• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ກວດກ​າຕໍ່​ໜ້າຄວາມ​ສ່ຽງ​ເກີດ​ໂລກ​ລະ​ບາດ Ebola

ໄລ່​ຮອດ​ວັນ​ທີ 16 ພຶດ​ສະ​ພາ 2026, ຢູ່​ສ.ກົງ​ໂກ ໄດ້​ຢັ້ງ​ຢືນ​ມີ 8 ກໍ​ລະ​ນີ​ຕິດ​ພະ​ຍາດ​ທີ່​ໄດ້​ຢັ້ງ​ຢືນ​ດ້ວຍ​ການ​ວິ​ໄຈ, 246 ກໍ​ລະ​ນີ​ສົງ​ໄສ​ຕິດ​ເຊື້ອ ແລະ 80 ກໍ​ລະ​ນີ​ເສຍ​ຊີ​ວິ​ດ​ສົງ​ໄສ​ກ່ຽວ​ຂ້ອງ​ພະ​ຍາດ ຢູ່ແຂວງ Ituri.
  ໄວ​ຣັດ Ebola (ພາບ: medlatec.vn)  

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໃຫ້​ຮູ້​ວ່າ ວັນ​ທີ 17 ພຶດ​ສະ​ພາ 2026, ອົງ​ການ​​ອະ​ນາ​ໄມ​ໂລກ (WHO) ກຳ​ນົດ ໂລກ​ລະ​ບາດໄຂ້​ເລືອດ​ອອກ​ໂດຍ ໄວ​ຣັດ Ebola (ເອີ້ນ​ຫຍໍ້​ວ່າ ພະ​ຍາດ Ebola) ໂດຍ​ເຊື້ອ​ໄວ​ຣັດ Ebola ສາຍ Bundibugyo ຢູ່ ສ.ກົງ​ໂກ ແລະ ອູ​ການ​ນາ ແມ່ນ​ເຫດ​ການ​ການ​ແພດ​ສາ​ທາ​ລະ​ນະ​ ແບບ​ສຸກ​ເສີນ ທີ່​ກໍ່​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ສາ​ກົນ. ນີ້​ແມ່ນ​ຄຳ​ກ່າວ​ເຕືອນ​​ທາງ​ການ​ແພດ​ທີ່​ສຳ​ຄັນ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ, ກວດ​ພົບໂດຍ​ໄວ ແລະ ກະ​ກຽມ​ການ​ຮັບ​ມື, ເຖິງ​ຢ່າງ​ໃດ​ກໍ​ຕາມ ບໍ່​ໝາຍ​ຄວາມ​ວ່າ ພະ​ຍາດ​ໄດ້​ແຜ່​ລາມ​ອອກ​ສູ່​ວົງ​ກວ້າງ​ໃນ​ທົ່ວ​ໂລກ​ແລ້ວ.

ຕາມ​ຂໍ້​ມູນ​ຈາກ WHO ແລ້ວ, ໄລ່​ຮອດ​ວັນ​ທີ 16 ພຶດ​ສະ​ພາ 2026, ຢູ່​ສ.ກົງ​ໂກ ໄດ້​ຢັ້ງ​ຢືນ​ມີ 8 ກໍ​ລະ​ນີ​ຕິດ​ພະ​ຍາດ​ທີ່​ໄດ້​ຢັ້ງ​ຢືນ​ດ້ວຍ​ການ​ວິ​ໄຈ, 246 ກໍ​ລະ​ນີ​ສົງ​ໄສ​ຕິດ​ເຊື້ອ ແລະ 80 ກໍ​ລະ​ນີ​ເສຍ​ຊີ​ວິ​ດ​ສົງ​ໄສ​ກ່ຽວ​ຂ້ອງ​ພະ​ຍາດ ຢູ່ແຂວງ Ituri. ຢູ່​ອຸ​ຕານ​ດາ, ໄດ້​ຢັ້ງ​ຢືນ 2 ກໍ​ລະ​ນີ​ຕິດ​ເຊືອ​ພະ​ຍາດ​ທີ່​ໄດ້​ຢັ້ງ​ຢືນ​ດ້ວຍ​ການ​ວິ​ໄຈ, ໃນ​ນັ້ນ​ມີ ກໍ​ລະ​ນີ​ໜຶ່ງ​ເສຍ​ຊີ​ວິດ​ຢູ່ Kampala, ທັງ​ສອງ​ກໍ​ລະ​ນີ​ລ້ວນ​ແຕ່​ແມ່ນ​ຄົນ​ເດີນ​ທາງ​ມາ​ຈາກ ກົງ​ໂກ.

(ແຫຼ່ງຄັດຈາກ VOV)

ຊາວ​ຫວຽ​ດ​ນາມ ອາ​ໄສ​ຢູ່​ໄທ ອ່​ວາຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ

ຊາວ​ຫວຽ​ດ​ນາມ ອາ​ໄສ​ຢູ່​ໄທ ອ່​ວາຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ

ບັນ​ດາ​ຜູ້​ແທນ​ໄດ້​ວິ​ເຄາະ​ທ່າ​ແຮງ​ຂອງ​ປັນ​ຍາ​ຊົນ ຫວຽດ​ນາມ ຢູ່ ໄທ ຕິດ​ພັນ​ກັບ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ພາຍ​ໃນ​ປະ​ເທດ ແລະ ການ​ພົວ​ພັນ​ສອງ​ຝ່າຍ.

Top