• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມ ຫວຽດນາມ ຂອງ ນາຍົກລັດຖະມົນຕີ ອົດສະຕາລີ ສ້າງກຳລັງໜູນເພື່ອເປີດກ້ວາງການພົວພັນສອງຝ່າຍ

ຕາມທ່ານ Layton Pike, ຜູ້ຮ່ວມກໍ່ຕັ້ງສະຖາບັນຄົ້ນຄ້ວານະໂຍບາຍ ອົດສະຕາລີ - ຫວຽດນາມ ແລ້ວ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanses ບັນລຸຜົນສຳເລັດຢ່າງຈົບງາມ
ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanses (ພາບ: Dương Giang/TTXVN)

ວັນທີ 5 ມິຖຸນາ, ຫ້ອງວ່າການຂອງທ່ານ Anthony Albanses, ນາຍົກລັດຖະມົນຕີ ອົດສະຕາລີ ໄດ້ອອກແຈ້ງການໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ Anthony Albanses ໄດ້ສິ້ນສຸດການຢ້ຽມຢາມເປັນເທື່ອທຳອິດຢູ່ ຫວຽດນາມ - ເຊິ່ງເປັນຄູ່ຮ່ວມມືຍຸດທະສາດ, ເສດຖະກິດ ແລະ ເພື່ອນມິດຍາວນານຂອງ ອົດສະຕາລີ. ແຈ້ງການໄດ້ເນັ້ນໜັກວ່າ, ປີ 2023 ເປັນຂີດໝາຍ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ອົດສະຕາລີ - ຫວຽດນາມ. ການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດພວມໄດ້ເປີດກ້ວາງຫຼາຍພໍສົມຄວນ, ດ້ວຍບັນດາວຽກງານພວມໄດ້ປະຕິບັດເພື່ອຍົກລະດັບການພົວພັນ ອົດສະຕາລີ - ຫວຽດນາມ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ຕາມທ່ານ Layton Pike, ຜູ້ຮ່ວມກໍ່ຕັ້ງສະຖາບັນຄົ້ນຄ້ວານະໂຍບາຍ ອົດສະຕາລີ - ຫວຽດນາມ ແລ້ວ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanses ບັນລຸຜົນສຳເລັດຢ່າງຈົບງາມ ນັບທັງໃນແງ່ມູມເຮັດໃຫ້ການພົວພັນລະຫວ່າງສອງປະເທດຄື: ການສຶກສາ, ການຄ້າ ແລະ ການປ້ອງກັນຄວາມສະຫງົບພົ້ນເດັ່ນຂຶ້ນກ່ວາອີກ, ກໍຄືການຮ່ວມມືບັນດາຂົງເຂດຄືພະລັງງານສະອາດ ແລະ ແຮງງານມີສີມືດີ. ເລື່ອງສອງປະເທດ ໃຫ້ຄຳໝັ້ນສັນຍາຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານກໍ່ແມ່ນສັນຍານໜຶ່ງສະແດງໃຫ້ເຫັນແຈ້ງການພົວພັນລະຫວ່າງ ອົດສະຕາລີ - ຫວຽດນາມ ພວມນັບມື້ນັບພັດທະນາຢ່າງແຮງກ່ວາອີກ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top