• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຢ້ຽມ​ຢາມ ຫວຽດ​ນາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lula da Silva ເປີດ​​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ - ບ​ຣາ​ຊິນ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມໃນລະຫວ່າງວັນທີ 27 – 29 ມີນາຂອງທ່ານປະທານາທິບໍດີ ບຣທ່ານາຊິນ Lula da Silva ຈະເປີດໜ້າປະຫວັດສາດໃໝ່ໃນການພົວພັນ ຫວຽດນາມ - ບຣາຊິນ.
ທ່ານປະທານາທິບໍດີ Lula da Silva ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)

ນີ້ແມ່ນການຢັ້ງຢືນຂອງທ່ານລັດຖະມົນຕີການຕ່າງປະເທດ ບຣາຊິນ, Mauro Vieira ເມື່ອຕອບສຳພາດຕໍ່ສື່ມວນຊົນ ຫວຽດນາມ ກ່ອນການຢ້ຽມຢາມ. ຕາມທ່ານລັດຖະມົນຕີ Mauro Vieira ແລ້ວ, ນັບແຕ່ເວລາທ່ານປະທານາທິບໍດີ Lula da Silva ຂຶ້ນກຳອຳນາດຄືນໃໝ່ເມື່ອເດືອນມັງກອນ 2023, ການພົວພັນກັບ ຫວຽດນາມບັນລຸໄດ້ກຳລັງໜູນຫຼາຍພໍສົມຄວນ, ດ້ວຍບັນດາຂີດໝາຍຫຼັກແມ່ນການຢ້ຽມຢາມ ບຣາຊິນໃນເດືອນ ກັນຍາ 2023 ແລະ ເດືອນ ພະຈິກ 2024 (ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ - G20 ຢູ່ນະຄອນ Rio de Janeiro) ແລະ ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດກົງກັບໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1989-2024).

ທ່ານລັດຖະມົນຕີ ການຕ່າງປະເທດ Mauro Vieira ຢັ້ງຢືນວ່າການຢ້ຽມຢາມຫວຽດນາມ ຂອງທ່ານ ປະທານາທິບໍດີ Lula da Silva ໃນໄລຍະຈະມາເຖິງຈະສ້າງຂີດໝາຍປະຫວັດສາດໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ບຣາຊິນ, ທ່ານໃຫ້ຮູ້ວ່າ ທ່ານປະທານາທິບໍດີ Lula ຍາມໃດກໍ່ຢ້ຳຄືນນ້ຳໃຈອາລົມຈິດຄວາມຮັກແພງໃນການຢ້ຽມຢາມ ຫວຽດນາມເມື່ອປີ 2008 ດ້ວຍຖານະເປັນປະທານາທິບໍດີ ບຣາຊິນຄົນທຳອິດມາຢ້ຽມຢາມ ຮ່າໂນ້ຍ ແລະ ທ່ານປາດຖະໜາຢາກເຫັນປະຈັກຕາບັນດາຜົນສຳເລັດດ້ານເສດຖະກິດ ແລະ ສັງຄົມທີ່ໜ້າປະທັບໃຈຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top