• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳ ຫວຽດນາມ ເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້ຢູ່ ຮືງອຽນ, ລ້າງເຊີນ

ການນຳແຂວງ ຮືງອຽນ ໃຫ້ຮູ້ວ່າ, ນັບແຕ່ປີ 2022 ມາຮອດປະຈຸບັນ, ທົ່ວແຂວງໄດ້ປູກຕົ້ນໄມ້ກວ່າ 126.000 ຕົ້ນ.
(ທ່ານເລຂາທິການໃຫຍ່ພັກກອມມູນິດ ໂຕ້ລິມ ໄດ້ເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້- ລະດູບານໃໝ່)

ຕອນເຊົ້າວັນທີ 05 ກຸມພາ, ຢູ່ເທດສະບານ ມີ້ຮ່າວ, ແຂວງ ຮືງອຽນ, ທ່ານເລຂາທິການໃຫຍ່ພັກກອມມູນິດ ໂຕ້ລິມ ໄດ້ເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້- ລະດູບານໃໝ່ປີມະເສັງ 2025. ທີ່ພິທີປຸກລະດົມ, ການນຳແຂວງ ຮືງອຽນ ໃຫ້ຮູ້ວ່າ, ນັບແຕ່ປີ 2022 ມາຮອດປະຈຸບັນ, ທົ່ວແຂວງໄດ້ປູກຕົ້ນໄມ້ກວ່າ 126.000 ຕົ້ນ; ກໍ່ສ້າງເສັ້ນທາງໃໝ່ 185 ສາຍມີຕົ້ນໄມ້ໃໝ່. ພ້ອມກັບນັ້ນ, ບັນດາເຂດຕົວເມືອງ, ເຂດຫັນໂຄງປະກອບການປູກຕົ້ນໄມ້ ກໍ່ໄດ້ປູກຕົ້ນໄມ້ຊະນິດໜຶ່ງສ້າງເປັນຈຸດພົ້ນເດັ່ນ, ທິວທັດທຳມະຊາດຂຽວ - ສະອາດ - ສວຍງາມ, ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມຊີວະພາບ, ຍົກສູງມູນຄ່າເສດຖະກິດໃນການຜະລິດກະສິກຳ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ເຂົ້າຮ່ວມ ພິທີປຸກລະດົມວັນບຸນປູກຕົ້ນໄມ້ - ລະດູບານໃໝ່ປີມະເສັງ 2025 ຢູ່ເມືອງ ຈີລັງ, ແຂວງ ລ້າງເຊີນ. ຢູ່ທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ອົງການຈັດຕັ້ງ, ປະຊາຄົມວິສາຫະກິດ, ແຕ່ລະຄອບຄົວ, ປະຊາຊົນແຕ່ລະຄົນ ຈົ່ງພ້ອມກັນຕັ້ງໜ້າເຂົ້າຮ່ວມຂະບວນການປູກຕົ້ນໄມ້, ປູກປ່າ ແລະ ປົກປັກຮັກສາຕົ້ນໄມ້.

ທີ່ການໄປອວຍພອນບຸນເຕັດ ແລະ ເຮັດວຽກກັບຄະນະພັກແຂວງ ລ້າງເຊີນ. ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ, ແຂວງ ລ້າງເຊີນ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງຫຼາຍຢ່າງ, ພື້ນຖານໂຄງລ່າງໄດ້, ພວມ ແລະ ຈະໄດ້ຮັບການລົງທຶນ, ແມ່ນໂອກາດທີ່ດີເພື່ອຊຸກຍູ້ດ້ານການຄ້າ ແລະ ການລົງທຶນ, ບໍ່ພຽງແຕ່ໃຫ້ແກ່ທ້ອງຖິ່ນເທົ່ານັ້ນ, ຫາກຍັງໃຫ້ທັງປະເທດອີກດ້ວຍ.

 

(ແຫຼ່ງຄັດຈາກ VOV)

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສຳຫຼວດກວດກາລະອຽດຂົງເຂດຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສຳຫຼວດກວດກາລະອຽດຂົງເຂດຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ

ຮ່າງມະຕິຕ້ອງອັບເດັດ, ເພີ່ມເຕີມບັນດາຂໍ້ກຳນົດຂອງກົດໝາຍໃໝ່ກ່ຽວຂ້ອງເຖິງທີ່ດິນ, ຊັບພະຍາກອນ, ສິ່ງແວດລ້ອມ, ກະສິກຳ.

Top