• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ: ການ​ປະ​ທະ​ກັນ​ສືບ​ຕໍ່​ດຳ​ເນີນ​ຢ່າງ​ຮຸນ​ແຮງ

ສຳລັບຝ່າຍອີຣານ, ກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ປະກາດວ່າໄດ້ປຸກລະດົມບັນດາກະແສບຸກໂຈມຕີໃໝ່ໃນບັ້ນບຸກໂຈມຕີ “”ຄຳໝັ້ນສັນຍາທີ່ແທ້ຈິງ 4” ເລັ່ງໃສ່ບັນດາເປົ້າໝາຍຍຸດທະສາດຢູ່ ອິດສະລາແອັນ ແລະ ບັນດາຮາກຖານຂອງອາເມລິກາ ໃນພາກພື້ນ.
  ເຂດຊຸມຊົນຖືກທຳລາຍຍ້ອນບັ້ນບຸກໂຈມຕີທາງອາກາດຢູ່ ອີຣານ (ພາບ: Majid Asgaripour/WANA via REUTERS.)  

ຕອນຄ່ຳວັນທີ 30 ມີນາ, ກຳລັງປ້ອງກັນ ອິດສະລາແອັນ (IDF) ໃຫ້ຮູ້ວ່າກອງທັບອາກາດປະເທດນີ້ໄດ້ປຸກລະດັບບັ້ນບຸກໂຈມຕີຄັ້ງໃໝ່ເລັ່ງໃສ່ບັນດາຕຶກອາຄານຂອງອຳນາດການປົກຄອງຢູ່ນະຄອນຫຼວງ ເຕເຮຣານ ຂອງອີຣານ. ກ່ອນໜ້ານັ້ນ, ຕອນເຊົ້າວັນດ່ຽວກັນ, ກອງທັບອາກາດ ອິດສະລາແອັນ ກໍ່ໄດ້ບຸກໂຈມຕີຮາກຖານການຜະລິດອາວຸດ ແລະ ໂຮງງານຜະລິດກົນຈັກເຮືອບິນບໍ່ມີຄົນຂັບຂອງ ອີຣານຢູ່ ເຕເຮຣານ. ຢູ່ພາກກາງອີຣານ, ເຮືອບິນບໍ່ມີຄົນຂັບ ອິດສະລາແອັນ ໄດ້ຖີ້ມລະເບີດລົງໃສ່ສຳນັກງານໃຫຍ່ຂອງບັນດາກຳລັງປະກອບອາວຸດອີຮານ, ໃນນັ້ນມີເຂດປະສົມຂອງກຳລັງທະຫານລາດ Basij ຢູ່ Daghlan ແລະ ປ້ອມຕຳຫຼວດຢູ່ Sanandaj.

ສຳລັບຝ່າຍອີຣານ, ກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ປະກາດວ່າໄດ້ປຸກລະດົມບັນດາກະແສບຸກໂຈມຕີໃໝ່ໃນບັ້ນບຸກໂຈມຕີ “”ຄຳໝັ້ນສັນຍາທີ່ແທ້ຈິງ 4” ເລັ່ງໃສ່ບັນດາເປົ້າໝາຍຍຸດທະສາດຢູ່ ອິດສະລາແອັນ ແລະ ບັນດາຮາກຖານຂອງອາເມລິກາ ໃນພາກພື້ນ.

ໃນຂະນະນັ້ນ, ວັນທີ 30 ມີນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ກ່າວເຕືອນວ່າ ວໍຊິງຕັນຈະທຳລາຍບັນດາພື້ນຖານໂຄງລ່າງພະລັງງານ ແລະ ພົນລະເຮືອນຂອງ ອີຣານ ຖ້າຂໍ້ຕົກລົງຢຸດຕິການປະທະກັນບໍ່ບັນລຸໄດ້ໂດຍໄວ, ພ້ອມທັງໃຫ້ຮູ້ວ່າບັນດາການເຈລະຈາກັບເຕເຮຣານ ພວມມີຄວາມຄືບໜ້າ.

່(ແຫຼ່ງຄັດຈາກ VOV)

ປີ 2026 ຈະສ້າງ​ສຳ​ເລັດ​​ຖານ​ຂໍ້​ມູ​ນ​ແຫ່ງ​ຊາດ​ກ່ຽວ​ກັບ​ທີ່​ດິນ

ປີ 2026 ຈະສ້າງ​ສຳ​ເລັດ​​ຖານ​ຂໍ້​ມູ​ນ​ແຫ່ງ​ຊາດ​ກ່ຽວ​ກັບ​ທີ່​ດິນ

ຕາມບົດລາຍງານ, ບັ້ນເຄື່ອນໄຫວ 90 ວັນແລະຄືນ ເສີມສ້າງ, ເຮັດໃຫ້ຖານຂໍ້ມູນແຫ່ງຊາດກ່ຽວກັບຕາດິນສະອາດ ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ກະຊວງ ຕຳຫຼວດຜັນຂະຫຍາຍແຕ່ວັນທີ 1 ກັນຍາ ຫາວັນທີ 30 ພະຈິກ 2025 ນັ້ນແມ່ນໄດ້ ເຮັດໃຫ້ທີດິນເກືອບ 62,5 ລ້ານຕອນໃນທົ່ວປະເທດຄົບຊຸດ ແລະສະອາດ.

Top