມໃສ່ຍການປ່ຽນໃໝ່ເຕັກໂນໂລຢີ ເພື່ອແນໃສ່ຍົກສູງສະມັດຕະພາບ, ຄຸນນະພາບຂອງຜະລິດຕະພັນ ແລະ ເພີ່ມຄວາມສາມາດແກ້ງແຍ້ງກັບບັນດາວິສາຫະກິດ ກໍຄືບັນດາປະເພດສິນຄ້າສົ່ງອອກອື່ນໆ. ເລື່ອງໝູນໃຊ້ເຕັກໂນໂລຢີໃໝ່ ຊ່ວຍໃຫ້ວິສາຫະກິດປັບປຸງຮູບແບບ, ຄຸນນະພາບຂອງຜະລິດຕະພັນ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂຶ້ນຂອງລູກຄ້າ. ພວກຂ້າພະເຈົ້າກຳນົດຍຸດທະສາດຈຸດສຸມແມ່ນການລົງທຶນເຂົ້າໃນເຕັກໂນໂລຢີ ແລະ ແຫຼ່ງຊັບພະຍາກອນມະນຸດ. ນີ້ແມ່ນສອງປັດໄຈແກ່ນສານເພື່ອໃຫ້ວິສາຫະກິດແກ້ໄຂບັນຫາຍົກສູງຄວາມສາມາດແກ້ງແຍ້ງ, ຮັກສາການເຕີບໂຕ ແລະ ພັດທະນາແບບຍືນຍົງໃນໄລຍະປັດຈຸບັນໄດ້ຢ່າງມີປະສິດທິຜົນ”.

ປະຈຸ​ບັນ, ຫຼາຍ​ທ້ອງ​ຖິ່ນ​ພວມ​ມີ​ຄວາມ​ສົນ​ໃຈ​ຫຼາຍ​ໃນ​ການ​ສ້າງ​ຕັ້ງ​ສູນ​ຂົນ​ສົ່ງ​ຂອງ​ພາກ​ພື້ນ, ລະດັບ​ຊາດ ​ແລະ ສາກົນ. (ພາບ: ຮົ່ງດາດ/TTXVN)

ໃນສະພາບການແກ້ງແຍ້ງເຕັກໂນໂລຢີທົ່ວໂລກຢ່າງຂ້ຽວຂາດໃນປັດຈຸບັນ, ຫວຽດນາມ ພວມຍູ້ແຮງການສົ່ງອອກການບໍລິການ, ຈາກເຕັກໂນໂລຢີຂໍ້ມູນຂ່າວສານ, Logistics ຕະຫຼອດຮອດການເງິນ, ການທ່ອງທ່ຽວ, ການສຶກສາ. ສິ່ງທີ່ໜ້າສົນໃຈແມ່ນ ປັດຈຸບັນ,ຄຽງຄູ່ກັບບັນດາປະເພດສິນຄ້າຫຼັກດັ້ງເດີມນັ້ນ, ທາງວິສາຫະກິດກໍມຸ່ງໄປເຖິງການສຸມໃສ່ສ້າງບັນດາຜະລິດຕະພັນທີ່ມີຄວາມສາມາດສົ່ງອອກ. ທ່ານ ຟານດຶກຫຽວ, ກຳມະການຜູ້ປະຈຳການຄະນະກຳມາທິການເສດຖະກິດ ຂອງສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:

 

(ແຫຼ່ງຄັດຈາກ VOV)

ຫັນເປັນດີຈີຕອນ, ຫັນເປັນສີຂຽວ - ກໍາລັງໜູນຍົກສູງກໍາລັງແຮງພາຍໃນຂອງປະເທດ

ຫັນເປັນດີຈີຕອນ, ຫັນເປັນສີຂຽວ - ກໍາລັງໜູນຍົກສູງກໍາລັງແຮງພາຍໃນຂອງປະເທດ

ໃນສະພາບການເຕີບໂຕໃນທົ່ວໂລກຫຼຸດລົງ, ຫຼາຍພື້ນຖານເສດຖະກິດໃຫຍ່ຕົກເຂົ້າສູ່ພາວະເສດຖະກິດທົດຖອຍ, ຫວຽດນາມ ຍັງຄົງຮັກສາໄດ້ຈຸດພົ້ນເດັ່ນທີ່ຕັ້ງໜ້າ: ການເຕີບໂຕສາມາດຮັກສາຢູ່ໃນລະດັບສູງ, ເສດຖະກິດມະຫາພາກມີສະຖຽນລະພາບ, ຄວາມດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ, ລາຍຮັບສະເລ່ຍໃສ່ຫົວຄົນເພີ່ມຂຶ້ນໄວ, ອິດທິພົນຊື່ສຽງ ແລະຖານະບົດບາດ, ທີ່ຕັ້ງສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

Top