• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະ​ຊຸມ​ໃຫ່​ຍ​ອົງ​ການ​ກຳ​ມະ​ບານ​ຫວຽດ​ນາມ ຄັ້ງ​ທີ 13 ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ

ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄດ້ຮຽກຮ້ອງວ່າ ອົງການກຳມະບານ ຕ້ອງຕັ້ງໜ້າສົມທົບກັບລັດ, ບັນດາອົງການຈັດຕັ້ງໃນລະບົບການເມືອງ ແລະ ຜູ້ນຳໃຊ້ແຮງງານ ເພື່ອເອົາໃຈໃສ່ເບິ່ງແຍງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ.

ຕອນເຊົ້າວັນທີ 2 ທັນວາ, ຢູ່ຮ່າໂນ້ຍ ກອງປະຊຸມໃຫ່ຍອົງການກຳມະບານຫວຽດນາມ ຄັ້ງທີ 13 ອາຍຸການ 2023-2028 ໄດ້ເກ້າວເຂົ້າສູ່ວາລະປະຊຸມຄົບຄະນະດ້ວຍການເຂົ້າຮ່ວມຂອງຜູ້ແທນ 1100 ຄົນ, ຕ່າງໜ້າໃຫ້ເຈດຈຳນົງ, ຄວາມມຸ້ງມາດປາດຖະໜາ ແລະ ພູມປັນຍາຂອງສະມາຊິກອົງການກຳມະບານກ່ວາ 11 ລ້ານຄົນໃນທົ່ວປະເທດ.

ກ່າວຄຳເຫັນຊີ້ນຳກອງປະຊຸມໃຫ່ຍ, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄດ້ຮຽກຮ້ອງວ່າ ອົງການກຳມະບານ ຕ້ອງຕັ້ງໜ້າສົມທົບກັບລັດ, ບັນດາອົງການຈັດຕັ້ງໃນລະບົບການເມືອງ ແລະ ຜູ້ນຳໃຊ້ແຮງງານ ເພື່ອເອົາໃຈໃສ່ເບິ່ງແຍງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ:

ອົງການກຳມະບານຕ້ອງຊ່ວຍສະມາຊິກ, ຜູ້ອອກແຮງງານແຕ່ລະຄົນ ມີສະຕິຄວາມຮັບຮູ້ອັນເລິກເຊິ່ງກ່ຽວກັບພັກ, ກົນໄກ, ຊົນຊັ້ນ, ກ່ຽວກັບອົງການຈັດຕັ້ງກຳມະບານ, ກ່ຽວກັບຄວາມຮັບຜິດຊອບຂອງພົນລະເມືອງ, ມານະພະຍາຍາມຢ່າງບໍຢຸດຢັ້ງໃນການຮ່ຳຮຽນ, ອອກແຮງງານ, ປະຕິບັດວຽກງານ, ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການແຂ່ງຂັນ….ຈາກນັ້ນ, ຍົກສູງລາຍຮັບ, ຊີວິດການເປັນຢູ່ຂອງຕົນ ແລະ ຄອບຄົວ. ປ່ຽນແປງໃໝ່ຮູບແບບການໂຄສະນາ, ນຳລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ແລະ ບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ ເຂົ້າເຖິງກຳມະກອນ, ລັດຖະກອນ, ຜູ້ອອກແຮງງານ; ໂດຍສະເພາະແມ່ນການຍືດໝັ້ນ, ປະດິດຄິດສ້າງໃນການຈັດຕັ້ງການຮຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ບຸຄະລິກກະພາບປະທານ ໂຮ່ຈີມີນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top