• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Manet ສືບ​ຕໍ່​ເພີ່ມ​ພູ​ນ​ຄູນ​ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ

ການຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທີສອງ ນັບແຕ່ເວລາທ່ານ Samdech Thipadei ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ກຳປູເຈຍ ໃນທ້າຍເດືອນສິງຫາ ປີ 2023.
ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Thipadei Hun Manet (ພາບ: TTXVN)

ກ່ອນການຢ້ຽມຢາມ ຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Thipadei Hun Manet ໃນລະຫວ່າງວັນທີ 11 – 12 ທັນວາ, ເວັບໄຊ Domrey News ຂອງກຳປູເຈຍໄດ້ເອົາລົງ ບົດຂຽນຂອງນັກຮຽນຮູ້ Uch Leang, ຮອງຫົວໜ້າກົມຄົ້ນຄ້ວາ ອາຊີ - ອາຟຼິກກາ ແລະ ຕາເວັນອອກກາງ, ສະຖາບັນການພົວພັນສາກົນ, ສະພາບັນດິດ ກຳປູເຈຍ (RAC). ບົດຂຽນໄດ້ຕີລາຄາສູງຄວາມໝາຍ ແລະ ລະດັບຄວາມສຳຄັນຂອງການຢ້ຽມຢາມ, ຖືວ່າການຢ້ຽມຢາມຈະນຳຜົນປະໂຫຍດທີ່ຍິ່ງໃຫຍ່ມາໃຫ້ປະຊາຊົນກຳປູເຈຍ, ກໍ່ຄືປະຊາຊົນສອງປະເທດ.

ທ່ານ Uch Leang ໃຫ້ຮູ້ວ່າ ການຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທີສອງ ນັບແຕ່ເວລາທ່ານ  Samdech Thipadei ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ກຳປູເຈຍ ໃນທ້າຍເດືອນສິງຫາ ປີ 2023. ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍອັນຍິງໃຫຍ່ ເພື່ອແນໃສ່ເພີ່ມທະວີການພົວພັນອັນດີງາມລະຫວ່າງສອງປະເທດ ກຳປູເຈຍ - ຫວຽດນາມ ຕາມທິດ “ບ້ານໃກ້ເຮືອນຄຽງທີ່ດີງາມ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ເຊິ່ງໄດ້ຮັບການຮັກສາ ແລະ ເພີ່ມພູນຄູນສ້າງ ນັບທັງໃນໄລຍະປະເທດ ກຳປູເຈຍປ່ຽນແປງການນ້ຳລຸ້ນໃໝ່.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top