ບັນດາຫຼັກການເຄົາລົບອະທິປະໄຕ, ເອກະລາດ, ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ຮັບປະກັນຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ.
ວັນທີ 01 ກັນຍາ, ປະມຸດລັດບັນດາປະເທດຂອງອົງການຮ່ວມມື ຊຽງໄຮ້ (SCO) ໄດ້ອະນຸມັດຜ່ານຖະແຫຼງການ ທຽນຈີນ (ພາບ: TTXVN)
ວັນທີ 01 ກັນຍາ, ປະມຸດລັດບັນດາປະເທດຂອງອົງການຮ່ວມມື ຊຽງໄຮ້ (SCO) ໄດ້ອະນຸມັດຜ່ານຖະແຫຼງການ ທຽນຈີນ ດ້ວຍຍຸດທະສາດພັດທະນາໃຫ້ແກ່ໄລຍະ 2026 – 2035. ຖະແຫຼງການ ທຽນຈີນ ຊີ້ແຈ້ງວ່າ, ບັນດາປະເທດສະມາຊິກມີແຜນນະໂຍບາຍເຄົາລົບສິດຂອງປະຊາຊົນມີຄວາມເສລີ ເລືອກເອົາເສັ້ນທາງພັດທະນາການເມືອງ ແລະ ເສດຖະກິດ - ສັງຄົມຂອງຕົນ. ບັນດາຫຼັກການເຄົາລົບອະທິປະໄຕ, ເອກະລາດ, ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ຮັບປະກັນຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ ຈະແມ່ນພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງໃນການພົວພັນສາກົນ. ຖະແຫຼງການກໍ່ຮຽກຮ້ອງສະໜັບສະໜູນລະບົບການຄ້າຫຼາຍຝ່າຍ ແລະ ຢືນຢັນວ່າ ບັນດາປະເທດ SCO ຈະເຄົາລົບນະໂຍບາຍບໍ່ປະຕິບັດມາດຕະການສຳພັດມີລັກສະນະກີດຂວາງ ແລະ ສູ້ຢັນກັນໃນການແກ້ໄຂບັນຫາພັດທະນາສາກົນ.
(ແຫຼ່ງຄັດຈາກ VOV)