ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການແລກປ່ຽນ, ພົບປະ, ບຳລຸງສ້າງ, ແບ່ງປັນບົດຮຽນຂອງ 2 ພັກ ເພື່ອແນໃສ່ຊຸກຍູ້ນ້ຳໃຈມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນ 2 ປະເທດ.
(ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເອທີໂອປີ, ປະທານພັກວັດທະນາຖາວອນ (PP), Abiy Ahmed Ali)
ຕອນບ່າຍວັນທີ 15 ເມສາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ເອທີໂອປີ, ປະທານພັກວັດທະນາຖາວອນ (PP), Abiy Ahmed Ali, ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 ຄັ້ງທີ 4 (P4G), ແຕ່ວັນທີ 14 – 17 ເມສາ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ 2 ຝ່າຍຍູ້ແຮງການຮ່ວມມືໃນບັນດາຂົງເຂດກະສິກຳ, ການຄ້າ, ການລົງທຶນ, ວິທະຍາສາດ, ເຊື່ອມຕໍ່ປະຊາຊົນ, ວິສາຫະກິດ.
ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການແລກປ່ຽນ, ພົບປະ, ບຳລຸງສ້າງ, ແບ່ງປັນບົດຮຽນຂອງ 2 ພັກ ເພື່ອແນໃສ່ຊຸກຍູ້ນ້ຳໃຈມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນ 2 ປະເທດ; ສະເໜີໃຫ້ 2 ຝ່າຍເປີດຫ້ອງການຜູ້ຕາງໜ້າຢູ່ແຕ່ລະປະເທດໂດຍໄວ ເພື່ອໜູນຊ່ວຍຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ເອທີໂອປີ Abiy Ahmed Ali ໄດ້ດຳເນີນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ຢູ່ທີ່ນີ້, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສ້າງແນວນິຕິກຳສະດວກໃຫ້ແກ່ການຮ່ວມມືດ້ານເສດຖະກິດ; ແລກປ່ຽນ ແລະ ໂຄສະນາບັນດາໂຄງການລົງທຶນໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ. 2 ຝ່າຍເຫັນດີຕໍ່ຄວາມສຳຄັນຂອງທະເລຕາເວັນອອກ ແລະ ທະເລແດງ ໃນການຄົມມະນາຄົມຂົນສົ່ງທາງທະເລສາກົນ; ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ.
ພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືໃນຂົງເຂດການຄ້າ ແລະ ການສຶກສາ.
(ແຫຼ່ງຄັດຈາກ VOV)