ທີ່ການອວຍພອນ, ທ່ານພົນໂທ ເລກວາງມິງ ໄດ້ເນັ້ນໜັກວ່າ ການສ້າງຕັ້ງພັກປະຊາຊົນປະຕິວັດລາວ ກ່ອນນີ້ 70 ປີໄດ້ເປີດໜ້າປະຫວັດສາດທີ່ອົງອາດກ້າຫານ, ສ້າງບາດລ້ຽວອັນຍິ່ງໃຫຍ່ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນລາວ.
ຄະນະຜູ້ຕາງໜ້າ ກະຊວງປ້ອງກັນປະເທດ ຫວຽດນາມ ອວຍພອນພະນັກງານ, ລັດຖະກອນ ສະຖານທູດ ສປປ.ລາວ ປະຈຳ ຮ່າໂນ້ຍ (ພາບ: qdnd.vn)
ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22/3/1955 - 22/3/2025), ຕອນບ່າຍວັນທີ 21 ມີນາ, ຄະນະຜູ້ຕາງໜ້າ ກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນໂທ ເລກວາງມິນ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຂົ້າອວຍພອນພະນັກງານ, ລັດຖະກອນ ສະຖານທູດ ສປປ.ລາວ ປະຈຳ ຮ່າໂນ້ຍ.
ທີ່ການອວຍພອນ, ທ່ານພົນໂທ ເລກວາງມິງ ໄດ້ເນັ້ນໜັກວ່າ ການສ້າງຕັ້ງພັກປະຊາຊົນປະຕິວັດລາວ ກ່ອນນີ້ 70 ປີໄດ້ເປີດໜ້າປະຫວັດສາດທີ່ອົງອາດກ້າຫານ, ສ້າງບາດລ້ຽວອັນຍິ່ງໃຫຍ່ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນລາວ. ທ່ານພົນໂທ ເລກວາງມິງ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮ່ວມມືກັບກະຊວງປ້ອງກັນປະເທດ ລາວ, ຖືນີ້ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງປະເທດ. ໃນຊຸມປີຜ່ານມາ, ສອງປະເທດໄດ້ຜັນຂະຫຍາຍບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດຢ່າງແທດຈິງ ແລະ ມີປະສິດທິຜົນ.
ສ່ວນທ່ານ ນາງ ລັດຕະນາ ສີຫາລາດ ອັກຄະລັດຖະທູດທີ່ປຶກສາ ລາວ ປະຈຳ ຫວຽດນາມ ໄດ້ຢັ້ງຢືນການພົວພັນ ຫວຽດນາມ - ລາວ ແມ່ນພິເສດ, ເປັນແບບຢ່າງທີ່ດີ, ຫາຍາກໃນໂລກ. ທ່ານຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນ, ມີຫຼາຍຄວາມໝາຍລະຫວ່າງກະຊວງປ້ອງກັນປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງການພົວພັນ ລາວ - ຫວຽດນາມ.
(ແຫຼ່ງຄັດຈາກ VOV)