• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ ຕ້ອງຮັບໃຊ້ການພັດທະນາ, ການເປັນເຈົ້າຍຸດທະສາດໂດຍກົງຫຼາຍກວ່າ

ໃນສະພາບການໂລກມີການຫັນປ່ຽນຢ່າງວ່ອງໄວ, ສັບສົນ, ວຽກງານການຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນຕ້ອງໄດ້ມີການຄາດຄະເນລ່ວງໜ້າ, ໃຫ້ຄຳປຶກສາຢ່າງວ່ອງໄວ
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນສະຫຼຸບວາລະປະຊຸມ (ພາບ: TTXVN)  

ຕອນ​ບ່າຍ​ວັນ​ທີ 30 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ (ທີ່ ຮ່າ​ໂນ້ຍ), ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ຕ່າງ​ປະ​ເທດ ແລະ ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ (ຄ​ະ​ນະ​ຊີ້​ນຳ) ໄດ້​ຈັດ​ວາ​ລ​ະ​ປ​ະ​ຊຸມ​ຄັ້ງ​ທີ 1, ພາຍ​ໃຕ້​ການ​ເປັນ​ປະ​ທ​ານ​ຂອງ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ. ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ, ທ່ານ ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ກາ​ນ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ໄດ້​ເຂົ້າ​ຮ່ວມ.

ກ່າວ​ຄຳ​ເຫັນ​ສະ​ຫຼຸບວາ​ລະ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ, ໃນ​ສະ​ພາບ​ການ​ໂລກ​ມີ​ການ​ຫັນ​ປ່ຽນ​ຢ່າງວ່ອງ​ໄວ, ສັບ​ສົນ, ວຽກ​ງານ​ການ​ຕ່າງ​ປະ​ເທດ, ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຕ້ອງ​ໄດ້​ມີ​ການ​ຄາດ​ຄະ​ເນ​ລ່ວງ​ໜ້າ, ໃຫ້​ຄຳ​ປຶກ​ສາ​ຢ່າງວ່ອງ​ໄວ, ຊັດ​ເຈນ ແລະ ເປັນ​ເຈົ້າ​ການ​ໃນ​ການ​ກະ​ທຳ ໃນ​ຂະ​ນະ​ນັ້ນຄວາມ​ຮຽກ​ຮ້ອງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045 ແມ່ນ​ມີ​ຄວາມ​ຄາດ​ຫວັງ​ຢ່າງ​ໃຫຍ່​ຫຼວງ, ​ມີເປົ້າ​ໝາຍ​ສູງ​ທີ່​ສຸດ. ການ​ຕ່າງ​ປະ​ເທດ ແລະ​ ​ການເຊື່ອມ​ໂຍງ​ເຂົ້​າ​ກັບ​ສາ​ກົນ​ຕ້ອງ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ, ເປັນ​ເຈົ້າ​ຍຸດ​ທະ​ສາດ ແລະ ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ​ໂດຍ​ກົງກວ່າ.

ເມື່ອ​ເຕື້ອງ​ເຖິງ​ໜ້າ​ທີ່​ໃນ​ຕໍ່​ໜ້າ​ທີ່ຕ້ອ​ງ​ສຸ​ມ​ໃສ່ໃນ​ໄລ​ຍະ 6 ເດືອນ​ທ້າຍ​ປີ 2026, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ ຕ້ອງ​ສ້າງ​ບັນ​ດາ​ເອ​ກະ​ສານ​ພື້ນ​ຖານ​ໃຫ້​ສົມ​ບູນ​ແບບ​ໃນ​ທັນ​ທີ ເພື່ອ​ໃຫ້​ຄະ​ນະ​ຊີ້​ນຳ​ເປັນ​ເອ​ກະ​ພາບ​ໃນ​ການ​ເຄື່ອນ​ໄຫວ, ມີ​ປະ​ສິດ​ທິ​ຜົນ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມສະຫຼຸບ 1 ປີແຫ່ງການເຄື່ອນໄຫວຮູບແບບຈັດຕັ້ງສັງລວມຂອງລະບົບການເມືອງ ແລະ ຮູບແບບອຳນາດການປົກຄອງ 3 ຂັ້ນ

ກອງປະຊຸມສະຫຼຸບ 1 ປີແຫ່ງການເຄື່ອນໄຫວຮູບແບບຈັດຕັ້ງສັງລວມຂອງລະບົບການເມືອງ ແລະ ຮູບແບບອຳນາດການປົກຄອງ 3 ຂັ້ນ

ກອງປະຊຸມຈັດຂຶ້ນແບບເຊິ່ງໜ້າຢູ່ຫໍປະຊຸມ ຢຽນຮົ່ງ, ສຳນັກງານສະພາແຫ່ງຊາດ, ເຊື່ອມຕໍ່ກັບ 3.651 ຈຸດຢູ່ບັນດາກະຊວງ, ຄະນະ, ຂະແໜງການ, ໝູ່ຄະນະສູນກາງ ແລະ ສຳນັກງານຂອງບັນດາແຂວງ, ນະຄອນ, ສຳນັກງານຕາແສງ

Top