ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ພ້ອມກັບບັນດາປະເທດປັບປຸງຄວາມສາມັກຄີ, ຄວາມເຂັ້ມແຂງດ້ວຍຕົນເອງ ແລະ ບົດບາດເປັນໃຈກາງຂອງ ອາຊຽນ
ທັງສອງປະເທດ ອິນໂດເນເຊຍ, ສິງກະໂປ ແລະ ຄະນະເລຂາ ອາຊຽນ ລ້ວນແຕ່ຖືການຢ້ຽມຢາມເປັນສຳຄັນ (ພາບ: TTXVN)
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມ ອິນໂດເນເຊຍ ທາງລັດຖະກິດ, ຢ້ຽມຢາມ ຄະນະເລຂາ ອາຊຽນ ແລະ ສິງກະໂປ ຢ່າງເປັນທາງການ, ແຕ່ວັນທີ 9-13 ມີນາ. ໝາກຜົນການຢ້ຽມຢາມມີຄວາມໝາຍປະຫວັດສາດ ຂະນະທີ່ ຫວຽດນາມ ໄດ້ຍົກລະດັບການພົວພັນກັບສອງປະເທດສະມາຊິກ ອາຊຽນ ໃນເວລາດຽວກັນ, ກາຍເປັນປະເທດດຽວໃນ ອາຊຽນ ຊື່ງ ອິນໂດເນເຊຍ ແລະ ສິງກະໂປ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ການຢ້ຽມຢາມໄດ້ປະກອບສ່ວນໃຫ້ແກ່ການພົວພັນຮ່ວມມືໃນ ອາຊຽນ ຢ່າງມີປະສິດທິຜົນ.
ທັງສອງປະເທດ ອິນໂດເນເຊຍ, ສິງກະໂປ ແລະ ຄະນະເລຂາ ອາຊຽນ ລ້ວນແຕ່ຖືການຢ້ຽມຢາມເປັນສຳຄັນ, ສະຫງວນໃຫ້ແກ່ທ່ານເລຂາທິການໃຫ່ຍ ໂຕເລິມ, ພັນລະຍາ ແລະ ຄະນະຜູ້ແທນ ຫວຽດນາມ ໂດຍການຕ້ອນຮັບຢ່າງສົມກຽດຕາມພີທີການສູງສຸດ.
ຄວາມໝາຍປະຫວັດສາດ
ອິນໂດເນເຊຍ ແລະ ສິງກະໂປ ແມ່ນບັນດາປະເທດສ້າງຕັ້ງ ອາຊຽນ, ພ້ອມກັນນັ້ນກໍ່ແມ່ນບັນດາພື້ນຖານເສດຖະກິດພັດທະນາທີ່ສຸດໃນກຸ່ມ. ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ນຳມາເຊິ່ງບັນດາຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ທັງ ຫວຽດນາມ ແລະ ບັນດາປະເທດຄູ່ຮ່ວມມື, ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍໃນບັນດາຂົງເຂດເສດຖະກິດ, ການເມືອງ, ຄວາມໝັ້ນຄົງ ແລະ ນັບທັງດ້ານມະນຸດ. ຫວຽດນາມ ໄດ້ພ້ອມກັນຍົກລະດັບການພົວພັນກັບສອງປະເທດໃນ ອາຊຽນ, ເຮັດໃຫ້ການພົວພັນກັບສອງປະເທດເລິກເຊິ່ງຂຶ້ນຕື່ມ ແລະ ປະກອບສ່ວນໃຫ້ແກ່ ອາຊຽນ ຢ່າງມີປະສິດທິຜົນກ່ວາ.
ທ່ານ Budiarsa Sastrawinata ປະທານສະມາຄົມມິດຕະພາບ ອິນໂດເນເຊຍ-ຫວຽດນາມ ຖືວ່າ:
ການຢ້ຽມຢາມນີ້ມີຄວາມໝາຍສຳຄັນ ສຳລັບການພົວພັນສອງຝ່າຍ ແລະ ເປີດຫຼາຍໂອກາດຮ່ວມມືໃໝ່ໃຫ້ແກ່ສອງປະເທດ. ໂດຍແມ່ນສອງປະເທດໃນ ອາຊຽນ, ມີພົນລະເມືອງຫຼາຍ ດ້ວຍການເຕີບໂຕເສດຖະກິດຢ່າງແຮງ. ດັ່ງນັ້ນ, ການຢ້ຽມຢາມບໍ່ພຽງແຕ່ມີຄວາມໝາຍດ້ານການເມືອງເທົ່ານັ້ນ, ຫາກຍັງມີຄວາມໝາຍດ້ານເສດຖະກິດ ກໍ່ຄືໄດ້ເຊື່ອມຕໍ່ການພົບປະແລກປ່ຽນ ປຊຊ ອີກດ້ວຍ. ອິນໂດເນເຊຍ ແລະ ຫວຽດນາມ ກໍ່ລ້ວນແຕ່ມີບັນດາການນຳຄົນໃໝ່ ແລະ ອີກເທື່ອໜຶ່ງ, ການຢ້ຽມຢາມຄັ້ງນີ້ຈະຊ່ວຍຊຸກຍູ້ການພົວພັນມິດຕະພາບລະຫວ່າງສອງປະເທດກ່ວາອີກ.
(ທ່ານຮອງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Arrmanatha Christiawan Nasir ຕອບສຳພາດຕໍ່ນັກຂ່າວ)
ຕາມທ່ານ Beni Sukadis, ຜູ້ປະສານງານຂັ້ນສູງຂອງສະຖາບັນຄົ້ນຄວ້າດ້ານປ້ອງກັນຊາດ ແລະ ຍຸດທະສາດ ອິນໂດເນເຊຍ (Lesperssi), ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ແມ່ນສອດຄ່ອງກັບເປົ້າໝາຍຫັນເສດຖະກິດຂອງ ອິນໂດເນເຊຍ ເປັນຫຼາຍຮູບຫຼາຍແບບ, ພິເສດແມ່ນໃນບັນດາຂົງເຂດ, ຄື: ການຜະລິດ, ພະລັງງານທົດແທນ ແລະ ເສດຖະກິດດີຈີຕອນ. ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Arrmanatha Christiawan Nasir, ສະແດງຄວາມເຫັນວ່າ:
“ຂ້າພະເຈົ້າມີຄວາມປະທັບໃຈຍ້ອນ Vinfast ລົງທຶນລົດໂອໂຕໄຟຟ້າ ແລະ ລະບົບຊີວະພາບລົດໄຟຟ້າຢູ່ ອິນໂດເນເຊຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ 2 ປະເທດເຂົ້າໃນການລົງທຶນພັດທະນາແບບຍືນຍົງ. ນັ້ນແມ່ນບັນດາຂົງເຂດທີ່ 2 ປະເທດສາມາດຮ່ວມມື. 2 ຝ່າຍກໍ່ສາມາດຊອກຫາ ແລະ ຮ່ວມມືດ້ານເຕັກໂນໂລຊີ… ພວກເຮົາຕ້ອງກຳນົດບັນດາຂົງເຂດທີ່ 2 ຝ່າຍມີທ່າແຮງ, ມີຄວາມສາມາດບົ່ມຊ້ອນ ແລະ ໜູນຊ່ວຍເຊິ່ງກັນແລະກັນເພື່ອພ້ອມກັນຮ່ວມມື ແລະ ພັດທະນາ”.
ສຳລັບ ສິງກະໂປ, 2 ຝ່າຍເຫັນດີເຮັດໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນເລິກເຊິ່ງກວ່າເກົ່າ; ຊຸກຍູ້ການຮ່ວມມືໃນການຫັນເປັນດີຈີຕອນ, ນະວັດຕະກຳ, ເສດຖະກິດສີຂຽວ, ພະລັງງານສະອາດ; ເປີດກວ້າງເຄືອຂ່າຍ VISIP 2.0 ຕາມທິດນະວັດຕະກຳ, ປ່ອຍອາຍພິດກາກບອນຕ່ຳ; ເພີ່ມທະວີການຮ່ວມມືໃນຂົງເຂດຫັນເປັນດີຈີຕອນ ແລະ ເຕັກໂນໂລຊີຫາກໍ່ພົ້ນເດັ່ນ…
ໃນໂອກາດນີ້, ທ່ານເລຂາທິການໃຫ່ຍ ໂຕເລິມ ກໍ່ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ແລະ ມີບົດກ່າວປາໄສດ້ວຍບັນດາການຕີລາຄາ: ໃຫ້ຂໍ້ສັງເກດເລິກເຊິ່ງ ແລະ ວິໄສທັດຂອງ ຫວຽດນາມ ກ່ຽວກັບ ອາຊຽນ. ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ອາຊຽນ, ນາງ ໂຕນທິງອກເຮືອງ ຖືວ່າ:
ດ້ວຍຂີດໝາຍການສະເຫຼີມສະຫຼອງ 30 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ, ຫວຽດນາມ ຈະສືບຕໍ່ມານະພະຍາຍາມກ່ວາອີກ ເພື່ອພ້ອມກັບບັນດາປະເທດສະມາຊິກ ຫັນບັນດາເປົ້າໝາຍໃຫ້ແກ່ ອາຊຽນ ໃນໄລຍະໃໝ່ໃຫ້ປະກົດຜົນເປັນຈິງ, ປະຕິບັດວິໄສທັດປະຊາຄົມ 2045 ແລະ ຊ່ວຍ ອາຊຽນ ຜ່ານຜ່າບັນດາສິ່ງທ້າທາຍ ຊື່ງອົງການ ອາຊຽນ ຕ້ອງປະເຊີນໜ້າ ໃນສະພາບການທີ່ສະພາບແວດລ້ອມພາກພື້ນ ແລະ ສາກົນ ພວມມີຫຼາຍການຜັນແປຢ່າງໄວວາ ແລະ ຍາກທີ່ຈະຄາດຄະເນໄດ້.
ຫັນບັນດາໝາກຜົນທີ່ບັນລຸໄດ້ເປັນລະອຽດໂດຍໄວ
ຕາມທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ, ຫວຽດນາມ ຈະພ້ອມກັບ ອິນໂດເນເຊຍ ແລະ ສິງກະໂປ ຫັນຂອບເຂດການພົວພັນໃໝ່ເປັນລະອຽດໂດຍໄວ, ຮີບເຮັ່ງສ້າງແຜນການກະທຳສັງລວມ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ບັນດາກະຊວງ ຂະແໜງການຈະສ້າງໂຄງການຮ່ວມມືລະອຽດໂດຍໄວ ເພື່ອເຮັດວຽກກັບຄູ່ຮ່ວມມືໃນທັນທີ. ຝ່າຍຕ່າງໆຈະສືບຕໍ່ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ, ພ້ອມທັງຖືເນື້ອໃນໃໝ່, ຂົງເຂດໃໝ່ເປັນສຳຄັນຄື: ເສດຖະກິດສີຂຽວ, ນະວັດຕະກຳ, ວິທະຍາສາດ-ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ພະລັງງານສີຂຽວ.
ສຳລັບ ອາຊຽນ, ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ພ້ອມກັບບັນດາປະເທດປັບປຸງຄວາມສາມັກຄີ, ຄວາມເຂັ້ມແຂງດ້ວຍຕົນເອງ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ເຮັດໃຫ້ວິວັດການເຊື່ອມຕໍ່ພາກພື້ນເລິກເຊິ່ງກ່ວາອີກ ຜ່ານບັນດາຂົງເຂດການຮ່ວມມືຄື: ວິໄສທັດປະຊາຄົມ ອາຊຽນ 2045, ບັນດາແຜນການຍຸດທະສາດຈະເລີ່ມຜັນຂະຫຍາຍນັບແຕ່ປີ 2026 ກໍ່ຄືຊຸກຍູ້ຢ່າງແຮງຂໍ້ລິເລິ່ມໂດຍ ຫວຽດນາມ ສະເໜີຄື: ເວທີປາໄສອະນາຄົດ ອາຊຽນ./.