ມີຫຼາຍຄົນເຄີຍເວົ້າວ່າ: “ຖ້າຍັງບໍ່ທັນຮັບຟັງສຽງເພງບົນແມ່ນ້ຳ ເຮືອງ, ກໍ່ເບິ່ງຄືວ່າ ຍັງບໍ່ທັນໄດ້ໄປຮອດ ເຫ້ວ ຈັກເທື່ອ”.
(ການສະແດງຮ້ອງເພງ ເຫ້ວ ໄດ້ເອົາລົງມາສະແດງຢູ່ເຮືອທີ່ແລ່ນຢູ່ກາງແມ່ນ້ຳ ເຮືອງ ເພື່ອຮັບໃຊ້ແຂກທ່ອງທ່ຽວ)
ການສະແດງຮ້ອງເພງ ເຫ້ວ - ແມ່ນເຍື່ອງອາຫານທາງດ້ານຈິດໃຈທີ່ບໍ່ອາດຂາດໄດ້, ແມ່ນຄວາມມ່ວນຊື່ນຂອງຊາວ ເຫ້ວ. ສະນັ້ນ, ມີຫຼາຍຄົນເຄີຍເວົ້າວ່າ: “ຖ້າຍັງບໍ່ທັນຮັບຟັງສຽງເພງບົນແມ່ນ້ຳ ເຮືອງ, ກໍ່ເບິ່ງຄືວ່າ ຍັງບໍ່ທັນໄດ້ໄປຮອດ ເຫ້ວ ຈັກເທື່ອ”. ນອກຈາກການໄປຢ້ຽມຢາມທັດສະນີສະພາບ, ແຂກທ່ອງທ່ຽວກໍ່ສາມາດລົງເຮືອຢູ່ແມ່ນ້ຳ ເຮືອງ ເພື່ອຮັບຟັງບັນດາຈັງຫວະສຽງເພງ ເຫ້ວ. ວິທີສົມທົບລະຫວ່າງສຽງດົນຕີ, ຊາວ ເຫ້ວ, ທິວທັດທຳມະຊາດຂອງ ເຫ້ວ ນີ້ບໍ່ແມ່ນຢູ່ແຫ່ງໃດກໍ່ມີ. ນັກສິລະປິນຍິງ ຫງວຽນທິເລ້ຮ່າ ໄດ້ເຄື່ອນໄຫວໃນຂົງເຂດດົນຕີພື້ນເມືອງເປັນເວລາເກືອບ 30 ປີ, ໃຫ້ຮູ້ວ່າ:
“ສຳລັບບັນດາຜູ້ທີ່ເຄື່ອນໄຫວສິລະປະເປັນເວລາຫຼາຍປີ, ຄວາມຫວັງຂອງພວກຂ້າພະເຈົ້າ, ກໍຄືປະຊາຊົນ ເຫ້ວ ແມ່ນຈະອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳຕະຫຼອດໄປ. ພວກຂ້າພະເຈົ້າຢາກສົ່ງສານຂອງຄົນລຸ້ນກ່ອນເຖິງລຸ້ນໜຸ່ມໃນປະຈຸບັນ, ບໍ່ພຽງແຕ່ລຸ້ນໜຸ່ມຢູ່ກຸ້ງເກົ່າ ເຫ້ວ ເທົ່ານັ້ນ, ຫາກຍັງເຖິງລຸ້ນໜຸ່ມໃນທຸກເຂດພາກ ກ່ຽວກັບການອະນຸລັກຮັກສາຈຸດຄວາມງາມນີ້ອີກດ້ວຍ. ນີ້ແມ່ນສິ່ງຍອດຢ້ຽມເພື່ອໃຫ້ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈກ່ຽວກັບສິລະປະພື້ນເມືອງນີ້ ເມື່ອແຂກທ່ອງທ່ຽວມາຢ້ຽມຢາມ ເຫ້ວ”.
ນັບແຕ່ການທ່ອງທ່ຽວຢູ່ ເຫ້ວ ເລີ່ມພັດທະນາ, ການສະແດງຮ້ອງເພງ ເຫ້ວ ກໍ່ໄດ້ເອົາລົງມາສະແດງຢູ່ເຮືອທີ່ແລ່ນຢູ່ກາງແມ່ນ້ຳ ເຮືອງ ເພື່ອຮັບໃຊ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.
ປ່ອຍຈິດຂອງຕົນລ່ອງລອຍໄປຕາມແມ່ນ້ຳ ເຮືອງ, ຮັບຊົມຂົວ ເຈື່ອງຕ່ຽນ, ສີສັນຂອງ 2 ຝັ່ງແມ່ນ້ຳໃນຍາມຄ່ຳຄືນ; ຮັບຟັງບັນດາສຽງດົນຕີຈາກບັນດາເຄື່ອງດົນຕີພື້ນເມືອງ, ສຽງຂັບຮ້ອງເຂດ ເຫ້ວ, ຮັບບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ເຫ້ວ ຢູ່ເທິງເຮືອ, ສ້າງຄວາມຮູ້ສຶກຈັບອົກຈັບໃຈຕໍ່ແຂກທ່ອງທ່ຽວທີ່ບໍ່ອາດຫຼົງລືມໄດ້.
“ມື້ນີ້ິ້, ຂ້າພະເຈົ້າພ້ອມກັບບັນດາລູກຂອງຕົນຂີ່ເຮືອບົນແມ່ນ້ຳ ເຮືອງ ແລະ ໄດ້ຮັບຟັງບັນດານັກສິລະປິນຍິງຂອງເຂດດິນແດນ ເຫ້ວ ຂັບຮ້ອງບັນດາບົດເພງເຊິ່ງກ່ອນນີ້ພຽງແຕ່ຮັບໃຊ້ເຈົ້າຊີວິດໃນພະລາຊະວັງເທົ່ານັ້ນ, ສ່ວນສາມັນຊົນບໍ່ມີໂອກາດໄດ້ຮັບຟັງ. ປະຈຸບັນ, ພວກຂ້າພະເຈົ້າໄດ້ຮັບຟັງບັນດາບົດເພງນັ້ນ, ມັນໄດ້ຊຶມເລິກເຂົ້າໃນດວງໃຈຂອງຊາວ ຫວຽດນາມ ແຕ່ລະຄົນ”.
“ຂ້າພະເຈົ້າໄດ້ຫ່າງຈາກບ້ານເກີດເມືອງນອນເປັນເວລາຫຼາຍປີແລ້ວ, ຄັ້ງນີ້ໃນໂອກາດໄດ້ກັບເມືອຢ້ຽມຢາມຄອບຄົວ ແລະ ເພື່ອນຂອງຕົນ ສົມທົບກັບການຢ້ຽມຢາມຢູ່ເຂດແມ່ນ້ຳ ເຮືອງ, ຂົວ ຈ່າງຕ່ຽນ ແລະ ໄດ້ຮັບຟັງສຽງເພງເຂດ ເຫ້ວ ນີ້, ເຮັດໃຫ້ຂ້າພະເຈົ້າມີຄວາມຕື້ນຕັນໃຈ, ຍາມໃດກໍ່ຄິດຮອດບ້ານເກີດເມືອງນອນຂອງຕົນ. ຂ້າພະເຈົ້າເຫັນວ່າ, ວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ ແມ່ນດີທີ່ສຸດ. ຂ້າພະເຂົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບເມືອຢ້ຽມຢາມບ້ານເກີດເມືອງນອນ, ຮັບຊົມບັນດາລາຍການສະແດງທີ່ເປັນມູນເຊື້ອຂອງບ້ານເກີດເມືອງນອນ ແລະ ຍາມໃດຂ້າພະເຈົ້າກໍ່ມີຄວາມເອກອ້າງທະນົງໃຈທີ່ໄດ້ເປັນລູກຫຼານຂອງປະເທດ ຫວຽດນາມ”.