• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມທາງລັດຖະກິດຢູ່ ສປປ. ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນຄວາມເຄົາລົບນັບຖືເປັນພິເສດ ຂອງ ຫວຽດນາມ ທີ່ມີຕໍ່ ລາວ

ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ ແລະ ພັນລະຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 50 ປີ; ພ້ອມທັງເປັນປະທານຮ່ວມການພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ແຕ່ວັນທີ 01 – 02 ທັນວາ 2025. ເນື່ອງໃນໂອກາດນີ້, ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມີຄວາມເປັນກຽດສໍາພາດທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມແຫ່ງ ສປປ.ລາວ ປະຈໍາ ຫວຽດນາມ ກ່ຽວກັບຄວາມໝາຍ ກໍຄືບັນດາການເຄື່ອນໄຫວທີ່ຈະດໍາເນີນໃນຂອບເຂດການຢ້ຽມຢາມຄັ້ງນີ້.
(ແຫຼ່ງຄັດຈາກ VOV)

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ການຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ດໍາເນີນໃນສະພາບການທີ່ສອງປະເທດພວມສະເຫຼີມສະຫຼອງຫຼາຍຂີດໝາຍສໍາຄັນ. ທ່ານຕີລາຄາແນວໃດກ່ຽວກັບຄວາມໝາຍຄວາມສໍາຄັນຂອງການຢ້ຽມຢາມຄັ້ງນີ້ ສໍາລັບການພົວພັນສອງປະເທດ?

 ທ່ານເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ຕອບມາດັ່ງນີ້: 
 

ນັກຂ່າວ: ຂໍຮຽນທ່ານ, ໃນຂອບເຂດການຢ້ຽມຢາມຄັ້ງນີ້, ການນໍາຂັ້ນສອງປະເທດຈະດໍາເນີນກິດຈະກໍາສໍາຄັນໃດແດ່?

 ທ່ານເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ໃຫ້ຮູ້ວ່າ: 
 

ນັກຂ່າວ: ໃນໄລຍະຜ່ານມາ, ສອງປະເທດໄດ້ຜັນຂະຫຍາຍຫຼາຍໂຄງການຮ່ວມມືຍຸດທະສາດ. ທ່ານເອກອັກຄະລັດຖະທູດຕີລາຄາແນວໃດກ່ຽວກັບປະສິດທິຜົນຂອງການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ລາວ ແລະ ຫວຽດນາມ ໃນໄລຍະຜ່ານມາ?

 ທ່ານເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ໃຫ້ຮູ້ຕື່ມອີກວ່າ: 
 

ນັກຂ່າວ: ຂໍຮຽນທ່ານທູດ, ເພື່ອສືບຕໍ່ຊຸກຍູ້ສາຍພົວພັນສອງຝ່າຍແບບພິເສດນີ້, ໃນໄລຍະຈະມາເຖິງ, ສອງປະເທດພວກເຮົາຄວນໃຫ້ບຸລິມະສິດໃນຂົງເຂດໃດແດ່?

ທ່ານເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ແບ່ງປັນວ່າ: 

 ຂອບໃຈທ່ານເອກອັກຄະລັດຖະທູດ!

(ແຫຼ່ງຄັດຈາກ VOV)

ພິທີຕ້ອນຮັບຢ່າງສົມກຽດ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ

ພິທີຕ້ອນຮັບຢ່າງສົມກຽດ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໄດ້ເປັນປະທານໃນພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ.

Top