ເມື່ອແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນສອງປະເທດໃຫ້ມີການພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງກວ່າ, ທ່ານນາຍົກລັດຖະມົນຕີ ສະເໜີ Tanzania ຈະເປີດສະຖານທູດປະຈຳ ຫວຽດນາມ ໂດຍໄວ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Mahmoud Thabit Kombo ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມື ອາບຟຼິກກາຕາເວັນອອກ, Tanzania
ວັນທີ 30 ເມສາ, ຢູ່ທຳນຽບ ໂດກເລິບ (ນະຄອນ ໂຮ່ຈີມິນ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Mahmoud Thabit Kombo ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມື ອາບຟຼິກກາຕາເວັນອອກ, Tanzania ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ໃນລະຫວ່າງວັນທີ 27 – 30 ເມສາ.
ເມື່ອແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນສອງປະເທດໃຫ້ມີການພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງກວ່າ, ທ່ານນາຍົກລັດຖະມົນຕີ ສະເໜີ Tanzania ຈະເປີດສະຖານທູດປະຈຳ ຫວຽດນາມ ໂດຍໄວ. ສ່ວນທ່ານ Mahmoud Thabit Kombo ໄດ້ສະແດງຄວາມປະທັບໃຈຕໍ່ສານຢ່າງແຮງຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ພິທີສະເຫຼີມສະຫຼອງກ່ຽວກັບການພັດທະນາຂອງ ຫວຽດນາມ ໃນອະນາຄົດ ແລະ ບັນດາຄຳໝັ້ນສັນຍາຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ສຳລັບປະຊາຄົມສາກົນ.
ແລະກໍ່ໃນວັນດຽວກັນ, ຢູ່ນະຄອນ ໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ Nicaragua, Vandrack Jaenschke.
(ແຫຼ່ງຄັດຈາກ VOV)