• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ພົວ​ພັນ ຫວຽດ​ນາມ - ຍີ່​ປຸ່ນ ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ, ​ຕົວ​ຂຶ້ນ​ອອກ​ສູ່​ໂລກ ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ສຸດ​ຈິງ​ໃຈ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນ ວ່າຍາມໃດ ສອງປະເທດກໍ່ໄດ້ເອົາໃຈໃສ່ເປັນພິເສເຖິງການຍູ້ແຮງ ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນຢ່າງຮອບດ້ານ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VGP)

ວັນທີ 21 ກັນຍາ, ແມ່ນວັນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນຫວຽດນາມ ແລະ ຍີ່ປຸ່ນ ໄດ້ສ້າງສາຍພົວພັນທາງການທູດ ຢ່າງເປັນທາງການ (21/9/1973-21/9/2023). 50 ປີຜ່ານມາ, ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການປັບປຸງ ແລະ ພັດທະນາໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ. ຈຸດພົ້ນເດັ່ນ ໃນການພົວພັນຮ່ວມມືສອງຝ່າຍແມ່ນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ປັດຈຸບັນ ຍີ່ປຸ່ນແມ່ນຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າຂອງ ຫວຽດນາມ, ແມ່ນປະເທດສະໜອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ການພັດທະນາ (ODA) ໃຫຍ່ທີ່ສຸດ, ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 4 ຂອງ ຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ ເສດຖະກິດຂັ້ນສູງ ຫວຽດນາມ - ຍີ່ປຸ່ນ ທີ່ໄດ້ດຳເນີນໃນຕົ້ນເດືອນມີນາປີ 2023, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນ ວ່າຍາມໃດ ສອງປະເທດກໍ່ໄດ້ເອົາໃຈໃສ່ເປັນພິເສເຖິງການຍູ້ແຮງ ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນຢ່າງຮອບດ້ານ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:

ຫວຽດນາມ ແລະ ຍີ່ປຸ່ນ ໄດ້ມານະພະຍາຍາມດ້ວຍຄວາມຕັດສິນໃຈຢູ່ລະດັບສູງ, ຢຶດໝັ້ນເພື່ອບັນລຸໄດ້ສັນຍາ CPTPP ແລະ ມາຮອດປັດຈຸບັນຕົວຈິງ ພິສູດໄດ້ສິ່ງນັ້ນວ່າ ແມ່ນຖືກຕ້ອງ, ເໝາະສົມກັບຜົນປະໂຫຍດຂອງ ສອງປະເທດ, ປະຊາຄົມວິສາຫະກິດສອງປະເທດ ແລະ ເໝາະສົມກັບ ເປົ້າໝາຍສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໂລກ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top