ກອງປະຊຸມເຊື່ອມຕໍ່ວິສາຫະກິດຜະລິດ, ຈຳໜ່າຍ ແລະ logistics ຫວຽດນາມ - ກຳປູເຈຍ ຈະດຳເນີນໃນວັນທີ 13 ກັນຍາ, ຢູ່ ເຕີຍນິງ.
ບັນຍາກາດຂອງກອງປະຊຸມ (ພາບ: tayninh.gov.vn)
ເຫດການດັ່ງກ່າວໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສົມທົບກັບກະຊວງການຄ້າ ກຳປູເຈຍ ຈັດຂຶ້ນ ເຊິ່ງຈະດຶງດູດການເຂົ້າຮ່ວມຂອງວິສາຫະກິດ ຫວຽດນາມ ແລະ ກຳປູເຈຍນັບສິບແຫ່ງທີ່ເຄື່ອນໄຫວໃນບັນດາຂົງເຂດການຜະລິດ, ການຈຳໜ່າຍ, logistics ແລະ ການນຳເຂົ້າຜ່ານບັນດາຊາຍແດນຕ່າງໆ.
ກອງປະຊຸມ ແມ່ນໂອກາດເພື່ອໃຫ້ວິສາຫະກິດສອງປະເທດໄດ້ແລກປ່ຽນການຄ້າໂດຍກົງ, ເຊື່ອມຕໍ່ຜູ້ບໍລິໂພກກັບຜູ້ຜະລິດ ແລະ ແນະນຳຜະລິດຕະພັນ. ພ້ອມດຽວກັນນັ້ນ, ບັນດາສະຫະສະມາຄົມ, ວິສາຫະກິດ ແລະ ທ້ອງຖິ່ນສອງຝ່າຍກໍຈະດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳ, ຂໍ້ຕົກລົງຮ່ວມມື.
(ແຫຼ່ງຄັດຈາກ VOV)